ຢາໂກໂບ 1:25 - ພຣະຄຳພີສັກສິ25 ແຕ່ຜູ້ໃດທີ່ພິຈາລະນາເບິ່ງຢ່າງລະມັດລະວັງ ໃນກົດບັນຍັດອັນຄົບຖ້ວນ ຊຶ່ງເຮັດໃຫ້ມີອິດສະຫລະພາບ ແລະຕັ້ງໝັ້ນຢູ່ໃນກົດບັນຍັດນັ້ນ ຜູ້ນັ້ນກໍບໍ່ແມ່ນຜູ້ທີ່ໄດ້ຍິນແລ້ວລືມໄປ, ແຕ່ເປັນຜູ້ປະຕິບັດຕາມ ຄົນນັ້ນແຫຼະ ຈະໄດ້ຮັບພຣະພອນຈາກພຣະເຈົ້າ ໃນສິ່ງທີ່ຕົນກະທຳ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່25 ແຕ່ຜູ້ໃດກໍຕາມທີ່ຕັ້ງໃຈເບິ່ງກົດບັນຍັດອັນສົມບູນທີ່ໃຫ້ເສລີພາບ ແລະ ສືບຕໍ່ໃນເສລີພາບນັ້ນ ໂດຍບໍ່ລືມສິ່ງທີ່ພວກເຂົາໄດ້ຍິນ, ແຕ່ປະຕິບັດຕາມ ພວກເຂົາກໍຈະໄດ້ຮັບພອນໃນສິ່ງທີ່ຕົນກະທຳ. Uka jalj uñjjattʼäta |
ແຕ່ຂ້ານ້ອຍໄດ້ຮັບຄວາມຊ່ວຍເຫລືອມາຈາກພຣະເຈົ້າເທົ່າເຖິງທຸກວັນນີ້. ດັ່ງນັ້ນ ຂ້ານ້ອຍຈຶ່ງຢືນຢູ່ໃນທີ່ນີ້ ເປັນພະຍານແກ່ທຸກຄົນບໍ່ວ່າຜູ້ໃຫຍ່ ຫລືຜູ້ນ້ອຍກໍດີ, ຂ້ານ້ອຍບໍ່ໄດ້ເວົ້າເລື່ອງອື່ນໃດ ນອກຈາກຢືນຢັນເລື່ອງທີ່ພວກຜູ້ທຳນວາຍ ແລະໂມເຊໄດ້ກ່າວໄວ້ເທົ່ານັ້ນວ່າ ຈະຕ້ອງເກີດຂຶ້ນຄື:
ແລະຂ້າພະເຈົ້າໄດ້ຍິນພຣະສຸລະສຽງຈາກສະຫວັນ ຊົງສັ່ງວ່າ, “ຈົ່ງຂຽນໄວ້ວ່າ ‘ຄົນທັງຫລາຍທີ່ຕາຍໃນອົງພຣະຜູ້ເປັນເຈົ້າ ຕັ້ງແຕ່ນີ້ໄປກໍເປັນສຸກ.”’ ແລະພຣະວິນຍານຊົງຢືນຢັນວ່າ, “ຈິງຢູ່ແລ້ວ ເພື່ອພວກເຂົາຈະໄດ້ພັກຜ່ອນຈາກການເມື່ອຍຍາກຂອງຕົນ ເພາະການງານທີ່ພວກເຂົາໄດ້ເຮັດນັ້ນ ກໍຕິດຕາມພວກເຂົາໄປ.”