20 ປະຊາຊົນທົ່ວທັງປະເທດໄດ້ເກັບເລັມເອົາອາຫານມາກິນ ບ່ອນລະເລັກລະນ້ອຍຕາມທີ່ຕົນຫາໄດ້, ແຕ່ພວກເຂົາກໍບໍ່ອີ່ມເປັນຈັກເທື່ອ ຈຶ່ງກິນແມ່ນແຕ່ລູກຂອງຕົນເອງ.
ແນ່ນອນ ຄົນໂງ່ຈ້າຜູ້ທີ່ງໍມືງໍຕີນຢູ່ກໍປ່ອຍໃຫ້ຕົນອຶດຕາຍ.
ພວກເຈົ້າຈະຖືກຂ້າໃນສະໜາມຮົບ ຫລືຈະຖືກແກ່ໄປເປັນຊະເລີຍເສິກ. ເຖິງປານນັ້ນກໍຕາມ ຄວາມໂກດຮ້າຍຂອງພຣະອົງກໍຈະບໍ່ສິ້ນສຸດເປັນ; ແຕ່ມືພຣະອົງຍັງຢຽດອອກຢູ່ເພື່ອລົງໂທດພວກເຈົ້າ.
ອົງພຣະຜູ້ເປັນເຈົ້າຈະເປັນຜູ້ລ້ຽງປະຊາຊົນຂອງພຣະອົງຜູ້ຍາກຈົນ ແລະຈະໃຫ້ພວກເຂົາມີຊີວິດຢູ່ຢ່າງປອດໄພ, ແຕ່ພຣະອົງຈະສົ່ງຄວາມອຶດຢາກອັນຮ້າຍແຮງມາສູ່ຊາວຟີລິດສະຕິນ ແລະສິ່ງນັ້ນຈະບໍ່ປ່ອຍໃຫ້ຜູ້ໃດລອດຊີວິດເຫຼືອຢູ່ເລີຍ.
ບັດນີ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໃກ້ຈະເອົາທຸກສິ່ງແລະທຸກຄົນທີ່ປະຊາຊົນເພິ່ງພາອາໄສໄດ້ໄປຈາກນະຄອນເຢຣູຊາເລັມແລະຢູດາຍ. ສິ່ງທີ່ພຣະອົງກຳລັງຈະເອົາໄປຈາກພວກເຂົາມີດັ່ງນີ້: ເຂົ້າຈີ່ແລະນໍ້າດື່ມ,
ເຮົາຈະເຮັດໃຫ້ພວກກົດຂີ່ເຈົ້າຂ້າກັນເອງ ພວກເຂົາຈະມົວຂ້າຟັນກັນຢ່າງໂມໂຫໃຫຍ່. ແລ້ວທົ່ວໂລກກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ຜູ້ຊ່ວຍເຈົ້າໃຫ້ພົ້ນແລະພຣະຜູ້ໄຖ່ຂອງເຈົ້າ. ແລ້ວພວກເຂົາກໍຈະຮູ້ຈັກວ່າເຮົາແມ່ນອົງຊົງຣິດອຳນາດຍິ່ງໃຫຍ່ຂອງຢາໂຄບ.”
ພຣະເຈົ້າຢາເວໂກດຮ້າຍປະຊາຊົນຂອງພຣະອົງ ແລະຢຽດມືອອກລົງໂທດພວກເຂົາສາແລ້ວ. ພູທັງຫລາຍຈະສັ່ນສະເທືອນ ແລະຊາກສົບຂອງຄົນຕາຍກໍຈະຖືກປະປ່ອຍໄວ້ຕາມຖະໜົນຫົນທາງດັ່ງຂີ້ເຫຍື້ອ. ເຖິງປານນັ້ນ ພຣະອົງກໍຍັງບໍ່ເຊົາໂກດຮ້າຍ ແຕ່ຍັງຈະຢຽດມືອອກເພື່ອລົງໂທດພວກເຂົາຕໍ່ໄປ.
ໄພພິບັດສອງຢ່າງໄດ້ຕົກຖືກເຈົ້າແລ້ວ ຄືດິນແດນເຈົ້າໄດ້ຖືກເສິກທຳລາຍກ້ຽງ ແລະປະຊາຊົນຂອງເຈົ້າກໍໄດ້ຕາຍອຶດຕາຍຫິວ ບໍ່ມີຜູ້ໃດຈັກຄົນໃຫ້ຄວາມເຫັນໃຈແກ່ເຈົ້າ.
ປະຊາຊົນຈະພາກັນຊັດເຊພະເນຈອນໄປຢູ່ທົ່ວປະເທດ ທັງສິ້ນຫວັງ ແລະອຶດຢາກ. ເພາະຄວາມອຶດຢາກ ແລະຄວາມໂກດຮ້າຍ ພວກເຂົາຈະປ້ອຍດ່າກະສັດແລະພຣະເຈົ້າຂອງຕົນ. ພວກເຂົາອາດຈະເງີຍໜ້າຂຶ້ນສູ່ຟ້າຫລືກົ້ມໜ້າລົງສູ່ດິນ
ແຕ່ພວກເຂົາຈະບໍ່ເຫັນຫຍັງເລີຍ ມີແຕ່ຄວາມເດືອດຮ້ອນແລະຄວາມມືດເທົ່ານັ້ນ ຄືຄວາມມືດອັນໜ້າຢ້ານກົວຍິ່ງ ຊຶ່ງພວກເຂົາຕ້ອງພົບ. ພວກເຂົາບໍ່ມີທາງທີ່ຈະຫລົບໜີຈາກຄວາມເດືອດຮ້ອນອັນນີ້ໄດ້ເລີຍ.
ແລ້ວເຮົາຈະທຸບພວກເຂົາດັ່ງໄຫເຫຼົ້າທຸບກັນ ບໍ່ວ່າເຖົ້າຫລືໜຸ່ມກໍຕາມ. ພຣະເຈົ້າຢາເວກ່າວວ່າ, ເຮົາຈະບໍ່ມີຄວາມເມດຕາ, ຄວາມປານີ ຫລືຄວາມສົງສານໃດໆ ເມື່ອເຮົາທຳລາຍພວກເຂົາ.”
ສັດຕູຈະປິດລ້ອມເມືອງ ແລະພະຍາຍາມຂ້າຊາວເມືອງຖິ້ມ. ການປິດລ້ອມເມືອງຈະເປັນການໜ້າຢ້ານກົວທີ່ສຸດ ຈົນຊາວເມືອງຈະກິນກັນເອງ ແລະກິນແມ່ນແຕ່ລູກຂອງຕົນເອງ.”
ໄພພິບັດທີ່ມາເຖິງຄົນຂອງຂ້ອຍ ມີແຕ່ສິ່ງຢ້ານກົວ ແມ່ຜູ້ທີ່ຮັກລູກຮັກຜົວ ກໍຕົ້ມລູກຂອງຕົນເອງກິນໄດ້.
ພວກເຈົ້າຈະກິນແຕ່ຈະບໍ່ຮູ້ອີ່ມ ຕາມຄວາມຈິງແລ້ວພວກເຈົ້າຍັງຈະຫິວຢູ່ເລື້ອຍໆ. ພວກເຈົ້າຈະໄດ້ສິ່ງຂອງຫລາຍຢ່າງມາ ແຕ່ພວກເຈົ້າຈະທ້ອນໂຮມໄວ້ບໍ່ໄດ້; ທຸກສິ່ງທີ່ພວກເຈົ້າຈະສະສົມໄວ້ ເຮົາຈະທຳລາຍສິ່ງນັ້ນດ້ວຍໄພສົງຄາມ.
ແລ້ວຂ້າພະເຈົ້າກໍກ່າວຕໍ່ຝູງແກະວ່າ, “ຂ້າພະເຈົ້າຈະບໍ່ເປັນຜູ້ລ້ຽງຂອງພວກເຈົ້າອີກຕໍ່ໄປ. ພວກທີ່ຕາຍກໍໃຫ້ຕາຍໄປ. ພວກທີ່ຖືກທຳລາຍກໍໃຫ້ຖືກທຳລາຍໄປ. ພວກທີ່ຍັງເຫລືອຢູ່ກໍຈະທຳລາຍກັນເອງ.”
ຖ້າອານາຈັກໃດເກີດແຕກແຍກກັນແລ້ວ ອານາຈັກນັ້ນກໍຈະຕັ້ງໝັ້ນຢູ່ຕໍ່ໄປບໍ່ໄດ້,