5 ເກີບທຸກຄູ່ທັງເສື້ອທີ່ເປິເປື້ອນດ້ວຍເລືອດທຸກໂຕ ຂອງສັດຕູທີ່ຮຸກຮານຈະຖືກເຜົາໄຟທັງສິ້ນ.
ຢາໂຄບເວົ້າວ່າ, “ຂ້ອຍໄດ້ເຫັນພຣະເຈົ້າຕໍ່ໜ້າຕໍ່ຕາ ແລະຂ້ອຍຍັງບໍ່ຕາຍ.” ສະນັ້ນ ເພິ່ນຈຶ່ງໃສ່ຊື່ບ່ອນນັ້ນວ່າ “ເປນີເອນ.”
ພຣະອົງເຮັດໃຫ້ເສິກສົງຄາມໃນທົ່ວໂລກຢຸດຕິລົງ ຫັກຄັນທະນູທຳລາຍຫອກແລະຈູດໂລ້.
ຂໍໃຫ້ດິນແດນໄດ້ນຳຄວາມຈະເລີນຮຸ່ງເຮືອງມາ ຂໍໃຫ້ດິນແດນປະສົບແຕ່ຄວາມຊອບທຳເຖີດ.
ຈົ່ງເອົາໃຈໃສ່ ແລະເຊື່ອຟັງເທວະດາ. ຢ່າຂັດຂືນ ເພາະແມ່ນເຮົາເອງທີ່ເປັນຜູ້ສັ່ງເທວະດານັ້ນ ແລະເພິ່ນຈະບໍ່ຍົກໂທດໃຫ້ແກ່ການຂັດຂືນໃດໆທັງສິ້ນ.
ຈົ່ງຟັງສຽງທີ່ເທິງພູ ຄືສຽງຂອງຝູງຄົນອັນແໜ້ນໜາ ສຽງຂອງຊົນຊາດ ແລະອານາຈັກຕ່າງໆທີ່ກຳລັງເຕົ້າໂຮມກັນ. ກອງທັບທັງຫລາຍຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ຕຽມກຳລັງສູ້ຮົບ.
ພຣະອົງຈະຕັດສິນການຂັດແຍ່ງ ໃນທ່າມກາງຊົນຊາດທັງຫລາຍ. ພວກເຂົາຈະຕີດາບເປັນໝາກສົບໄຖ ແລະຕີຫອກເປັນມີດຕອນຕົ້ນໄມ້. ຊົນຊາດທັງຫລາຍຈະບໍ່ເຮັດເສິກອີກຕໍ່ໄປ ຈະບໍ່ຕຽມເຂົ້າສູ່ການສົງຄາມອີກຈັກເທື່ອ.
ພວກເຂົາຈັດຕຽມບ່ອນເຜົາຈັກກະພັດອັດຊີເຣຍ ດ້ວຍກອງໄຟອັນໃຫຍ່ມາດົນແລ້ວ. ບ່ອນນັ້ນທັງເລິກທັງກວ້າງແລະທັງມີກອງຟືນສູງ. ພຣະເຈົ້າຢາເວຈະຫາຍໃຈເປັນແປວໄຟ ເພື່ອໄໝ້ເຜົາຜານບ່ອນນັ້ນ.
ຕໍ່ມາ ເທວະດາຕົນໜຶ່ງຂອງພຣະເຈົ້າຢາເວໄດ້ເຂົ້າໄປ ທີ່ຄ້າຍພັກຂອງກອງທັບອັດຊີເຣຍ ແລະຂ້າທະຫານໜຶ່ງຮ້ອຍແປດສິບຫ້າພັນຄົນ. ພໍເຊົ້າຂອງວັນໃໝ່ ພວກເຂົາທັງໝົດກໍນອນຕາຍເດຍລະດາດຢູ່ທີ່ນັ້ນ
ໂດຍຣິດອຳນາດຂອງອົງພຣະຜູ້ເປັນເຈົ້າ ພຣະອົງຈະຕັດສິນແລະຊຳລະປະເທດຊາດ ແລະຊຳລະລ້າງມົນທິນໃຫ້ສິ້ນໄປຈາກນະຄອນເຢຣູຊາເລັມ ແລະຊຳລະເລືອດທີ່ໄດ້ໄຫລລົງທີ່ນັ້ນດ້ວຍ.
ເພາະພຣະອົງໄດ້ຫັກແອກທີ່ເປັນພາລະໜັກ ແລະຫັກໄມ້ແສ້ທີ່ໃຊ້ຕີບ່າພວກເຂົານັ້ນ. ພຣະອົງໄດ້ເອົາຊະນະຊົນຊາດທັງຫລາຍ ທີ່ໄດ້ກົດຂີ່ຫາປະໂຫຍດນຳຄົນຂອງພຣະເຈົ້າ ດັ່ງພຣະອົງໄດ້ເອົາຊະນະແຕ່ດົນນານຜ່ານມາ ຄືກອງທັບມີດີອານແຕ່ດົນນານມາແລ້ວ.
ມີເດັກນ້ອຍຜູ້ໜຶ່ງໄດ້ເກີດມາໃຫ້ພວກເຮົາ ມີລູກຊາຍຜູ້ໜຶ່ງຖືກມອບໝາຍໃຫ້ພວກເຮົາແລ້ວ ພຣະອົງຈະຊົງນາມວ່າ, “ຜູ້ປຶກສາທີ່ອັດສະຈັນ” “ພຣະເຈົ້າຊົງຣິດ” “ພຣະບິດາສືບໄປ” “ອົງສັນຕິຣາດ”
ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ເຮົາຈະເລືອກເອົາຜູ້ໜຶ່ງໃນເຊື້ອສາຍຂອງດາວິດມາເປັນກະສັດຜູ້ຊອບທຳ. ກະສັດຜູ້ນີ້ຈະປົກຄອງຢ່າງສະຫລາດ ແລະຈະເຮັດແຕ່ສິ່ງທີ່ຖືກຕ້ອງ ແລະຍຸດຕິທຳຕະຫລອດທົ່ວທັງປະເທດ.
ພວກເຂົາຈະໄດ້ຍິນສຽງຕີນມ້າແລ່ນກະທືບພື້ນດິນ ສຽງລົດຮົບຈະກະທົບດິນ ແລະລໍ້ລົດກໍຈະດັງກ້ອງ. ພໍ່ບໍ່ໄດ້ຫລຽວຫລັງເບິ່ງລູກໆຂອງຕົນ ມືຂອງພວກເຂົາຈະຈັບຂ້າງພໍ່ຕົນຢ່າງອ່ອນເພຍເປ້ຍຫລ່ອຍ.
ເມື່ອມັນກະໂດດເຕັ້ນຢູ່ເທິງຈອມພູເຂົາທັງຫລາຍ ກໍມີສຽງດັງເໝືອນສຽງລົດຮົບ; ດັງປັອກແປັກຄືສຽງໄຟໄໝ້ຫຍ້າແຫ້ງຕາມທົ່ງນາ ມາເປັນຖັນແຖວຄືກອງທັບໃຫຍ່ເຂົ້າສູ່ສະໜາມຮົບ.
ປະໂຣຫິດຜູ້ເຮັດພິທີຈະເຜົາສ່ວນເຫຼົ່ານີ້ທັງໝົດນັ້ນເທິງແທ່ນບູຊາ ເພື່ອເປັນການຖວາຍອາຫານດ້ວຍໄຟແກ່ພຣະເຈົ້າຢາເວ.
ບັນດາປະໂຣຫິດຈະເຜົາສ່ວນເຫຼົ່ານີ້ທັງໝົດເທິງແທ່ນບູຊາ ເປັນອາຫານບູຊາເຜົາດ້ວຍໄຟທີ່ເປັນກິ່ນຫອມຫວນ ໄຂມັນທັງໝົດເປັນຂອງພຣະເຈົ້າຢາເວ.
ປະຊາຊົນເຢຣູຊາເລັມເອີຍ ຈົ່ງຮວບຮວມກຳລັງຂອງພວກເຈົ້າສາ ພວກເຮົາຖືກປິດລ້ອມແລ້ວ ພວກເຂົາກຳລັງໂຈມຕີຜູ້ນຳຂອງຊາດອິດສະຣາເອນ.
ຈົ່ງຟັງສຽງໄມ້ແສ້ ສຽງລໍ້ລົດໝູນໄປ ສຽງມ້າແລ່ນຫອບໄວໆ ແລະສຽງລົດຮົບກະທົບກະແທກ
ລາວຈະເປັນຜູ້ສ້າງພຣະວິຫານຂອງພຣະເຈົ້າຢາເວ ແລະຈະໄດ້ຮັບກຽດສົມກັບເປັນກະສັດ ແລະລາວຈະປົກຄອງປະຊາຊົນຂອງຕົນ. ຈະມີປະໂຣຫິດຄົນໜຶ່ງຢືນຢູ່ທີ່ຂ້າງບັນລັງຂອງລາວ ແລະພວກເຂົາຈະປົກຄອງຮ່ວມກັນຢ່າງສັນຕິສຸກ ແລະມີຄວາມເຂົ້າໃຈຊຶ່ງກັນແລະກັນ.’
ຂ້າພະເຈົ້າໃຫ້ພວກເຈົ້າຮັບບັບຕິສະມາດ້ວຍນໍ້າ ໝາຍເຖິງການຖິ້ມໃຈເກົ່າເອົາໃຈໃໝ່ກໍແມ່ນ, ແຕ່ຜູ້ທີ່ຈະມາພາຍຫລັງຂ້າພະເຈົ້າກໍມີຣິດກວ່າຂ້າພະເຈົ້າອີກ ຊຶ່ງຂ້າພະເຈົ້າບໍ່ສົມຄວນຈະຈັບແມ່ນແຕ່ເກີບເພິ່ນ, ເພິ່ນຈະໃຫ້ພວກເຈົ້າຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດເຈົ້າແລະດ້ວຍໄຟ
ເຮົາຈະບັນດານໃຫ້ ມີການອັດສະຈັນໃນທ້ອງຟ້າເບື້ອງເທິງ ແລະໝາຍສຳຄັນໃນໂລກເບື້ອງລຸ່ມ ຈະມີເລືອດ ມີໄຟ ແລະມີອາຍຄວັນ,
ມີລີ້ນເປັນຮູບເໝືອນແປວໄຟໄດ້ປາກົດໃຫ້ພວກເພິ່ນເຫັນ ແລະລິ້ນນັ້ນໄດ້ແຕກກະຈາຍອອກໄປຢູ່ເທິງພວກເພິ່ນທຸກຄົນຜູ້ລະລິ້ນ.
ເພື່ອລົງໂທດຜູ້ທີ່ປະຕິເສດພຣະເຈົ້າ ແລະຜູ້ທີ່ບໍ່ຍອມເຊື່ອຟັງຂ່າວປະເສີດເລື່ອງອົງພຣະເຢຊູເຈົ້າຂອງພວກເຮົາ.
ເທວະດາຂອງອົງພຣະຜູ້ເປັນເຈົ້າຈຶ່ງຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງຢາກຮູ້ຊື່ຂອງເຮົາ? ເພາະຊື່ຂອງເຮົາເປັນຊື່ແຫ່ງການອັດສະຈັນ.”
ເວລາທີ່ກະສັດໂຊນກຳລັງກ່າວກັບປະໂຣຫິດຢູ່ນັ້ນ ການສັບສົນວຸ້ນວາຍຢູ່ໃນຄ້າຍຂອງພວກຟີລິດສະຕິນກໍທະວີຄວາມຮ້າຍແຮງຍິ່ງຂຶ້ນ ກະສັດໂຊນເລີຍເວົ້າວ່າ, “ບໍ່ມີເວລາພໍທີ່ຈະປຶກສາກັບອົງພຣະຜູ້ເປັນເຈົ້າດອກ.”