ເອຊາຢາ 9:6 - ພຣະຄຳພີສັກສິ6 ມີເດັກນ້ອຍຜູ້ໜຶ່ງໄດ້ເກີດມາໃຫ້ພວກເຮົາ ມີລູກຊາຍຜູ້ໜຶ່ງຖືກມອບໝາຍໃຫ້ພວກເຮົາແລ້ວ ພຣະອົງຈະຊົງນາມວ່າ, “ຜູ້ປຶກສາທີ່ອັດສະຈັນ” “ພຣະເຈົ້າຊົງຣິດ” “ພຣະບິດາສືບໄປ” “ອົງສັນຕິຣາດ” Uka jalj uñjjattʼäta |
ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ພຣະອົງໄດ້ສຳແດງໃຫ້ເຫັນວ່າພຣະອົງພໍໃຈນຳທ່ານຫລາຍທີ່ສຸດ ຈຶ່ງແຕ່ງຕັ້ງທ່ານໃຫ້ເປັນກະສັດແຫ່ງຊາດອິດສະຣາເອນ. ເພາະຄວາມຮັກຂອງພຣະເຈົ້າຢາເວສຳລັບຊາດອິດສະຣາເອນມີຕະຫລອດໄປ ພຣະອົງຈຶ່ງໄດ້ແຕ່ງຕັ້ງທ່ານໃຫ້ເປັນກະສັດຂອງພວກເຂົາ ເພື່ອທ່ານຈະຮັກສາກົດບັນຍັດແລະຄວາມຍຸດຕິທຳໄວ້.”
ໂອ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ພຮະເຈົ້າຊົງຣິດ ແລະອຳນາດຍິ່ງໃຫຍ່ ຊົງກະທຳໃຫ້ຢ້ານກົວແລະຊົງຍິ່ງໃຫຍ່ແທ້ ພຣະອົງຮັກສາພັນທະສັນຍາຢ່າງສັດຊື່ ຄາວກະສັດອັດຊີເຣຍໄດ້ຂົ່ມເຫັງພວກຂ້ານ້ອຍ. ຈົນເຖິງບັດນີ້ພວກຂ້ານ້ອຍຍັງໄດ້ທົນທຸກໜັກ ລວມກະສັດ ແລະຜູ້ນຳຂອງພວກຂ້ານ້ອຍດ້ວຍ ພວກປະໂຣຫິດ ແລະທັງພວກຜູ້ທຳນວາຍ ກັບບັນພະບຸລຸດ ແລະປະຊາຊົນອີກດ້ວຍ. ທຸກຄົນຕ່າງກໍໄດ້ຮັບຄວາມທົນທຸກທໍລະມານ ຂໍໂຜດລະນຶກເຖິງພວກຂ້ານ້ອຍແດ່ທ້ອນ
ຕໍ່ໄປນີ້ ແມ່ນລາຍຊື່ບັນພະບູລຸດຂອງພຣະເຢຊູຄຣິດເຈົ້າ ເຊື້ອສາຍຄົນໜຶ່ງຂອງດາວິດຜູ້ທີ່ສືບເຊື້ອສາຍມາຈາກອັບຣາຮາມ. 2-6(ກ) ແຕ່ອັບຣາຮາມເຖິງກະສັດດາວິດມີບັນພະບູລຸດດັ່ງລາຍຊື່ຕໍ່ລົງໄປນີ້: ອັບຣາຮາມ, ອີຊາກ, ຢາໂຄບ, ຢູດາ ແລະ ອ້າຍນ້ອງຂອງຕົນ, ຕໍ່ມາ ແມ່ນເປເຣັດ ແລະ ເຊຣາ (ແມ່ຂອງພວກເຂົາຊື່ວ່າຕາມາ), ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ (ແມ່ຂອງລາວຊື່ວ່າຣາຮາບ), ໂອເບັດ (ແມ່ຂອງລາວຊື່ວ່າ ຣຸດ), ເຢຊີ ແລະ ກະສັດດາວິດ. 6(ຂ)-11 ແຕ່ດາວິດເຖິງສະໄໝທີ່ປະຊາຊົນອິດສະຣາເອນຖືກຈັບໄປເປັນຊະເລີຍໃນນະຄອນບາບີໂລນ ມີບັນພະບູລຸດດັ່ງລາຍຊື່ຕໍ່ລົງໄປນີ້: ດາວິດ, ໂຊໂລໂມນ (ແມ່ຂອງລາວເຄີຍເປັນເມຍຂອງອູຣີຢາ), ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ, ເຢໂຮຣາມ, ອຸດຊີຢາ, ໂຢທາມ, ອາຮາດ, ເຮເສກີຢາ, ມານາເຊ, ອາໂມນ, ໂຢສີຢາ ແລະ ເຢໂຮຍອາກິນກັບພວກອ້າຍນ້ອງຂອງຕົນ.
ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ.