Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 1:14 - ພຣະຄຳພີສັກສິ

14 ແຕ່​ວ່າ​ທຸກຄົນ​ທີ່​ຖືກ​ລໍ້ລວງ​ໃຫ້​ຫຼົງ ກໍ​ຕໍ່​ເມື່ອ​ຄວາມ​ປາຖະໜາ​ຊົ່ວ​ຊັກຈ່ອງ ແລະ​ຍົວະເຍົ້າ​ໃຫ້​ປະຕິບັດ​ຕາມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

14 ແຕ່​ວ່າ​ແຕ່ລະຄົນ​ຖືກ​ລໍ້ລວງ​ກໍ​ເມື່ອ​ພວກເຂົາ​ຖືກ​ຊັກຈູງ​ໄປ​ໂດຍ​ຄວາມປາຖະໜາ​ຊົ່ວ​ຂອງ​ຕົນ ແລະ ຖືກ​ລໍ້ລວງ.

Uka jalj uñjjattʼäta Copia luraña




ຢາໂກໂບ 1:14
24 Jak'a apnaqawi uñst'ayäwi  

ຜູ້ຍິງ​ເຫັນ​ວ່າ ຕົ້ນໄມ້​ນັ້ນ​ຊ່າງ​ງາມ​ແທ້ ແລະ​ໝາກໄມ້​ກໍ​ເປັນ​ຕາ​ຢາກ​ກິນ​ອີຫລີ ທັງ​ຄິດ​ວ່າ ຖ້າ​ຕົນ​ສະຫລາດ​ຂຶ້ນ​ອີກ​ກໍ​ຄົງ​ດີ​ຫລາຍ. ດັ່ງນັ້ນ ນາງ​ຈຶ່ງ​ປິດ​ເອົາ​ໝາກໄມ້​ມາ​ກິນ ແລ້ວ​ກໍ​ຍື່ນໃຫ້​ຜົວ​ຂອງຕົນ​ກິນ​ນຳ​ດ້ວຍ ລາວ​ກໍໄດ້​ກິນ.


ເມື່ອ​ພຣະເຈົ້າຢາເວ​ເຫັນ​ວ່າ​ມະນຸດ​ຊົ່ວຮ້າຍ​ຫລາຍ​ຂຶ້ນ ແລະ​ຄວາມ​ຄິດ​ຊົ່ວ​ກໍ​ບັງຄັບ​ຈິດໃຈ​ພວກເຂົາ​ຢູ່​ທຸກ​ເວລາ,


ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.


ກະສັດ​ດາວິດ​ສົ່ງ​ຄົນ​ໄປ​ນຳ​ເອົາ​ນາງ​ມາ ແລະ​ເຂົາ​ໄດ້​ພາ​ນາງ​ເຂົ້າ​ມາ​ພົບ​ເພິ່ນ ແລະ​ເພິ່ນ​ໄດ້​ສົມສູ່​ກັບ​ນາງ. (ນາງ​ຫາ​ກໍ​ເສັດສິ້ນ​ພິທີ​ຊຳລະ​ຕົວ ຫລັງຈາກ​ເຊົາ​ເປັນ​ປະຈຳເດືອນ.) ແລ້ວ​ນາງ​ກໍ​ກັບ​ເມືອ​ເຮືອນ.


ຂ້ອຍ​ບໍ່ເຄີຍ​ຖືກ​ຈ່ອງ​ໄປ​ຍົກຍໍ​ສິ່ງ​ເຫຼົ່ານັ້ນ​ເລີຍ ໂດຍ​ຈູບມື​ໃຫ້​ຄວາມ​ເຄົາຣົບ​ແກ່​ສິ່ງ​ເຫຼົ່ານັ້ນ.


ຖ້າ​ຂ້ອຍ​ຖືກ​ເມຍ​ຂອງ​ເພື່ອນບ້ານ​ຈ່ອງດຶງ​ໄປ ແລະ​ຖ້າ​ຂ້ອຍ​ຜົກຈອບ​ຢູ່​ນອກ​ປະຕູ​ເຮືອນ​ຂອງ​ນາງ​ນັ້ນ;


ຈົ່ງ​ລະວັງ​ສິ່ງ​ທີ່​ເຈົ້າ​ຄິດ​ຢູ່ໃນໃຈ​ໃຫ້​ດີ ເພາະ​ຊີວິດ​ຂອງ​ຄົນ​ຖືກ​ຫລໍ່ຫລອມ​ຂຶ້ນ​ໂດຍ​ຄວາມ​ນຶກຄິດ.


ມັນ​ກໍ​ທຳນອງ​ດຽວ ກັບ​ກິນ​ຂີ້ເຖົ່າ​ນັ້ນແຫລະ. ຄວາມ​ຄິດ​ໂງ່​ຂອງ​ລາວ​ໄດ້​ພາ​ໃຫ້​ລາວ​ຫລົງ​ຜິດ​ໄປ​ເກີນກວ່າ​ຈະ​ຊ່ວຍ​ໄດ້. ລາວເອງ​ບໍ່​ຍອມ​ຮັບ​ເລີຍ​ວ່າ ຮູບເຄົາຣົບ​ທີ່​ຕົນ​ຖື​ຢູ່​ນັ້ນ​ບໍ່ແມ່ນ​ພຣະເຈົ້າ.


ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ຈະ​ທຳລາຍ​ພວກເຈົ້າ. ແລ້ວ​ຜູ້ໃດ​ແດ່​ຈະ​ຊ່ວຍ​ພວກເຈົ້າ​ໄດ້?


ແຕ່​ສິ່ງ​ທີ່​ອອກ​ມາ​ຈາກ​ປາກ​ກໍ​ອອກ​ມາ​ຈາກ​ໃຈ ສິ່ງ​ນີ້​ແຫຼະ ທີ່​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ.


ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ, ແຕ່​ການ​ຮັບປະທານ​ອາຫານ​ໂດຍ​ບໍ່ໄດ້​ລ້າງ​ມື​ກ່ອນ​ນັ້ນ ບໍ່ໄດ້​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ.”


ຕໍ່ມາ ພຣະວິນຍານ​ໄດ້​ນຳ​ພຣະເຢຊູເຈົ້າ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ໃຫ້​ມານຮ້າຍ​ທົດລອງ.


ແຕ່​ຝ່າຍ​ເຮົາ ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ແນມ​ເບິ່ງ​ແມ່ຍິງ​ດ້ວຍ​ໃຈ​ຄິດ​ຢາກ​ລ່ວງເກີນ​ຍິງ​ນັ້ນ ຜູ້ນັ້ນ​ໄດ້​ຫລິ້ນຊູ້​ໃນ​ໃຈ​ກັບ​ຍິງ​ນັ້ນ​ແລ້ວ.


ເພາະວ່າ ຄວາມ​ບາບ​ໄດ້​ຖື​ເອົາ​ກົດບັນຍັດ ເພື່ອ​ເປັນ​ຊ່ອງທາງ​ຫລອກລວງ​ເຮົາ ແລະ​ໄດ້​ຂ້າ​ເຮົາ​ໃຫ້​ຕາຍ​ດ້ວຍ​ກົດບັນຍັດ​ນັ້ນ.


ແຕ່​ເລື່ອງ​ນີ້​ໝາຍຄວາມວ່າ ສິ່ງ​ທີ່​ດີ​ນຳ​ຄວາມ​ຕາຍ​ມາ​ສູ່​ເຮົາ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ ແມ່ນ​ຄວາມ​ຜິດບາບ​ນັ້ນ​ແຫຼະ ຄື​ບາບ​ທີ່​ອາໄສ​ສິ່ງ​ດີ​ນຳ​ຄວາມ​ຕາຍ​ມາ​ສູ່​ເຮົາ ເພື່ອ​ໃຫ້​ສັນດານ​ແທ້​ຂອງ​ຄວາມ​ບາບ​ຖືກ​ເປີດເຜີຍ. ສະນັ້ນ ໂດຍ​ທາງ​ກົດບັນຍັດ​ຄວາມ​ຜິດບາບ​ຈຶ່ງ​ຖືກ​ສະແດງ​ໃຫ້​ເຫັນ​ວ່າ ມັນ​ຊົ່ວຮ້າຍ​ຫລາຍ​ທີ່ສຸດ.


ພວກເຈົ້າ​ຈົ່ງ​ຖອດ​ຖິ້ມ​ສະພາບ​ມະນຸດ​ເກົ່າ​ຂອງຕົນ ຊຶ່ງ​ຄູ່​ກັບ​ວິຖີ​ຊີວິດ​ເດີມ​ນັ້ນ​ເສຍ ທີ່​ກຳລັງ​ເສື່ອມເສຍ​ໄປ​ສູ່​ຄວາມ​ຕາຍ ຕາມ​ຕັນຫາ​ອັນ​ເປັນ​ທີ່​ຫລອກລວງ​ນັ້ນ.


ແຕ່​ຈົ່ງ​ຊ່ວຍ​ກັນແລະກັນ​ທຸກໆ​ວັນ ຕາບໃດ​ທີ່​ຍັງ​ໃຊ້​ຄຳ​ວ່າ, “ວັນ​ນີ້” ເພື່ອ​ບໍ່​ໃຫ້​ມີ​ຜູ້ໃດ​ໃນ​ພວກເຈົ້າ ຖືກ​ບາບ​ລໍ້ລວງ​ໃຫ້​ມີ​ຈິດໃຈ​ດື້ດ້ານ​ບໍ່​ເຊື່ອຟັງ.


ເມື່ອ​ຜູ້ໃດ​ຖືກ​ລໍ້ລວງ​ໃຫ້​ຫລົງ ຢ່າ​ໃຫ້​ຜູ້ນັ້ນ​ເວົ້າ​ວ່າ, “ພຣະເຈົ້າ​ຊົງ​ລໍ້ລວງ​ຂ້າພະເຈົ້າ​ໃຫ້​ຫລົງ” ເພາະວ່າ ຄວາມຊົ່ວ​ຈະ​ມາ​ລໍ້ລວງ​ພຣະເຈົ້າ​ໃຫ້​ຫລົງ​ບໍ່ໄດ້ ແລະ​ພຣະອົງ​ເອງ​ກໍ​ບໍ່​ຊົງ​ລໍ້ລວງ​ຜູ້ໃດ​ໃຫ້​ຫລົງ​ຈັກເທື່ອ.


ເມື່ອ​ຄວາມ​ປາຖະໜາ​ຊົ່ວ​ຂອງ​ລາວ​ຕັ້ງ​ຮາກ​ແລ້ວ ກໍ່​ໃຫ້​ເກີດ​ມີ​ຄວາມ​ຜິດບາບ ເມື່ອ​ຄວາມ​ຜິດບາບ​ໃຫຍ່​ຂຶ້ນ​ເຕັມ​ຂະໜາດ​ແລ້ວ ກໍ່​ໃຫ້​ເກີດ​ມີ​ຄວາມ​ຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka