Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 1:5 - ພຣະຄຳພີສັກສິ

5 ແຕ່​ຖ້າ​ຄົນ​ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ກໍ​ໃຫ້​ຜູ້ນັ້ນ​ທູນຂໍ​ຈາກ​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ຄົນ​ທັງປວງ​ດ້ວຍ​ພຣະ​ກະລຸນາ ບໍ່​ຊົງ​ກ່າວ​ຕິ ແລະ​ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນຂໍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ຜູ້​ນັ້ນ​ກໍ​ຈົ່ງ​ຂໍ​ຈາກ​ພຣະເຈົ້າ ຜູ້​ໃຫ້​ແກ່​ທຸກຄົນ​ດ້ວຍ​ໃຈກວ້າງຂວາງ​ໂດຍ​ບໍ່​ຕຳໜິ ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ.

Uka jalj uñjjattʼäta Copia luraña




ຢາໂກໂບ 1:5
31 Jak'a apnaqawi uñst'ayäwi  

ແລະ​ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ເຈົ້າ​ມີ​ຄວາມ​ເຂົ້າໃຈ​ອັນ​ເລິກເຊິ່ງ ແລະ​ປະກອບ​ດ້ວຍ​ສະຕິປັນຍາ ແລະ​ຕັ້ງ​ເຈົ້າ​ໄວ້​ເພື່ອ​ປົກຄອງ​ຊາດ​ອິດສະຣາເອນ ແລະ​ໃຫ້​ເຈົ້າ​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ.


ສະນັ້ນ ໂຜດ​ປະທານ​ສະຕິປັນຍາ​ແລະ​ຄວາມຮູ້​ທີ່​ຈຳເປັນ​ໃຫ້​ແກ່​ຂ້ານ້ອຍ​ດ້ວຍ ເພື່ອ​ຈະ​ປົກຄອງ​ພວກເຂົາ​ໄດ້ ບໍ່​ດັ່ງນັ້ນ​ແລ້ວ ຂ້ານ້ອຍ​ຈະ​ປົກຄອງ​ປະຊາຊົນ​ອັນ​ຫລວງຫລາຍ​ຂອງ​ພຣະອົງ​ໄດ້​ຢ່າງໃດ?”


ຄວາມຈິງ​ກັບ​ຄວາມສັດຊື່​ຄື​ສິ່ງ​ທີ່​ພຣະອົງ​ຕ້ອງການ ຂໍ​ໃຫ້​ແນວ​ຄິດ​ຈິດໃຈ​ຂອງ​ຂ້ານ້ອຍ​ເຕັມ​ດ້ວຍ​ພຣະ​ປັນຍາ​ເຖີດ.


ໃຫ້​ໄດ້​ຮັບ​ຣິດອຳນາດ​ຂອງເຮົາ. ເຮົາ​ໄດ້​ໃຫ້​ລາວ​ມີ​ສະຕິປັນຍາ, ຄວາມ​ເຂົ້າໃຈ ແລະ​ຄວາມ​ສາມາດ​ໃນ​ວິຊາການ​ດ້ານ​ສີລະປະກຳ​ທຸກໆ​ຢ່າງ


ເຮົາ​ໄດ້​ເລືອກ​ເອົາ​ໂອໂຮລີອາບ ລູກຊາຍ​ຂອງ​ອາຮີສາມັກ​ຈາກ​ເຜົ່າ​ດານ​ຄືກັນ ເພື່ອ​ໃຫ້​ເຮັດ​ວຽກ​ຮ່ວມ​ກັນ​ກັບ​ເບຊາເລນ. ເຮົາ​ໄດ້​ໃຫ້​ພວກ​ຊ່າງສີມື​ຄົນອື່ນໆ​ມີ​ສະຕິປັນຍາ​ຄືກັນ ເພື່ອ​ວ່າ​ພວກເຂົາ​ຈະ​ສາມາດ​ເຮັດ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໃຫ້​ເຮັດ​ເຊັ່ນ:


ເຮົາ​ຮັກ​ພວກ​ທີ່​ຮັກ​ເຮົາ ຜູ້​ທີ່​ຊອກຫາ​ເຮົາ​ກໍ​ພົບ​ເຮົາ​ໄດ້.


ດັ່ງນັ້ນ ພຣະອົງ​ຈຶ່ງ​ເລີ່ມ​ປະນາມ​ເມືອງ​ຕ່າງໆ ທີ່​ພຣະອົງ​ເຮັດ​ການ​ອັດສະຈັນ​ເປັນ​ສ່ວນ​ຫລາຍ​ນັ້ນ ເພາະ​ພວກເຂົາ​ບໍ່ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່.


ພາຍ​ຫລັງ​ນັ້ນ ພຣະເຢຊູເຈົ້າ​ກໍໄດ້​ປາກົດ​ແກ່​ສາວົກ​ສິບເອັດ​ຄົນ ໃນ​ຂະນະທີ່​ພວກເພິ່ນ​ກຳລັງ​ກິນ​ເຂົ້າ​ຢູ່ ພຣະອົງ​ໄດ້​ຕຳໜິ​ຕິຕຽນ​ພວກເພິ່ນ​ທີ່​ສົງໄສ ແລະ​ດື້ດ້ານ​ທັງ​ບໍ່​ເຊື່ອ​ພວກ​ຄົນ​ທີ່​ໄດ້​ເຫັນ​ພຣະອົງ​ມີ​ຊີວິດ​ຢູ່.


ສິ່ງໃດໆ​ທີ່​ພວກເຈົ້າ​ຈະ​ຂໍ​ໃນ​ນາມ​ຂອງເຮົາ ຝ່າຍ​ເຮົາ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ ເພື່ອ​ວ່າ​ພຣະບິດາເຈົ້າ​ຈະ​ໄດ້​ຮັບ​ກຽດຕິຍົດ​ແຫ່ງ​ສະຫງ່າຣາສີ​ໂດຍ​ທາງ​ພຣະບຸດ.


ຖ້າ​ເຈົ້າ​ທັງຫລາຍ​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ແລະ​ຖ້ອຍຄຳ​ຂອງເຮົາ​ຝັງ​ຢູ່​ໃນ​ພວກເຈົ້າ​ແລ້ວ ພວກເຈົ້າ​ປາຖະໜາ​ສິ່ງໃດ​ຈົ່ງ​ຂໍ ແລ້ວ​ສິ່ງ​ນັ້ນ​ຈະ​ເກີດ​ມີ​ແກ່​ພວກເຈົ້າ.


ພຣະເຢຊູເຈົ້າ​ຊົງ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ສິ່ງ​ທີ່​ພຣະເຈົ້າ​ໃຫ້ ແລະ​ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມ​ນໍ້າ​ຈາກ​ເຈົ້າ​ແລ້ວ ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ​ເພິ່ນ​ຈະ​ເອົາ​ນໍ້າ​ທີ່​ປະກອບ​ດ້ວຍ​ຊີວິດ​ໃຫ້​ແກ່​ເຈົ້າ.”


ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ​ນັ້ນ ແມ່ນ​ກິ່ນ​ເໝັນ​ແຫ່ງ​ຄວາມ​ຕາຍ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ສຳລັບ​ພວກ​ທີ່​ຖືກ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ນັ້ນ ແມ່ນ​ກິ່ນ​ຫອມ​ຫວານ​ແຫ່ງ​ຊີວິດ​ທີ່​ນຳ​ໄປ​ສູ່​ຊີວິດ. ຜູ້ໃດ​ໜໍ ຈະ​ເປັນ​ຜູ້​ທີ່​ຄູ່​ຄວນ​ກັບ​ພາລະກິດ​ເຊັ່ນນີ້?


ຂອງ​ປະທານ​ອັນ​ດີ​ທຸກຢ່າງ ແລະ​ຂອງຂວັນ​ອັນ​ດີເລີດ​ທຸກຢ່າງ ຍ່ອມ​ມາ​ຈາກ​ທາງ​ເທິງ ແລະ​ລົງ​ມາ​ຈາກ​ພຣະບິດາເຈົ້າ​ແຫ່ງ​ບັນດາ​ດວງ​ສະຫວ່າງ. ໃນ​ພຣະບິດາເຈົ້າ​ນັ້ນ ບໍ່ມີ​ການ​ປ່ຽນແປງ ແລະ​ບໍ່ມີ​ເງົາ​ເນື່ອງ​ຈາກ​ການ​ຊົງ​ໝູນວຽນ.


ແຕ່​ປັນຍາ​ທີ່​ມາ​ຈາກ​ເບື້ອງ​ເທິງ​ນັ້ນ ກ່ອນ​ອື່ນ​ໝົດ​ກໍ​ບໍຣິສຸດ ແລະ​ປະກອບ​ດ້ວຍ​ຄວາມ​ສະຫງົບສຸກ ຄວາມ​ສຸພາບ​ອ່ອນໂຍນ ຄວາມ​ເປັນ​ມິດ ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ໃຫ້​ຜົນ​ດີ ບໍ່​ເລືອກ​ໜ້າ​ຄົນ​ແລະ​ບໍ່​ໜ້າຊື່​ໃຈຄົດ.


ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ສາລະພາບ​ຜິດ​ຂອງຕົນ​ຕໍ່​ກັນແລະກັນ, ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ກັນແລະກັນ, ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ດີ​ພະຍາດ. ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້​ຊອບທຳ​ມີຣິດ​ສັກສິດ​ເຮັດ​ໃຫ້​ເກີດຜົນ.


ແລະ​ເມື່ອ​ພວກເຮົາ​ຂໍ​ສິ່ງໃດ​ຈາກ​ພຣະອົງ ພວກເຮົາ​ກໍໄດ້​ຮັບ​ສິ່ງ​ນັ້ນ ເພາະ​ພວກເຮົາ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະອົງ​ຊົງ​ພໍພຣະໄທ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka