ຢາໂກໂບ 1:19 - ພຣະຄຳພີສັກສິ19 ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ຈົ່ງຈົດຈຳຂໍ້ນີ້ໄວ້ ຄືໃຫ້ທຸກຄົນວ່ອງໄວໃນການຟັງ, ຊ້າໃນການເວົ້າ, ຊ້າໃນການຄຽດຮ້າຍ, Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່19 ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ໃຫ້ຈົດຈຳຂໍ້ນີ້ຄື: ທຸກຄົນຈະຕ້ອງໄວໃນການຟັງ, ຊ້າໃນການເວົ້າ ແລະ ຊ້າໃນການໃຈຮ້າຍ, Uka jalj uñjjattʼäta |
ເມື່ອບໍ່ເຊື່ອຟັງແລ້ວພວກເພິ່ນກໍລືມໄລທຸກສິ່ງ ຄືການອັດສະຈັນຕ່າງໆທີ່ພຣະອົງໄດ້ກະທຳ; ດ້ວຍຄວາມຈອງຫອງພວກເພິ່ນໄດ້ເລືອກເອົາຜູ້ນຳ ພາພວກເພິ່ນກັບຄືນສູ່ປະເທດເອຢິບໄປເປັນທາດ. ແຕ່ພຣະອົງເປັນພຣະເຈົ້າທີ່ໃຫ້ອະໄພ ຊົງເມດຕາເອັນດູ ແລະມີຄວາມຮັກ; ພຣະອົງໂກດຮ້າຍຊ້າເພາະເມດຕາພວກເພິ່ນ ພຣະອົງຈຶ່ງບໍ່ໄດ້ປະຖິ້ມພວກເພິ່ນ.
ແຕ່ເຮົາບອກເຈົ້າທັງຫລາຍວ່າ, ຜູ້ໃດທີ່ໂກດຮ້າຍເຄືອງໃຈ ຕໍ່ອ້າຍເອື້ອຍນ້ອງຂອງຕົນ ຈະຖືກນຳຂຶ້ນສານເພື່ອຕັດສິນລົງໂທດ ຜູ້ໃດທີ່ເອີ້ນອ້າຍເອື້ອຍນ້ອງຂອງຕົນວ່າ, ‘ຄົນໂງ່ຈ້າ’ ຈະຖືກນຳຂຶ້ນສານສູງເພື່ອຕັດສິນລົງໂທດ ແລະຜູ້ໃດທີ່ເອີ້ນອ້າຍເອື້ອຍນ້ອງຂອງຕົນວ່າ, ‘ຄົນບ້າ’ ຜູ້ນັ້ນຈະຕົກບຶງໄຟນະຣົກ.