Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 1:17 - ພຣະຄຳພີສັກສິ

17 ຂອງ​ປະທານ​ອັນ​ດີ​ທຸກຢ່າງ ແລະ​ຂອງຂວັນ​ອັນ​ດີເລີດ​ທຸກຢ່າງ ຍ່ອມ​ມາ​ຈາກ​ທາງ​ເທິງ ແລະ​ລົງ​ມາ​ຈາກ​ພຣະບິດາເຈົ້າ​ແຫ່ງ​ບັນດາ​ດວງ​ສະຫວ່າງ. ໃນ​ພຣະບິດາເຈົ້າ​ນັ້ນ ບໍ່ມີ​ການ​ປ່ຽນແປງ ແລະ​ບໍ່ມີ​ເງົາ​ເນື່ອງ​ຈາກ​ການ​ຊົງ​ໝູນວຽນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

17 ຂອງປະທານ​ທຸກຢ່າງ​ທີ່​ດີ ແລະ ລ້ຳເລີດ​ນັ້ນ​ລ້ວນ​ແຕ່​ມາ​ຈາກ​ເບື້ອງເທິງ, ລົງ​ມາ​ຈາກ​ພຣະບິດາ​ແຫ່ງ​ດວງສະຫວ່າງ​ທັງຫລາຍ​ໃນ​ສະຫວັນ ຜູ້​ບໍ່​ປ່ຽນແປງ​ເໝືອນດັ່ງ​ເງົາ​ທີ່​ເຄື່ອນຍ້າຍ.

Uka jalj uñjjattʼäta Copia luraña




ຢາໂກໂບ 1:17
62 Jak'a apnaqawi uñst'ayäwi  

ໂຢເຊັບ​ຕອບ​ວ່າ, “ຂ້ານ້ອຍ​ແກ້​ຄວາມຝັນ​ບໍ່ໄດ້​ດອກ ແຕ່​ແມ່ນ​ພຣະເຈົ້າ​ຕ່າງຫາກ​ທີ່​ຈະ​ແກ້​ຄວາມຝັນ​ຢ່າງດີ​ໃຫ້​ທ່ານ​ໄດ້.”


ແລະ​ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ເຈົ້າ​ມີ​ຄວາມ​ເຂົ້າໃຈ​ອັນ​ເລິກເຊິ່ງ ແລະ​ປະກອບ​ດ້ວຍ​ສະຕິປັນຍາ ແລະ​ຕັ້ງ​ເຈົ້າ​ໄວ້​ເພື່ອ​ປົກຄອງ​ຊາດ​ອິດສະຣາເອນ ແລະ​ໃຫ້​ເຈົ້າ​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ.


ຂໍໂຜດ​ໃຫ້​ໂຊໂລໂມນ​ລູກຊາຍ​ຂອງ​ຂ້ານ້ອຍ​ມີ​ໃຈ​ປາຖະໜາ​ອັນ​ເຕັມ​ລົ້ນ ທີ່​ຈະ​ປະຕິບັດ​ຕາມ​ທຸກໆ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ ແລະ​ທີ່​ຈະ​ກໍ່ສ້າງ​ພຣະວິຫານ ຊຶ່ງ​ຂ້ານ້ອຍ​ໄດ້​ຈັດຕຽມ​ໄວ້​ແລ້ວ​ນີ້​ດ້ວຍ.”


ແຕ່​ພຣະອົງ​ຍັງ​ເປັນ​ຢູ່​ຢ່າງເດີມ​ສະເໝີໄປ ຊີວິດ​ຂອງ​ພຣະອົງ​ກໍ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.


ຈົ່ງ​ພາວັນນາ​ອະທິຖານ ເພື່ອ​ໃຫ້​ນະຄອນ​ເຢຣູຊາເລັມ​ມີ​ຄວາມ​ສະຫງົບສຸກ “ຈົ່ງ​ຈະເລີນ​ເທີ້ນ​ທຸກຄົນ​ທີ່​ຮັກ​ນະຄອນ​ເຢຣູຊາເລັມ​ເອີຍ


ພຣະອົງ​ໄດ້​ສ້າງ​ດວງສະຫວ່າງ​ທັງຫລາຍ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ຕາເວັນ​ແລະ​ເປັນ​ໂລ້ກຳບັງ ຊົງ​ປະທານ​ພຣະຄຸນ​ແລະ​ສະຫງ່າຣາສີ. ດ້ວຍ​ຄວາມ​ເມດຕາ​ແລະ​ກຽດສັກສີ ພຣະເຈົ້າຢາເວ​ໃຫ້​ຂອງ​ດີ ແກ່​ຜູ້​ທີ່​ເດີນ​ຕາມ​ທາງ​ອັນ​ຊອບທຳ​ຢ່າງ​ບໍ່​ອັ້ນ.


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຮົາ​ຈະເລີນ​ຮຸ່ງເຮືອງ ດິນແດນ​ຂອງ​ພວກເຮົາ​ຈະ​ໄດ້​ເກັບກ່ຽວ​ຢ່າງດີ.


ແມ່ນ​ພຣະເຈົ້າຢາເວ​ທີ່​ເປັນ​ຜູ້​ໂຜດ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມ​ເຂົ້າໃຈ​ແມ່ນ​ມາ​ຈາກ​ພຣະອົງ.


ລາວ​ຮູ້​ວຽກ​ຂອງຕົນ​ເພາະ​ພຣະເຈົ້າ​ໄດ້​ບອກສອນ​ລາວ.


ເຮົາ​ໄດ້ສ້າງ​ຄວາມ​ສະຫວ່າງ​ຂຶ້ນ​ມາ ຄວາມມືດ ເຮົາ​ກໍ​ນິຣະມິດ​ສ້າງ​ຂຶ້ນ​ດ້ວຍ; ເຮົາ​ນຳ​ພອນ ແລະ​ຄວາມພິນາດ​ມາ​ຄືກັນ ເຮົາ​ຄື​ພຣະເຈົ້າຢາເວ​ເຮັດ​ທຸກສິ່ງ​ເຫຼົ່ານີ້.


ຕັ້ງແຕ່ຕົ້ນ​ເຮົາ​ກ່າວ​ໄວ້​ກ່ອນ​ເຖິງ​ສິ່ງ​ທີ່​ຈະ​ມີ​ມາ ເຮົາ​ໄດ້​ບອກ​ໄວ້​ແຕ່​ດົນນານ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ. ເຮົາ​ບອກ​ວ່າ, ແຜນການ​ຂອງເຮົາ​ບໍ່ເຄີຍ​ຫລົ້ມເຫລວ ເຮົາ​ເຮັດ​ທຸກໆສິ່ງ​ຕາມ​ທີ່​ເຮົາ​ຢາກ​ເຮັດ.


ຕາເວັນ​ຈະ​ບໍ່​ເປັນ​ແຈ້ງ​ສຳລັບ​ກາງເວັນ​ຕໍ່ໄປ ຫລື​ເດືອນ​ຈະ​ບໍ່​ເປັນ​ແສງ​ແຈ່ມໃສ​ສຳລັບ​ກາງຄືນ​ອີກ; ແຕ່​ພຣະເຈົ້າຢາເວ​ຈະ​ເປັນ​ແສງແຈ້ງ​ສືບໄປ ແລະ​ພຣະເຈົ້າ​ຂອງເຈົ້າ​ຈະ​ເປັນ​ສະຫງ່າຣາສີ​ຂອງເຈົ້າ.


“ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ບໍ່​ປ່ຽນແປງ. ສ່ວນ​ພວກເຈົ້າ​ເຊື້ອສາຍ​ຂອງ​ຢາໂຄບ ຍັງ​ບໍ່​ສູນສິ້ນ​ໄປ​ໝົດ​ເທື່ອ​ນໍ.


ເຮົາ​ຈະ​ລົງ​ມາ​ກ່າວ​ແກ່​ເຈົ້າ​ຢູ່​ໃນ​ທີ່ນັ້ນ ແລະ​ເຮົາ​ຈະ​ເອົາ​ພຣະວິນຍານ​ບາງສ່ວນ ທີ່​ເຮົາ​ໄດ້​ປະທານ​ໃຫ້​ເຈົ້າ ແລະ​ມອບ​ໃຫ້​ພວກເຂົາ. ແລ້ວ​ພວກເຂົາ​ກໍ​ຈະ​ຊ່ວຍ​ເຈົ້າ​ຮັບຜິດຊອບ​ປະຊາຊົນ​ເຫຼົ່ານີ້ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ຮັບ​ພາລະ​ນີ້​ຜູ້​ດຽວ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ລົງ​ມາ​ໃນ​ກ້ອນ​ເມກ​ແລະ​ກ່າວ​ແກ່​ໂມເຊ. ພຣະອົງ​ໄດ້​ເອົາ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ແກ່​ໂມເຊ​ນັ້ນ ມອບ​ໃຫ້​ແກ່​ຜູ້ນຳ​ເຈັດສິບ​ຄົນ​ດ້ວຍ. ເມື່ອ​ພຣະວິນຍານ​ໄດ້​ລົງ​ມາ​ເທິງ​ພວກເຂົາ​ນັ້ນ ຕ່າງ​ກໍ​ຮ້ອງ​ສຽງດັງ​ເໝືອນ​ດັ່ງ​ຜູ້ທຳນວາຍ ແຕ່​ຫລັງຈາກ​ນັ້ນ​ພວກເຂົາ​ບໍ່ໄດ້​ເຮັດ​ຢ່າງ​ນັ້ນ​ອີກ.


ພຣະເຈົ້າ​ນັ້ນ​ບໍ່​ຄື​ມະນຸດ ຜູ້​ເວົ້າ​ຕົວະ​ເປັນ​ເດີ ພຣະອົງ​ບໍ່​ປ່ຽນ​ຄວາມ​ຄິດ​ເຫັນ ດັ່ງ​ມະນຸດ​ເຮົາ​ຈັກເທື່ອ. ເມື່ອ​ພຣະອົງ​ສັນຍາ​ເຮັດ​ສິ່ງໃດ​ແລ້ວ ພຣະອົງ​ກໍ​ເຮັດ​ສິ່ງ​ນັ້ນ​ທັນທີ ເມື່ອ​ພຣະອົງ​ກ່າວ​ຈາ ພຣະອົງ​ກໍ​ລົງ​ມື​ກະທຳ​ໂລດ.


ດ້ວຍເຫດນັ້ນ ພວກເຈົ້າ​ທີ່​ເປັນ​ຄົນຊົ່ວ​ກໍ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງຕົນ ຫລາຍກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ເອົາ​ຂອງ​ດີ​ໃຫ້​ແກ່​ຜູ້​ທີ່​ຂໍ​ຈາກ​ພຣະອົງ.”


ດ້ວຍເຫດນັ້ນ ພວກເຈົ້າ​ຜູ້​ເປັນ​ຄົນຊົ່ວ ກໍ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງຕົນ ຫລາຍກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ ແກ່​ຜູ້​ທີ່​ຂໍ​ຈາກ​ພຣະອົງ.”


ນີ້​ແມ່ນ​ຄວາມ​ສະຫວ່າງ​ອັນ​ແທ້ຈິງ ຄື​ຄວາມ​ສະຫວ່າງ​ທີ່​ເຂົ້າ​ມາ​ໃນ​ໂລກ ແລະ​ສ່ອງ​ແກ່​ຄົນ​ທັງປວງ.


ໂຢຮັນ​ຕອບ​ພວກເຂົາ​ວ່າ, “ມະນຸດ​ຈະ​ຮັບ​ສິ່ງໃດ​ບໍ່ໄດ້ ນອກຈາກ​ທີ່​ຊົງ​ໂຜດ​ປະທານ​ຈາກ​ສະຫວັນ ຈະ​ໃຫ້​ສິ່ງ​ນັ້ນ​ແກ່​ເພິ່ນ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່ໄດ້​ບັງເກີດ​ໃໝ່ ຜູ້ນັ້ນ​ຈະ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.”


ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກ​ຟາຣີຊາຍ​ອີກ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ຄວາມ​ສະຫວ່າງ​ຂອງ​ໂລກ ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ມີ​ຄວາມ​ສະຫວ່າງ​ແຫ່ງ​ຊີວິດ ແລະ​ຈະ​ບໍ່​ເດີນ​ຢູ່​ໃນ​ຄວາມມືດ​ຈັກເທື່ອ.”


ເມື່ອ​ພວກເຂົາ​ໄດ້ຍິນ​ດັ່ງນັ້ນ​ແລ້ວ, ຕ່າງ​ກໍ​ເຊົາ​ຕິຕຽນ​ເປໂຕ ແລ້ວ​ໄດ້​ພາກັນ​ສັນລະເສີນ​ພຣະເຈົ້າ​ໂດຍ​ກ່າວ​ວ່າ, “ຖ້າ​ເປັນ​ດັ່ງນີ້ ກໍ​ແມ່ນ​ພຣະເຈົ້າ​ທີ່​ໃຫ້​ຄົນຕ່າງຊາດ​ມີ​ໂອກາດ​ກັບ​ໃຈ​ໃໝ່ ແລະ​ຮັບ​ຊີວິດ​ໃໝ່​ເໝືອນກັນ.”


ພຣະເຈົ້າ​ໄດ້​ຍົກ​ພຣະເຢຊູເຈົ້າ​ຂຶ້ນ​ສູ່​ກໍ້າ​ຂວາ​ພຣະຫັດ​ຂອງ​ພຣະອົງ ໃຫ້​ເປັນ​ພຣະ​ຜູ້ນຳ ແລະ​ພຣະຜູ້ໂຜດຊ່ວຍ​ໃຫ້​ພົ້ນ ເພື່ອ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ​ມີ​ໂອກາດ​ກັບໃຈ​ໃໝ່ ແລະ​ຮັບ​ເອົາ​ການອະໄພ​ບາບກຳ​ຂອງ​ພວກເຂົາ.


ດ້ວຍວ່າ, ຄ່າຈ້າງ​ຂອງ​ຄວາມ​ຜິດບາບ​ກໍ​ຄື​ຄວາມ​ຕາຍ ແຕ່​ຂອງ​ພຣະຣາຊທານ​ອັນ​ໂຜດ​ມາ​ແຕ່​ພຣະເຈົ້າ ກໍ​ຄື​ຊີວິດ​ນິຣັນດອນ​ໃນ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ.


ຜູ້ໃດ​ເຮັດ​ໃຫ້​ເຈົ້າ​ຕ່າງ​ຈາກ​ຄົນອື່ນໆ ຫລື​ມີ​ສິ່ງໃດ​ທີ່​ເຈົ້າ​ບໍ່ໄດ້​ຮັບ, ຖ້າ​ເຈົ້າ​ໄດ້​ຮັບ​ແລ້ວ ເປັນຫຍັງ​ເຈົ້າ​ຈຶ່ງ​ອວດ​ເໝືອນ​ກັບ​ວ່າ​ເຈົ້າ​ບໍ່ໄດ້​ຮັບ​ເລີຍ?


ເພາະ​ພຣະເຈົ້າ​ອົງ​ທີ່​ໄດ້​ກ່າວ​ວ່າ, “ໃຫ້​ແສງແຈ້ງ​ສ່ອງ​ອອກ​ຈາກ​ຄວາມມືດ” ເປັນ​ພຣະເຈົ້າ​ອົງ​ທີ່​ສ່ອງ​ແສງ​ສະຫວ່າງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ເຖິງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊຶ່ງ​ສ່ອງ​ແສງ​ສະຫວ່າງ​ໃນ​ໃບ​ໜ້າ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ແລະ​ຂໍ​ຊົງ​ໂຜດ​ໃຫ້​ຕາ​ພາຍ​ໃນ​ຂອງ​ເຈົ້າ​ທັງຫລາຍ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ໃນ​ການ​ທີ່​ພຣະອົງ​ຊົງ​ເອີ້ນ​ພວກເຈົ້າ​ນັ້ນ ພຣະອົງ​ໄດ້​ຊົງ​ປະທານ​ຄວາມຫວັງ​ອັນ​ໃດ​ແກ່​ພວກເຈົ້າ ແລະ​ຮູ້​ວ່າ​ມໍຣະດົກ​ຂອງ​ພຣະອົງ​ສຳລັບ​ພວກ​ໄພ່ພົນ​ຂອງ​ພຣະອົງ​ນັ້ນ ມີ​ສະຫງ່າຣາສີ​ອັນ​ອຸດົມສົມບູນ​ພຽງ​ໃດ.


ດ້ວຍວ່າ, ຊຶ່ງ​ເຈົ້າ​ທັງຫລາຍ​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ນັ້ນ ກໍ​ຍ້ອນ​ພຣະຄຸນ​ດ້ວຍ​ທາງ​ຄວາມເຊື່ອ, ສິ່ງ​ເຫຼົ່ານີ້ ບໍ່ແມ່ນ​ພວກເຈົ້າ​ເຮັດ​ເອງ ແຕ່​ພຣະເຈົ້າ​ຊົງ​ປະທານ​ໃຫ້.


ຢ່າ​ໃຫ້​ຖືກ​ລໍ້ລວງ​ໄປ​ຂາບໄຫວ້​ແລະ​ຮັບໃຊ້ ສິ່ງ​ທີ່​ພວກເຈົ້າ​ເຫັນ​ໃນ​ຈັກກະວານ ເຊັ່ນ: ຕາເວັນ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ໝົດ​ທຸກ​ຊົນຊາດ​ອື່ນໆ​ຂາບໄຫວ້​ສິ່ງ​ເຫຼົ່ານີ້.


ດ້ວຍວ່າ, ພວກເຈົ້າ​ໄດ້​ຮັບ​ສິດ​ພິເສດ​ໃຫ້​ບົວລະບັດ​ຮັບໃຊ້​ພຣະຄຣິດ ບໍ່ແມ່ນ​ພຽງ​ໃຫ້​ເຊື່ອ​ໃນ​ພຣະອົງ​ເທົ່ານັ້ນ, ແຕ່​ຍັງ​ໃຫ້​ທົນ​ຄວາມທຸກ​ເພາະ​ເຫັນ​ແກ່​ພຣະອົງ​ດ້ວຍ.


ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ອະມະຕະ ແລະ​ຊົງ​ສະຖິດ​ຢູ່​ໃນ​ຄວາມ​ສະຫວ່າງ ຊຶ່ງ​ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ເຂົ້າ​ໄປ​ເຖິງ ເປັນ​ອົງ​ທີ່​ມະນຸດ​ບໍ່ໄດ້​ເຫັນ​ຈັກເທື່ອ ແລະ​ບໍ່​ສາມາດ​ເຫັນ​ໄດ້ ພຣະ​ກຽດ​ແລະ​ຣິດທານຸພາບ​ອັນ​ຖາວອນ ຈົ່ງ​ມີ​ແກ່​ພຣະອົງ​ນັ້ນ ອາແມນ.


ພຣະເຢຊູ​ຄຣິດເຈົ້າ​ຊົງ​ເປັນ​ຢູ່​ສະເໝີ​ກັນ ທັງ​ໃນ​ເວລາ​ວານ​ນີ້ ວັນ​ນີ້ ແລະ​ສືບໆໄປ​ເປັນນິດ.


ແຕ່​ຖ້າ​ຄົນ​ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ກໍ​ໃຫ້​ຜູ້ນັ້ນ​ທູນຂໍ​ຈາກ​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ຄົນ​ທັງປວງ​ດ້ວຍ​ພຣະ​ກະລຸນາ ບໍ່​ຊົງ​ກ່າວ​ຕິ ແລະ​ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນຂໍ.


ປັນຍາ​ຢ່າງ​ນີ້ ບໍ່ໄດ້​ມາ​ຈາກ​ເບື້ອງ​ເທິງ ແຕ່​ເປັນ​ປັນຍາ​ຂອງ​ຝ່າຍ​ໂລກນີ້, ເປັນ​ຢ່າງ​ທຳມະດາ​ມະນຸດ​ແລະ​ເປັນ​ຢ່າງ​ມານຮ້າຍ.


ແຕ່​ປັນຍາ​ທີ່​ມາ​ຈາກ​ເບື້ອງ​ເທິງ​ນັ້ນ ກ່ອນ​ອື່ນ​ໝົດ​ກໍ​ບໍຣິສຸດ ແລະ​ປະກອບ​ດ້ວຍ​ຄວາມ​ສະຫງົບສຸກ ຄວາມ​ສຸພາບ​ອ່ອນໂຍນ ຄວາມ​ເປັນ​ມິດ ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ໃຫ້​ຜົນ​ດີ ບໍ່​ເລືອກ​ໜ້າ​ຄົນ​ແລະ​ບໍ່​ໜ້າຊື່​ໃຈຄົດ.


ນີ້ແຫລະ ເປັນ​ຖ້ອຍຄຳ​ທີ່​ພວກເຮົາ​ໄດ້ຍິນ​ຈາກ​ພຣະອົງ ແລະ​ປະກາດ​ແກ່​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ເປັນ​ຄວາມ​ສະຫວ່າງ ໃນ​ພຣະອົງ​ບໍ່ມີ​ຄວາມມືດ​ເລີຍ.


ຄວາມຮັກ​ທີ່​ເຮົາ​ກ່າວ​ເຖິງ​ນີ້ ບໍ່ແມ່ນ​ເຮົາ​ທັງຫລາຍ​ໄດ້​ຮັກ​ພຣະເຈົ້າ ແຕ່​ພຣະເຈົ້າ​ໄດ້​ຊົງ​ຮັກ​ພວກເຮົາ ແລະ​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ສະເດັດ​ມາ ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບກຳ​ຂອງ​ພວກເຮົາ.


ນະຄອນ​ນັ້ນ ບໍ່​ຕ້ອງການ​ແສງ​ສະຫວ່າງ​ຂອງ​ດວງອາທິດ ຫລື​ດວງຈັນ, ເພາະວ່າ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ ຊົງ​ເປັນ​ແສງ​ສະຫວ່າງ​ຂອງ​ນະຄອນ​ນັ້ນ ແລະ​ພຣະ​ເມສານ້ອຍ ຊົງ​ເປັນ​ໂຄມໄຟ​ຂອງ​ນະຄອນ​ນັ້ນ.


ກາງຄືນ​ຈະ​ບໍ່ມີ​ອີກ​ຕໍ່ໄປ ແລະ​ພວກເຂົາ​ຈະ​ບໍ່​ຕ້ອງການ​ແສງ​ໂຄມໄຟ ຫລື​ແສງ​ຕາເວັນ, ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປັນ​ແສງ​ສະຫວ່າງ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ປົກຄອງ​ຢູ່​ຕະຫລອດ​ນິຣັນດອນ.


ແລະ​ອົງ​ຊົງ​ເປັນ​ທີ່​ເພິ່ງ​ອັນ​ແຂງ​ແກ່ນ​ຂອງ​ຊາດ​ອິດສະຣາເອນ ຈະ​ບໍ່​ເວົ້າຕົວະ​ຫລື​ປ່ຽນໃຈ. ພຣະອົງ​ບໍ່ແມ່ນ​ມະນຸດ ສະນັ້ນ ພຣະອົງ​ຈຶ່ງ​ບໍ່​ປ່ຽນໃຈ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka