Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 9:2 - ພຣະຄຳພີສັກສິ

2 ປະຊາຊົນ​ຜູ້​ທີ່​ໃຊ້​ຊີວິດ​ຢູ່​ໃນ​ຄວາມ​ມືດໜາ ກໍໄດ້​ເຫັນ​ແສງແຈ້ງ​ອັນ​ຍິ່ງໃຫຍ່​ສາ​ແລ້ວ. ພວກເຂົາ​ເຄີຍ​ອາໄສ​ຢູ່​ໃນ​ດິນແດນ​ແຫ່ງ​ເງົາ​ມືດມົວ ແຕ່​ບັດນີ້ ແສງແຈ້ງ​ໃສ​ກຳລັງ​ສ່ອງ​ໃສ່​ພວກ​ເຂົາເຈົ້າ.

Uka jalj uñjjattʼäta Copia luraña




ເອຊາຢາ 9:2
22 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຈະ​ຈາກ​ໄປ​ໃນ​ບໍ່​ຊ້າ​ນີ້ ແລະ​ຈະ​ບໍ່​ກັບຄືນ​ມາ ສູ່​ດິນແດນ​ອັນ​ມືດມົວ​ແລະ​ເສົ້າໂສກ


ບາງຄົນ​ຢູ່​ໃນ​ຄວາມມືດ​ຢ່າງ​ໂສກເສົ້າ​ລະທົມ​ໃຈ ຄື​ນັກໂທດ​ທັງຫລາຍ​ທີ່​ທົນທຸກ​ເພາະ​ຖືກ​ລ່າມໂສ້


ພຣະອົງ​ເຮັດ​ໃຫ້​ພົ້ນ​ໂສກເສົ້າ​ແລະ​ມືດມົວ ແລະ​ຫັກ​ໂສ້​ທີ່​ໄດ້​ລ່າມ​ພວກເຂົາ​ໃຫ້​ເປັນ​ຕ່ອນໆ.


ເຖິງ​ວ່າ​ຜ່ານ​ຮ່ອມພູ​ອັນ​ມືດໜາ ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ​ເພາະ​ພຣະອົງ​ຢູ່​ດ້ວຍ. ໄມ້ຄ້ອນ​ແລະ​ໄມ້ເທົ້າ​ຂອງ​ພຣະອົງ ກໍ​ປົກປ້ອງ​ຮັກສາ​ຂ້ານ້ອຍ​ໃຫ້​ພົ້ນ.


ຂ້າແດ່​ພຣະເຈົ້າຢາເວ ເມື່ອ​ຂ້ານ້ອຍ​ນອນ​ລົງ​ກໍ​ເປັນ​ສຸກໃຈ ເພາະ​ພຣະອົງ​ໂຜດ​ຮັກສາ​ໃຫ້​ປອດໄພ​ຢ່າງດີ​ຍິ່ງ.


ຂໍ​ໃຫ້​ທຸກຄົນ​ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ເຊື່ອຟັງ​ຄຳສັ່ງສອນ​ຂອງ​ຜູ້ຮັບໃຊ້​ພຣະເຈົ້າ ເຖິງ​ວ່າ​ທາງ​ທີ່​ເດີນ​ໄປ​ນັ້ນ​ມືດມົວ​ກໍ​ຈິງ ແຕ່​ຈົ່ງ​ໄວ້ວາງໃຈ​ໃນ​ພຣະນາມ​ແຫ່ງ​ພຣະເຈົ້າຢາເວ ແລະ​ເພິ່ງ​ພຣະເຈົ້າ​ແຫ່ງຕົນ.


ຕາເວັນ​ຈະ​ບໍ່​ເປັນ​ແຈ້ງ​ສຳລັບ​ກາງເວັນ​ຕໍ່ໄປ ຫລື​ເດືອນ​ຈະ​ບໍ່​ເປັນ​ແສງ​ແຈ່ມໃສ​ສຳລັບ​ກາງຄືນ​ອີກ; ແຕ່​ພຣະເຈົ້າຢາເວ​ຈະ​ເປັນ​ແສງແຈ້ງ​ສືບໄປ ແລະ​ພຣະເຈົ້າ​ຂອງເຈົ້າ​ຈະ​ເປັນ​ສະຫງ່າຣາສີ​ຂອງເຈົ້າ.


ດິນແດນ​ຂອງ​ເຜົ່າ​ເຊບູໂລນ​ກັບ​ເຜົ່າ​ເນັບທາລີ ເຄີຍ​ໄດ້​ເສື່ອມເສຍ​ກຽດສັກສີ​ມາ​ເທື່ອໜຶ່ງ​ແລ້ວ. ແຕ່​ໃນ​ອະນາຄົດ ກຽດສັກສີ​ຈະ​ຖືກ​ນຳ​ມາ​ສູ່​ພູມີ​ພາກນີ້ ຄື​ຕັ້ງແຕ່​ທະເລ​ເມດີແຕຣາເນ ຈົນເຖິງ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ຟາກ​ນັ້ນ ແລະ​ຈົນຮອດ​ແຂວງ​ຄາລີເລ ຄື​ບ່ອນ​ທີ່​ຊາວ​ຕ່າງ​ປະເທດ​ອາໄສ​ຢູ່.


ພຣະອົງ ອົງ​ໄດ້​ສ້າງ​ດວງດາວ​ທັງຫລາຍ ຄື​ດາວ​ໄກ່ນ້ອຍ ແລະ​ດາວ​ໄຖ​ດ້ວຍ. ພຣະອົງ​ເຮັດ​ໃຫ້​ມືດ​ກາຍເປັນ​ສະຫວ່າງ ແລະ​ໃຫ້​ກາງເວັນ​ນັ້ນ​ກາຍເປັນ​ກາງຄືນ. ພຣະອົງ​ເອີ້ນ​ນໍ້າ​ທະເລ​ແລະ​ເທ​ໃສ່​ພິພົບ ພຣະອົງ​ຊົງ​ນາມ​ວ່າ ພຣະເຈົ້າຢາເວ.


ປະຊາຊົນ​ຜູ້​ທີ່​ໃຊ້​ຊີວິດ​ຢູ່​ໃນ​ຄວາມ​ມືດໜາ ໄດ້​ເຫັນ​ແສງ​ແຈ້ງ​ອັນ​ຍິ່ງໃຫຍ່. ສຳລັບ​ພວກ​ທີ່​ຢູ່​ໃນ​ເງົາ​ແຫ່ງ​ຄວາມຕາຍ ແສງ​ແຈ້ງ​ໃສ​ໄດ້​ສ່ອງ​ໃສ່​ເຂົາເຈົ້າ.”


ຄື​ແສງ​ສະຫວ່າງ​ສ່ອງ​ແຈ້ງ ເປີດເຜີຍ​ພຣະ​ປະສົງ​ ແກ່​ບັນດາ​ປະຊາຊາດ ແລະ​ນຳ​ເອົາ​ສະຫງ່າຣາສີ​ມາ​ສູ່ ອິດສະຣາເອນ​ພົນລະເມືອງ​ ຂອງ​ພຣະເຈົ້າ.”


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄວາມ​ສະຫວ່າງ​ຈະ​ຍັງ​ຢູ່​ກັບ​ພວກເຈົ້າ​ອີກ​ໜ້ອຍໜຶ່ງ ເມື່ອ​ຍັງ​ມີ​ຄວາມ​ສະຫວ່າງ​ຢູ່​ກໍ​ຈົ່ງ​ຍ່າງ​ໄປ​ເທາະ ເພາະ​ຢ້ານ​ວ່າ​ຄວາມມືດ​ຈະ​ຕາມ​ມາ​ທັນ​ພວກເຈົ້າ. ດ້ວຍວ່າ, ຜູ້​ທີ່​ຍ່າງ​ໃນ​ຄວາມມືດ​ນັ້ນ ກໍ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ.


ເຮົາ​ເປັນ​ຄວາມ​ສະຫວ່າງ​ທີ່​ເຂົ້າ​ມາ​ໃນ​ໂລກນີ້ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຢູ່​ໃນ​ຄວາມມືດ.


ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກ​ຟາຣີຊາຍ​ອີກ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ຄວາມ​ສະຫວ່າງ​ຂອງ​ໂລກ ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ມີ​ຄວາມ​ສະຫວ່າງ​ແຫ່ງ​ຊີວິດ ແລະ​ຈະ​ບໍ່​ເດີນ​ຢູ່​ໃນ​ຄວາມມືດ​ຈັກເທື່ອ.”


ເມື່ອ​ກ່ອນ​ພວກເຈົ້າ​ເຄີຍ​ຢູ່​ໃນ​ຄວາມມືດ ແຕ່​ເນື່ອງ​ຈາກ​ວ່າ​ພວກເຈົ້າ​ໄດ້​ກາຍເປັນ​ໄພ່ພົນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ຄວາມ​ສະຫວ່າງ. ດັ່ງນັ້ນ ພວກເຈົ້າ​ຈົ່ງ​ດຳເນີນ​ຊີວິດ ເໝືອນ​ດັ່ງ​ຄົນ​ທີ່​ຢູ່​ຝ່າຍ​ຄວາມ​ສະຫວ່າງ​ແລ້ວ.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ວ່າ, ‘ພວກເຂົາ​ພວມ​ຮິບໂຮມ​ເອົາ​ເຄື່ອງ​ມາ​ແບ່ງປັນ​ກັນ ມີ​ຜູ້​ສາວ​ໜຶ່ງ​ຫລື​ສອງ​ຄົນ​ຕໍ່​ທະຫານ​ຜູ້ໜຶ່ງ ມີ​ເສື້ອຜ້າ​ລາຄາ​ແພງໆ​ອີກ​ເພື່ອ​ໃຫ້​ສີເສຣາ ທັງ​ຜ້າ​ຫຍິບແສ່ວ​ງາມໆ​ຄ້ອງຄໍ​ຣາຊີນີ​ດ້ວຍ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka