Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 1:7 - ພຣະຄຳພີສັກສິ

7 ຢ່າ​ໃຫ້​ຜູ້ນັ້ນ​ຄິດ​ວ່າ​ຕົນ​ຈະ​ໄດ້​ຮັບ​ສິ່ງໃດ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ຜູ້​ນັ້ນ​ຢ່າ​ຫວັງວ່າ​ຈະ​ໄດ້​ຮັບ​ສິ່ງໃດ​ຈາກ​ອົງພຣະຜູ້ເປັນເຈົ້າ.

Uka jalj uñjjattʼäta Copia luraña




ຢາໂກໂບ 1:7
7 Jak'a apnaqawi uñst'ayäwi  

ຄົນ​ທ່ຽງທຳ​ພາວັນນາ​ອະທິຖານ​ພຣະເຈົ້າຢາເວ​ຕອບ, ແຕ່​ເຄື່ອງ​ຖວາຍບູຊາ​ຂອງ​ຄົນຊົ່ວຊ້າ​ພຣະອົງ​ກຽດຊັງ.


ເຄື່ອງ​ຖວາຍບູຊາ​ຂອງ​ຄົນຊົ່ວ​ເປັນ​ໜ້າ​ກຽດຊັງ ໂດຍ​ສະເພາະ​ເມື່ອ​ເຂົາ​ຖວາຍ​ດ້ວຍ​ເຈດຕະນາ​ອັນ​ບໍ່​ດີ.


ເມື່ອ​ພວກເຈົ້າ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ເຮົາ, ເຮົາ​ກໍ​ຈະ​ບໍ່​ຫລຽວເບິ່ງ​ພວກເຈົ້າ. ແມ່ນ​ວ່າ​ພວກເຈົ້າ​ຈະ​ພາວັນນາ​ອະທິຖານ​ຢ່າງໃດ​ກໍຕາມ ເຮົາ​ກໍ​ຈະ​ບໍ່​ຟັງ​ເພາະ​ມື​ພວກເຈົ້າ​ເປິເປື້ອນ​ດ້ວຍ​ເລືອດ.


ແຕ່​ໃຫ້​ຜູ້ນັ້ນ​ທູນຂໍ​ດ້ວຍ​ຄວາມເຊື່ອ ຢ່າ​ໃຫ້​ມີ​ໃຈ​ສົງໄສ ເພາະ​ຜູ້​ທີ່​ສົງໄສ​ນັ້ນ ເປັນ​ເໝືອນ​ຟອງນໍ້າ​ທີ່​ຖືກ​ລົມ​ພັດ​ຊັດ​ໄປມາ.


ເພາະ​ເປັນ​ຄົນ​ສອງ​ໃຈ ບໍ່​ແນ່ນອນ​ໃນ​ທຸກສິ່ງ​ທີ່​ຕົນ​ກະທຳ.


ເຈົ້າ​ທັງຫລາຍ​ຂໍ​ແລະ​ບໍ່ໄດ້​ຮັບ ເພາະ​ຂໍ​ຜິດ ເພື່ອ​ຈະ​ເອົາ​ໄປ​ໃຊ້​ຕາມ​ກິເລດ​ຕັນຫາ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka