Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 1:15 - ພຣະຄຳພີສັກສິ

15 ເມື່ອ​ຄວາມ​ປາຖະໜາ​ຊົ່ວ​ຂອງ​ລາວ​ຕັ້ງ​ຮາກ​ແລ້ວ ກໍ່​ໃຫ້​ເກີດ​ມີ​ຄວາມ​ຜິດບາບ ເມື່ອ​ຄວາມ​ຜິດບາບ​ໃຫຍ່​ຂຶ້ນ​ເຕັມ​ຂະໜາດ​ແລ້ວ ກໍ່​ໃຫ້​ເກີດ​ມີ​ຄວາມ​ຕາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ຫລັງ​ຈາກ​ທີ່​ຄວາມປາຖະໜາ​ຊົ່ວ​ໄດ້​ກໍ່​ໃຫ້​ເກີດ​ຂຶ້ນ​ແລ້ວ, ກໍ​ເຮັດ​ໃຫ້​ເກີດ​ມີ​ບາບ ແລະ ເມື່ອ​ບາບ​ຈະເລີນ​ຂຶ້ນ​ຢ່າງ​ເຕັມຂະໜາດ​ແລ້ວ​ກໍ​ກໍ່​ໃຫ້​ເກີດ​ມີ​ຄວາມຕາຍ.

Uka jalj uñjjattʼäta Copia luraña




ຢາໂກໂບ 1:15
21 Jak'a apnaqawi uñst'ayäwi  

ເວັ້ນໄວ້​ແຕ່​ຕົ້ນ​ທີ່​ໃຫ້​ຮູ້ຈັກ​ຄວາມດີ ແລະ​ຮູ້ຈັກ​ຄວາມຊົ່ວ. ເຈົ້າ​ຢ່າ​ກິນ​ໝາກໄມ້​ໃນ​ຕົ້ນ​ນັ້ນ; ຖ້າ​ເຈົ້າ​ຂືນ​ກິນ​ເມື່ອໃດ ເຈົ້າ​ກໍຈະ​ຕາຍ​ເມື່ອນັ້ນ.”


ຜູ້ຍິງ​ເຫັນ​ວ່າ ຕົ້ນໄມ້​ນັ້ນ​ຊ່າງ​ງາມ​ແທ້ ແລະ​ໝາກໄມ້​ກໍ​ເປັນ​ຕາ​ຢາກ​ກິນ​ອີຫລີ ທັງ​ຄິດ​ວ່າ ຖ້າ​ຕົນ​ສະຫລາດ​ຂຶ້ນ​ອີກ​ກໍ​ຄົງ​ດີ​ຫລາຍ. ດັ່ງນັ້ນ ນາງ​ຈຶ່ງ​ປິດ​ເອົາ​ໝາກໄມ້​ມາ​ກິນ ແລ້ວ​ກໍ​ຍື່ນໃຫ້​ຜົວ​ຂອງຕົນ​ກິນ​ນຳ​ດ້ວຍ ລາວ​ກໍໄດ້​ກິນ.


ກະສັດ​ດາວິດ​ສົ່ງ​ຄົນ​ໄປ​ນຳ​ເອົາ​ນາງ​ມາ ແລະ​ເຂົາ​ໄດ້​ພາ​ນາງ​ເຂົ້າ​ມາ​ພົບ​ເພິ່ນ ແລະ​ເພິ່ນ​ໄດ້​ສົມສູ່​ກັບ​ນາງ. (ນາງ​ຫາ​ກໍ​ເສັດສິ້ນ​ພິທີ​ຊຳລະ​ຕົວ ຫລັງຈາກ​ເຊົາ​ເປັນ​ປະຈຳເດືອນ.) ແລ້ວ​ນາງ​ກໍ​ກັບ​ເມືອ​ເຮືອນ.


ພວກເຂົາ​ສ້າງ​ແຜນການ​ໃຫ້​ເກີດ​ຄວາມ​ເດືອດຮ້ອນ ແລະ​ກະທຳ​ໃນ​ສິ່ງ​ຊົ່ວຊ້າ ໃນ​ຈິດໃຈ​ຂອງ​ພວກເຂົາ​ນັ້ນ ເຕັມໄປ​ດ້ວຍ​ການ​ຫລອກລວງ​ແລະ​ຕົວະຕົ້ມ.”


ເບິ່ງດູ ຄົນຊົ່ວຮ້າຍ​ຄິດ​ສິ່ງ​ທີ່​ຊົ່ວຮ້າຍ​ພຽງໃດ ພວກເຂົາ​ວາງແຜນ​ຊົ່ວຮ້າຍ​ແລະ​ດຳເນີນການ​ຫລອກລວງ​ອອກ​ມາ​ໃຫ້​ເດືອດຮ້ອນ.


ຄວາມຕາຍ​ຄື​ຈຸດຈົບ​ຂອງ​ຄົນຊົ່ວຮ້າຍ​ທຸກຄົນ ເປັນ​ຂອງ​ຄົນ​ທີ່​ບໍ່​ຍອມຮັບ​ເອົາ​ພຣະເຈົ້າ.


ຜູ້​ທີ່​ຕັ້ງໝັ້ນ​ຢູ່​ໃນ​ຄວາມ​ຊອບທຳ​ຈະ​ມີ​ຊີວິດ​ຢູ່, ແຕ່​ຜູ້​ທີ່​ມັກ​ເຮັດ​ຜິດ​ຢູ່​ເລື້ອຍໆ​ກໍ​ຈະ​ຕາຍ.


ແຜນການ​ຂອງ​ພວກເຈົ້າ​ບໍ່ໄດ້​ເລື່ອງ ແລະ​ບໍ່ມີ​ປະໂຫຍດ. ວິນຍານ​ຂອງເຮົາ​ເປັນ​ດັ່ງ​ໄຟ ທີ່​ຈະ​ທຳລາຍ​ພວກເຈົ້າ.


ພວກເຈົ້າ​ໄປ​ສານ​ແຕ່​ຄວາມ​ຍຸດຕິທຳ​ຈະ​ບໍ່​ຢູ່​ຝ່າຍ​ພວກເຈົ້າ ເພາະ​ພວກເຈົ້າ​ເວົ້າ​ຕົວະ​ເພື່ອ​ເອົາ​ຊະນະ​ຄະດີ. ພວກເຈົ້າ​ໃຊ້​ອຸບາຍ​ເພື່ອ​ທຳຮ້າຍ​ຄົນອື່ນ.


ຕໍ່ມາ ຜູ້ໜຶ່ງ​ໃນ​ພວກ​ສາວົກ​ສິບສອງ​ຄົນ ຄື​ຜູ້​ທີ່​ຊື່​ວ່າ ຢູດາ​ອິດສະກາຣີອົດ​ກໍໄດ້​ໄປ​ຫາ​ບັນດາ​ຫົວໜ້າ​ປະໂຣຫິດ


ແຕ່​ຝ່າຍ​ເຮົາ ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ແນມ​ເບິ່ງ​ແມ່ຍິງ​ດ້ວຍ​ໃຈ​ຄິດ​ຢາກ​ລ່ວງເກີນ​ຍິງ​ນັ້ນ ຜູ້ນັ້ນ​ໄດ້​ຫລິ້ນຊູ້​ໃນ​ໃຈ​ກັບ​ຍິງ​ນັ້ນ​ແລ້ວ.


ແຕ່​ວ່າ​ທຸກຄົນ​ທີ່​ຖືກ​ລໍ້ລວງ​ໃຫ້​ຫຼົງ ກໍ​ຕໍ່​ເມື່ອ​ຄວາມ​ປາຖະໜາ​ຊົ່ວ​ຊັກຈ່ອງ ແລະ​ຍົວະເຍົ້າ​ໃຫ້​ປະຕິບັດ​ຕາມ.


ໂດຍ​ນໍ້າພຣະໄທ​ຂອງ​ພຣະອົງ​ເອງ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ບັນດານ​ໃຫ້​ພວກເຮົາ​ບັງເກີດ​ດ້ວຍ​ພຣະທຳ​ອັນ​ສັດຈິງ ເພື່ອ​ພວກເຮົາ​ຈະ​ເປັນ​ຢ່າງ​ຜົນ​ທຳອິດ ແຫ່ງ​ສິ່ງ​ທັງຫລາຍ​ທີ່​ພຣະອົງ​ຊົງ​ສ້າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka