Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 1:8 - ພຣະຄຳພີສັກສິ

8 ເພາະ​ເປັນ​ຄົນ​ສອງ​ໃຈ ບໍ່​ແນ່ນອນ​ໃນ​ທຸກສິ່ງ​ທີ່​ຕົນ​ກະທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ເຊິ່ງ​ເປັນ​ຄົນ​ສອງໃຈ ແລະ ບໍ່​ໝັ້ນຄົງ​ໃນ​ທຸກສິ່ງ​ທີ່​ພວກເຂົາ​ກະທຳ.

Uka jalj uñjjattʼäta Copia luraña




ຢາໂກໂບ 1:8
13 Jak'a apnaqawi uñst'ayäwi  

ເອລີຢາ​ໄດ້​ຂຶ້ນ​ໄປ​ຢືນ​ຢູ່​ຕໍ່ໜ້າ​ປະຊາຊົນ ແລະ​ກ່າວ​ວ່າ, “ພວກທ່ານ​ຈະ​ໃຊ້​ເວລາ​ອີກ​ນານ​ເທົ່າໃດ​ຈຶ່ງ​ຈະ​ຕັດສິນໃຈ? ຖ້າ​ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ ຈົ່ງ​ນະມັດສະການ​ພຣະອົງ; ຖ້າ​ພະບາອານ​ແມ່ນ​ພຣະເຈົ້າ ຈຶ່ງ​ຂາບໄຫວ້​ພະບາອານ.” ແຕ່​ປະຊາຊົນ​ບໍ່​ຕອບ​ເພິ່ນ​ຢ່າງ​ໃດ​ໝົດ.


ສະນັ້ນ ພວກເຂົາ​ຈຶ່ງ​ນະມັດສະການ​ພຣະເຈົ້າຢາເວ​ແດ່ ແຕ່​ກໍ​ຍັງ​ຂາບໄຫວ້​ບັນດາ​ຮູບ​ພະ​ຂອງ​ພວກເຂົາ​ຢູ່ ຕາມ​ຮີດຄອງ​ຂອງ​ດິນແດນ​ທີ່​ຕົນ​ໄດ້​ໜີ​ມາ​ນັ້ນ.


ສະນັ້ນ ປະຊາຊົນ​ເຫຼົ່ານັ້ນ​ຈຶ່ງ​ໄດ້​ນະມັດສະການ​ພຣະເຈົ້າຢາເວ​ແດ່ ແຕ່​ກໍ​ຍັງ​ຂາບໄຫວ້​ຮູບ​ພະ​ຂອງ​ພວກເຂົາ​ຄືກັນ ແລະ​ທຸກ​ວັນນີ້ ບັນດາ​ລູກຫລານ​ຂອງ​ພວກເຂົາ​ກໍ​ຍັງ​ສືບຕໍ່​ເຮັດ​ຄື​ເກົ່າ​ຕາມ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດມາ.


ຂ້ານ້ອຍ​ກຽດຊັງ​ຄົນ​ໜ້າໄຫວ້​ຫລັງຫລອກ​ທີ່ສຸດ ແຕ່​ຂ້ານ້ອຍ​ຮັກ​ສຸດໃຈ​ກົດບັນຍັດ​ຂອງ​ພຣະອົງ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ອ້າງ​ວ່າ​ນະມັດສະການ​ເຮົາ ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ໄຮ້​ຄວາມໝາຍ ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ສຸມ​ຢູ່​ທີ່​ອື່ນ. ຄວາມ​ເຊື່ອຖື​ຂອງ​ພວກເຂົາ​ບໍ່ມີ​ຫຍັງ, ແຕ່​ເປັນ​ກົດເກນ ແລະ​ຮີດຄອງ​ຂອງ​ມະນຸດ ຊຶ່ງ​ພວກເຂົາ​ໄດ້​ທ່ອງ​ຂຶ້ນໃຈ​ເທົ່ານັ້ນ.


ບັດນີ້ ຄົນ​ທີ່​ມີ​ຈິດໃຈ​ລໍ້ລວງ​ກໍ​ຕ້ອງ​ທົນທຸກ​ຍ້ອນ​ບາບ​ຂອງຕົນ. ພຣະເຈົ້າຢາເວ​ຈະ​ມ້າງ​ແທ່ນບູຊາ ແລະ​ທຳລາຍ​ເສົາ​ສັກສິດ​ຂອງ​ພວກເຂົາ​ຖິ້ມ.


“ຕາ​ເປັນ​ໂຄມໄຟ​ຂອງ​ຮ່າງກາຍ ຖ້າ​ຕາ​ຂອງ​ເຈົ້າ​ແຈ້ງ​ເປັນ​ປົກກະຕິ ຮ່າງກາຍ​ທຸກ​ສ່ວນ​ກໍ​ແຈ້ງ​ດີ,


“ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າ ບ່າວ​ສອງ​ນາຍ​ໄດ້​ຄື: ເຂົາ​ຈະ​ຊັງ​ນາຍ​ຜູ້​ນີ້ ແລະ​ໄປ​ຮັກ​ນາຍ​ຜູ້​ນັ້ນ ເຂົາ​ຈະ​ສັດຊື່​ຕໍ່​ນາຍ​ຜູ້​ນີ້ ແລະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຮັບໃຊ້​ພຣະເຈົ້າ ແລະ​ເງິນຄຳ​ພ້ອມ​ກັນ​ກໍ​ບໍ່ໄດ້.”


ຢ່າ​ໃຫ້​ຜູ້ນັ້ນ​ຄິດ​ວ່າ​ຕົນ​ຈະ​ໄດ້​ຮັບ​ສິ່ງໃດ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ


ເຈົ້າ​ທັງຫລາຍ​ຈົ່ງ​ເຂົ້າ​ໃກ້​ພຣະເຈົ້າ ແລະ​ພຣະອົງ​ຈະ​ສະເດັດ​ມາ​ໃກ້​ພວກເຈົ້າ ຄົນ​ບາບ​ທັງຫລາຍ​ເອີຍ, ຈົ່ງ​ຊຳລະ​ມື​ໃຫ້​ສະອາດ ແລະ​ຄົນ​ສອງໃຈ​ເອີຍ, ຈົ່ງ​ຊຳລະ​ໃຈ​ຂອງຕົນ​ໃຫ້​ບໍຣິສຸດ


ຕາ​ຂອງ​ພວກເຂົາ​ກໍ​ມັກ​ເບິ່ງ​ແຕ່​ຍິງ​ທີ່​ລ່ວງ​ປະເວນີ ບໍ່ຢຸດ​ບໍ່ຢັ້ງ​ໃນ​ການ​ເຮັດ​ບາບ, ພວກເຂົາ​ກ້ຽວກ່ອມ​ຄົນ​ທີ່​ມີ​ໃຈ​ບໍ່​ທ່ຽງໝັ້ນ ພວກເຂົາ​ມີ​ໃຈ​ເກັ່ງ​ໃນ​ການ​ໂລບ, ເປັນ​ຄົນ​ທີ່​ຖືກ​ຊົງ​ປ້ອຍດ່າ​ແລ້ວ.


ໃນ​ຈົດໝາຍ​ທຸກ​ສະບັບ​ຂອງ​ເພິ່ນ ກໍ​ກ່າວ​ເຖິງ​ເຫດການ​ເຫຼົ່ານັ້ນ​ໄວ້​ແລ້ວ, ໃນ​ຈົດໝາຍ​ເຫຼົ່ານັ້ນ ມີ​ບາງ​ຂໍ້​ທີ່​ເຂົ້າໃຈ​ຍາກ ຊຶ່ງ​ຄົນ​ທັງຫລາຍ​ທີ່​ຮູ້ເທົ່າ​ບໍ່​ເຖິງການ ແລະ​ທີ່​ມີ​ໃຈ​ບໍ່​ໝັ້ນຄົງ​ແນ່ນອນ ໄດ້​ບິດເບືອນ​ຂໍ້ຄວາມ​ເຫຼົ່ານັ້ນ​ເສຍ ເໝືອນ​ຢ່າງ​ທີ່​ພວກເຂົາ​ໄດ້​ບິດເບືອນ​ຂໍ້​ອື່ນໆ​ໃນ​ພຣະຄຳພີ ອັນ​ເປັນ​ເຫດ​ໃຫ້​ຕົນເອງ​ຈິບຫາຍ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka