Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 1:13 - ພຣະຄຳພີສັກສິ

13 ເມື່ອ​ຜູ້ໃດ​ຖືກ​ລໍ້ລວງ​ໃຫ້​ຫລົງ ຢ່າ​ໃຫ້​ຜູ້ນັ້ນ​ເວົ້າ​ວ່າ, “ພຣະເຈົ້າ​ຊົງ​ລໍ້ລວງ​ຂ້າພະເຈົ້າ​ໃຫ້​ຫລົງ” ເພາະວ່າ ຄວາມຊົ່ວ​ຈະ​ມາ​ລໍ້ລວງ​ພຣະເຈົ້າ​ໃຫ້​ຫລົງ​ບໍ່ໄດ້ ແລະ​ພຣະອົງ​ເອງ​ກໍ​ບໍ່​ຊົງ​ລໍ້ລວງ​ຜູ້ໃດ​ໃຫ້​ຫລົງ​ຈັກເທື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ເມື່ອ​ຖືກ​ລໍ້ລວງ​ໃຫ້​ເຮັດ​ບາບ ຢ່າ​ໃຫ້​ຜູ້ໃດ​ເວົ້າ​ວ່າ, “ພຣະເຈົ້າ​ລໍ້ລວງ​ຂ້ານ້ອຍ” ເພາະວ່າ​ຄວາມຊົ່ວ​ບໍ່​ສາມາດ​ລໍ້ລວງ​ພຣະເຈົ້າ​ໃຫ້​ເຮັດ​ບາບ​ໄດ້ ແລະ ພຣະອົງ​ກໍ​ບໍ່​ໄດ້​ລໍ້ລວງ​ຜູ້ໃດ,

Uka jalj uñjjattʼäta Copia luraña




ຢາໂກໂບ 1:13
9 Jak'a apnaqawi uñst'ayäwi  

ຕໍ່ມາ ພຣະເຈົ້າ​ໄດ້​ລອງໃຈ​ອັບຣາຮາມ; ພຣະອົງ​ເອີ້ນ​ເພິ່ນ​ວ່າ, “ອັບຣາຮາມ​ເອີຍ” ແລະ​ອັບຣາຮາມ​ກໍ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”


ຜູ້ຊາຍ​ຕອບ​ວ່າ, “ຜູ້ຍິງ​ທີ່​ພຣະອົງ​ມອບ​ໃຫ້​ຂ້ານ້ອຍ​ນັ້ນ ຍື່ນ​ໝາກໄມ້​ໃຫ້​ຂ້ານ້ອຍ​ກິນ ແລະ​ຂ້ານ້ອຍ​ກໍໄດ້​ກິນ.”


ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ພຣະອົງ​ຈຶ່ງ​ໃຫ້​ພວກ​ຂ້ານ້ອຍ​ໜີໄປ​ຈາກ​ພຣະອົງ? ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ດື້ດຶງ​ຈົນ​ຫັນໜີ​ໄປ​ຈາກ​ພຣະອົງ? ເພື່ອ​ເຫັນ​ແກ່​ພວກ​ທີ່​ຮັບໃຊ້​ພຣະອົງ ແລະ​ປະຊາຊົນ​ທີ່​ເປັນ​ພວກ​ຂອງ​ພຣະອົງ ຈົ່ງ​ກັບ​ມາ​ເທີ້ນ.


ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ອີກ​ວ່າ, ‘ຢ່າ​ທົດລອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ.”’


ຄົນ​ທີ່​ອົດທົນ​ຕໍ່​ການ​ທົດລອງ​ໃຈ​ກໍ​ເປັນ​ສຸກ ເພາະ​ເມື່ອ​ປາກົດ​ວ່າ​ຜູ້ນັ້ນ​ທົນ​ໄດ້​ແລ້ວ ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ.


ແຕ່​ວ່າ​ທຸກຄົນ​ທີ່​ຖືກ​ລໍ້ລວງ​ໃຫ້​ຫຼົງ ກໍ​ຕໍ່​ເມື່ອ​ຄວາມ​ປາຖະໜາ​ຊົ່ວ​ຊັກຈ່ອງ ແລະ​ຍົວະເຍົ້າ​ໃຫ້​ປະຕິບັດ​ຕາມ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເມື່ອ​ພວກເຈົ້າ​ພົບ​ການ​ທົດລອງ​ຕ່າງໆ ຈົ່ງ​ຖື​ວ່າ​ເປັນ​ເລື່ອງ​ໜ້າ​ຍິນດີທີ່ສຸດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka