ຢາໂກໂບ 1:4 - ພຣະຄຳພີສັກສິ4 ຈົ່ງໃຫ້ຄວາມໝັ້ນໃຈຂອງພວກເຈົ້ານັ້ນ ຍືນຍົງຕະຫລອດໄປ ເພື່ອວ່າພວກເຈົ້າຈະໄດ້ເປັນຄົນສຳເລັດແລະຄົບຖ້ວນ ໂດຍບໍ່ຂາດເຂີນສິ່ງໃດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່4 ຈົ່ງໃຫ້ຄວາມອົດທົນບັນລຸເຖິງເປົ້າໝາຍເພື່ອວ່າພວກເຈົ້າຈະໄດ້ເປັນຜູ້ໃຫຍ່ຂຶ້ນ ແລະ ຄວບຖ້ວນໂດຍບໍ່ຂາດຫຍັງ. Uka jalj uñjjattʼäta |
ຈົ່ງຂຽນນິມິດນີ້ໄວ້ ດ້ວຍວ່າສິ່ງທີ່ເຮົາໄດ້ບອກນັ້ນ ຍັງບໍ່ເຖິງເວລາທີ່ຈະເກີດຂຶ້ນເປັນຄວາມຈິງເທື່ອ. ແຕ່ກຳນົດນັ້ນກໍຈະມາເຖິງໃນໄວໆນີ້ ແລະສິ່ງທີ່ເຮົາສຳແດງຕໍ່ເຈົ້ານັ້ນຈະກາຍເປັນຄວາມຈິງ. ເບິ່ງຄືວ່າມັນມາຮອດຊ້າແທ້ ແຕ່ຈົ່ງລໍຄອຍເບິ່ງ; ມັນຈະມາຮອດຕາມເວລາທີ່ເຮົາໄດ້ກຳນົດໄວ້ແທ້ ແລະມັນຈະບໍ່ຊັກຊ້າ.
ເອປາຟາ ເປັນຄົນໜຶ່ງໃນພວກເຈົ້າ ແລະເປັນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ ກໍຝາກຄວາມຄິດເຖິງ ມາຍັງພວກເຈົ້າເໝືອນກັນ ເພິ່ນພາວັນນາອະທິຖານຢ່າງຮ້ອນຮົນສຳລັບພວກເຈົ້າຢູ່ສະເໝີ ໂດຍຂໍພຣະເຈົ້າບັນດານໃຫ້ພວກເຈົ້າຕັ້ງໝັ້ນຢູ່ ເປັນຜູ້ໃຫຍ່ຄົບຖ້ວນ ແລະເປັນຜູ້ທີ່ມີຄວາມໝັ້ນໃຈ ປະຕິບັດຕາມນໍ້າພຣະໄທຂອງພຣະເຈົ້າ.