ຢາໂກໂບ 1:12 - ພຣະຄຳພີສັກສິ12 ຄົນທີ່ອົດທົນຕໍ່ການທົດລອງໃຈກໍເປັນສຸກ ເພາະເມື່ອປາກົດວ່າຜູ້ນັ້ນທົນໄດ້ແລ້ວ ກໍຈະໄດ້ຮັບມົງກຸດແຫ່ງຊີວິດ ຊຶ່ງພຣະເຈົ້າໄດ້ຊົງສັນຍາໄວ້ແກ່ຄົນທັງຫລາຍທີ່ຮັກພຣະອົງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່12 ຄວາມສຸກມີແກ່ຜູ້ທີ່ອົດທົນຕໍ່ການທົດລອງ ເພາະເມື່ອຜ່ານການທົດສອບແລ້ວຜູ້ນັ້ນກໍຈະໄດ້ຮັບມົງກຸດແຫ່ງຊີວິດທີ່ອົງພຣະຜູ້ເປັນເຈົ້າໄດ້ສັນຍາໄວ້ກັບບັນດາຜູ້ທີ່ຮັກພຣະອົງ. Uka jalj uñjjattʼäta |
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’
ຈົ່ງຈົດຈຳວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພາພວກເຈົ້າ ໃນການເດີນທາງອັນຍາວນານນີ້ຜ່ານຖິ່ນແຫ້ງແລ້ງກັນດານ ເປັນເວລາ 40 ປີ ຢ່າງໃດ. ພຣະອົງກໍໄດ້ທົດສອບພວກເຈົ້າໃນຄວາມທຸກລຳບາກເໝືອນກັນ ເພື່ອຢາກຈະຢັ່ງຮູ້ຈິດໃຈຂອງພວກເຈົ້າວ່າເປັນຢ່າງໃດ ແລະພວກເຈົ້າຈະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງຫລືບໍ່?
ຢ່າຊູ່ຢ້ານຄວາມທຸກທໍຣະມານທີ່ພວກເຈົ້າກຳລັງຈະໄດ້ຮັບນັ້ນ. ເບິ່ງແມ! ມານຮ້າຍກຳລັງຈະຈັບພວກເຈົ້າບາງຄົນໃສ່ຄຸກ ເພື່ອທົດລອງໃຈພວກເຈົ້າ ແລະພວກເຈົ້າຈະໄດ້ຮັບຄວາມທຸກລຳບາກໃນລະຫວ່າງສິບວັນ ແຕ່ເຈົ້າຈົ່ງມີໃຈສັດຊື່ສຸດຈະຣິດ ຈົນເຖິງວັນຕາຍ ແລ້ວເຮົາຈະເອົາມົງກຸດແຫ່ງຊີວິດໃຫ້ແກ່ເຈົ້າ.