Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 9:19 - ພຣະຄຳພີສັກສິ

19 ເພາະ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໂກດຮ້າຍ ພຣະອົງ​ຈຶ່ງ​ທຳລາຍ​ດິນແດນ​ແລະ​ປະຊາຊົນ​ໃຫ້​ຈິບຫາຍ​ໄປ​ດັ່ງ​ໄຟ​ເຜົາຜານ ໂດຍ​ແຕ່ລະຄົນ​ໄດ້​ຮັບ​ໂທດ​ນັ້ນ​ເທົ່າກັນ.

Uka jalj uñjjattʼäta Copia luraña




ເອຊາຢາ 9:19
32 Jak'a apnaqawi uñst'ayäwi  

ສະເກັດ​ໄຟ​ຍ່ອມ​ໄໝ້​ຫຍ້າແຫ້ງ​ໄດ້​ສັນໃດ ຄົນ​ແຂງແຮງ​ກໍ​ຈະ​ຖືກ​ການຊົ່ວ​ທີ່​ຕົນເອງ​ເຮັດ​ທຳລາຍ​ໄດ້​ສັນນັ້ນ ແລະ​ຈະ​ບໍ່ມີ​ຜູ້ໃດ​ຢັບຢັ້ງ​ການທຳລາຍ​ນັ້ນ​ໄດ້.


ເຮົາ​ໄດ້​ສົ່ງ​ຊາວ​ອັດຊີເຣຍ​ໄປ ເພື່ອ​ໂຈມຕີ​ຊາດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຄື​ປະຊາຊົນ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ເຮົາ​ໄດ້​ສົ່ງ​ພວກເຂົາ​ໄປ​ເພື່ອ​ປຸ້ນຈີ້​ທັງ​ລັກ ແລະ​ຢຽບຢໍ່າ​ປະຊາຊົນ​ເຫຼົ່ານັ້ນ ເໝືອນ​ຢຽບຢໍ່າ​ຂີ້ຝຸ່ນ​ໃນ​ຖະໜົນ​ຫົນທາງ.”


ໃນ​ມື້​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໂກດຮ້າຍ​ນັ້ນ; ເຮົາ​ຈະ​ເຮັດ​ໃຫ້​ຟ້າ​ສະຫວັນ ​ສັ່ນສະເທືອນ ແລະ​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ຫວັ່ນໄຫວ ຫລຸດ​ອອກ​ຈາກ​ບ່ອນ​ຂອງມັນ.


ພວກເຂົາ​ຈະ​ໃຊ້​ໜ້າທະນູ​ກັບ​ລູກທະນູ​ຂ້າ​ພວກ​ຊາຍໜຸ່ມ ແລະ​ຈະ​ບໍ່​ເມດຕາ​ພວກ​ເດັກອ່ອນ ແລະ​ເອັນດູ​ພວກເດັກນ້ອຍ.


ວັນ​ຂອງ​ພຣະເຈົ້າຢາເວ​ກຳລັງ​ມາ ຄື​ມື້​ແຫ່ງ​ຄວາມ​ຮ້າຍກາດ ແລະ​ໂມໂຫ​ຂອງ​ພຣະອົງ. ໂລກ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ຄົນບາບ​ທຸກຄົນ​ຈະ​ຖືກ​ທຳລາຍ.


ສະນັ້ນ ແຜ່ນດິນ​ໂລກ​ນີ້ ຈຶ່ງ​ຖືກ​ສາບແຊ່ງ ໃຫ້​ສົມກັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ຄື​ໜ້ອຍຄົນ​ທີ່ສຸດ​ຈະ​ມີ​ຊີວິດ​ຢູ່.


ຂ້າແດ່​ພຣະເຈົ້າຢາເວ ເຫຼົ່າ​ສັດຕູ​ບໍ່​ຮູ້​ວ່າ​ພຣະອົງ​ຈະ​ລົງໂທດ​ພວກເຂົາ ໃຫ້​ຖືກ​ອັບອາຍ​ແລະ​ຮັບ​ທຸກ ຈົ່ງ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດ​ທີ່​ພຣະອົງ​ຕຽມໄວ້​ນັ້ນ​ສາ ໃຫ້​ເຫັນ​ວ່າ​ພຣະອົງ​ຮັກ​ປະຊາຊົນ​ຂອງ​ພຣະອົງ.


ທຸກຄົນ​ຈະ​ເອົາລັດ​ເອົາປຽບ​ຊຶ່ງກັນແລະກັນ. ຄົນໜຸ່ມ​ຈະ​ບໍ່​ໃຫ້​ຄວາມນັບຖື​ແກ່​ພວກ​ຜູ້​ອາວຸໂສ ແລະ​ຄົນຊົ່ວ​ຈະ​ບໍ່​ໃຫ້​ຄວາມນັບຖື​ແກ່​ຜູ້ມີກຽດ.


ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ທີ່​ເຮັດ​ບາບ ກຳລັງ​ຢ້ານກົວ​ຈົນ​ຕົວ​ສັ່ນເຊັນ. ພວກເຂົາ​ເວົ້າ​ວ່າ, “ການຕັດສິນ​ຂອງ​ພຣະເຈົ້າ​ເປັນ​ດັ່ງ​ໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ. ມີ​ຜູ້ໃດ​ແດ່​ໃນ​ພວກເຮົາ​ທີ່​ມີ​ຊີວິດ​ລອດ​ຢູ່​ໄດ້​ໃນ​ໄຟ​ເຊັ່ນນັ້ນ?”


ໂດຍ​ຣິດອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ຈະ​ຕັດສິນ​ແລະ​ຊຳລະ​ປະເທດ​ຊາດ ແລະ​ຊຳລະ​ລ້າງ​ມົນທິນ​ໃຫ້​ສິ້ນ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ຊຳລະ​ເລືອດ​ທີ່​ໄດ້​ໄຫລ​ລົງ​ທີ່​ນັ້ນ​ດ້ວຍ.


ສະນັ້ນ ພຣະອົງ​ຈຶ່ງ​ໃຫ້​ໄດ້​ຊີມ​ຣິດ​ພຣະ​ໂກດຮ້າຍ ທັງທົນທຸກ​ຍ້ອນ​ສົງຄາມ​ອັນ​ໂຫດຫ້ຽມ. ພຣະ​ໂກດຮ້າຍ​ເປັນ​ດັ່ງ​ໄຟ​ໄໝ້​ຊາດ​ອິດສະຣາເອນ ແຕ່​ພວກເຮົາ​ບໍ່​ຮູ້ເຫັນ​ຖື​ເອົາ​ເປັນ​ບົດຮຽນ​ຈັກດີ້.


ສະນັ້ນ ບັດນີ້ ເຟືອງ ແລະ​ຫຍ້າແຫ້ງ​ຖືກ​ເຜົາ​ໄໝ້​ໃນ​ໄຟ​ສັນໃດ ຮາກເຫງົ້າ​ຂອງ​ພວກເຈົ້າ​ຈະ​ຂຸ​ແລະ​ດອກ​ຂອງ​ພວກເຈົ້າ​ຈະ​ຫ່ຽວແຫ້ງ ທັງ​ຖືກ​ລົມ​ພັດ​ໜີໄປ​ສັນນັ້ນ; ເພາະ​ພວກເຈົ້າ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ດູຖູກ​ຢຽບຫຍາມ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ໄດ້​ສັ່ງສອນ​ພວກເຮົາ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຮຮ້ອງ​ໃສ່​ຊາດ​ອິດສະຣາເອນ​ດັ່ງ​ຄື້ນ​ອຶກກະທຶກ​ຂອງ​ທະເລ. ເບິ່ງ​ປະເທດ​ນີ້​ແມ ຊ່າງ​ມືດມິດ ແລະ​ທຸກລະທົມ​ແທ້ ຄວາມ​ສະຫວ່າງ​ກາຍເປັນ​ມືດມົວ​ສາແລ້ວ.


ສ່ວນ​ຊົນຊາດ​ອື່ນໆ​ນັ້ນ ມືດ​ຈະ​ປົກຄຸມ​ພວກເຂົາ ແຕ່​ສຳລັບ​ເຈົ້າເອງ​ແສງແຈ້ງ​ຈະ​ສ່ອງ​ໃສ່​ເຈົ້າ; ເປັນ​ແສງແຈ້ງ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ຄື​ພຣະອົງ​ຈະ​ມາ​ຢູ່​ນຳ​ດ້ວຍ​ສະຫງ່າຣາສີ​ນັ້ນ.


ແຕ່​ພວກເຂົາ​ຈະ​ບໍ່​ເຫັນ​ຫຍັງ​ເລີຍ ມີ​ແຕ່​ຄວາມ​ເດືອດຮ້ອນ​ແລະ​ຄວາມມືດ​ເທົ່ານັ້ນ ຄື​ຄວາມມືດ​ອັນ​ໜ້າຢ້ານກົວ​ຍິ່ງ ຊຶ່ງ​ພວກເຂົາ​ຕ້ອງ​ພົບ. ພວກເຂົາ​ບໍ່ມີ​ທາງ​ທີ່​ຈະ​ຫລົບ​ໜີ​ຈາກ​ຄວາມ​ເດືອດຮ້ອນ​ອັນ​ນີ້​ໄດ້​ເລີຍ.


ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກ່ອນ​ທີ່​ພຣະອົງ​ນຳ​ຄວາມ​ມືດໜາ​ມາ​ໃຫ້ ຕາມ​ເທິງ​ໜ່ວຍ​ພູເຂົາ​ນັ້ນ​ພວກເຈົ້າ​ຕ່າງ​ກໍ​ຊູນ​ສະດຸດ ກ່ອນ​ແຈ້ງ​ທີ່​ພວກເຈົ້າ​ຫວັງ​ກາຍເປັນ​ມືດ.


ຈົ່ງ​ບອກ​ປ່າ​ທາງ​ທິດໃຕ້​ໃຫ້​ຟັງ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ: ເບິ່ງແມ! ເຮົາ​ກຳລັງ​ກໍ່​ໄຟ​ຂຶ້ນ ແລະ​ມັນ​ຈະ​ໄໝ້​ຕົ້ນໄມ້​ທຸກ​ຕົ້ນ​ໃນ​ປ່າ ບໍ່​ວ່າ​ຕົ້ນ​ເປັນ​ຫລື​ຕົ້ນຕາຍ. ບໍ່ມີ​ສິ່ງໃດ​ຈະ​ສາມາດ​ມອດ​ມັນ​ໄດ້. ມັນ​ຈະ​ລຸກ​ລາມ​ແຕ່​ທິດໃຕ້​ຂຶ້ນ​ໄປ​ຫາ​ທິດເໜືອ ແລະ​ທຸກຄົນ​ຈະ​ຮູ້ສຶກ​ເຖິງ​ຄວາມຮ້ອນ​ຂອງ​ໄຟ​ນີ້.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ພຣະອົງ​ກ່າວ​ແກ່​ຊາຍ​ຄົນອື່ນ​ວ່າ, “ຈົ່ງ​ຕາມ​ລາວ​ໄປ​ທົ່ວ​ເມືອງ ແລະ​ຂ້າ​ພົນລະເມືອງ​ຖິ້ມ. ຢ່າ​ໄວ້​ຊີວິດ​ຜູ້ໃດ; ຢ່າ​ສູ່​ເມດຕາ​ຜູ້ໃດ.


ວັນນັ້ນ​ຈະ​ມືດຄື້ມ ແລະ​ມືດມົວ​ຫລາຍ ເປັນ​ວັນ​ທີ່​ມີ​ເມກຕຶບ ແລະ​ມືດໜາ​ແທ້ໆ. ຝູງຕັກແຕນ​ບຸກໜ້າ​ເປັນ​ກອງທັບ​ອັນ​ໃຫຍ່ ດັ່ງ​ມືດ​ກຳລັງ​ແຜ່​ອອກ​ໄປ​ທົ່ວ​ໜ່ວຍ​ພູເຂົາ. ບໍ່ເຄີຍ​ມີ​ຜູ້ໃດ​ເຫັນ​ສິ່ງ​ນີ້​ມາ​ແຕ່​ກ່ອນ​ເລີຍ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ເຊັ່ນນີ້​ຕໍ່ໄປ​ອີກ.


ມັນ​ກິນ​ເຄື່ອງປູກ​ກ້ຽງ ດັ່ງ​ໄຟ​ໄໝ້​ເຜົາຜານ ດິນແດນ​ເບື້ອງ​ໜ້າ ມັນ​ເປັນ​ດັ່ງ​ສວນ​ເອເດນ​ພຸ້ນ ແຕ່​ເບື້ອງຫລັງ​ນັ້ນ ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ທີ່​ບໍ່ມີ​ຫຍັງ​ຈະ​ໜີພົ້ນ​ຈາກ​ມັນ​ໄປ​ໄດ້.


ເມື່ອ​ເຮົາ​ທຳລາຍ​ອາຫານ​ຫລັກ​ຂອງ​ພວກເຈົ້າ, ແມ່ຍິງ​ສິບ​ຄົນ​ຈະ​ໃຊ້​ເຕົາ​ໜ່ວຍ​ດຽວ​ອົບ​ເຂົ້າຈີ່. ພວກເຂົາ​ຈະ​ກຳນົດ​ອັດຕາ​ອາຫານ​ໃຫ້ ແລະ​ເມື່ອ​ພວກເຈົ້າ​ກິນ​ແລ້ວ, ແຕ່​ຍັງ​ຈະ​ຫິວ​ຢູ່.


ຄວາມ​ທຸກ​ລຳບາກ​ໃຫຍ່​ເປັນ​ຂອງ​ຜູ້​ທີ່​ຄອຍຖ້າ​ວັນ​ຂອງ​ພຣະເຈົ້າຢາເວ, ວັນ​ຂອງ​ພຣະເຈົ້າຢາເວ​ຈະ​ມີ​ຫຍັງ​ດີ​ແດ່​ສຳລັບ​ພວກເຈົ້າ? ເພາະວ່າ​ສຳລັບ​ພວກເຈົ້າ​ແລ້ວ ວັນ​ນັ້ນ​ຈະ​ເປັນ​ວັນ​ແຫ່ງ​ຄວາມ​ມືດມົນ ແລະ​ບໍ່ແມ່ນ​ວັນ​ແຫ່ງ​ຄວາມ​ສະຫວ່າງ.


ຄົນ​ຂອງ​ຢາໂຄບ​ແລະ​ໂຢເຊັບ​ຈະ​ເປັນ​ດັ່ງ​ໄຟ ຈະ​ທຳລາຍ​ຄົນ​ຂອງ​ເອຊາວ​ດັ່ງ​ໄຟ​ໄໝ້​ເຟືອງ​ແຫ້ງ. ເຊື້ອສາຍ​ເອຊາວ​ຈະ​ບໍ່ມີ​ຜູ້ໃດ​ໄດ້​ລອດຊີວິດ​ຢູ່.” ພຣະເຈົ້າຢາເວ​ໄດ້ກ່າວ​ດັ່ງນີ້ແຫຼະ.


ຢູ່​ໃນ​ດິນແດນ​ບໍ່ມີ​ຄົນ​ສຸດຈະຣິດ​ເຫຼືອ​ຢູ່​ເລີຍ ບໍ່ມີ​ຈັກ​ຄົນດຽວ ທີ່​ສັດຊື່​ຕໍ່​ພຣະເຈົ້າ. ທຸກຄົນ​ຕ່າງ​ກໍ​ຫາ​ໂອກາດ ເພື່ອ​ຂ້າຟັນ​ລັນແທງ​ຊຶ່ງກັນແລະກັນ ທຸກຄົນ​ຕ່າງ​ກໍ​ຕາມລ່າ​ພີ່ນ້ອງ​ຮ່ວມຊາດ​ຂອງ​ຕົນເອງ.


ໃນ​ຍາມ​ນີ້​ແຫຼະ ລູກຊາຍ​ຈະ​ດູຖູກ​ພໍ່​ຂອງຕົນ​ວ່າ​ໂງ່ຈ້າ; ລູກສາວ​ກໍ​ຈະ​ຕໍ່ສູ້​ແມ່​ຂອງຕົນ ແລະ​ລູກໃພ້​ຈະ​ຕໍ່ສູ້​ແມ່ຍ່າ​ຂອງຕົນ; ແມ່ນແຕ່​ສະມາຊິກ​ຢູ່​ໃນ​ຄອບຄົວ​ດຽວກັນ​ກໍ​ຈະ​ກາຍເປັນ​ສັດຕູ​ກັນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ເມດຕາ​ຜູ້ໃດ​ເລີຍ​ໃນ​ແຜ່ນດິນ​ໂລກ​ນີ້. ເຮົາເອງ​ຈະ​ເປັນ​ຜູ້​ມອບ​ປະຊາຊົນ​ທຸກຄົນ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ປົກຄອງ​ພວກເຂົາ. ນັກ​ປົກຄອງ​ເຫຼົ່ານີ້​ຈະ​ລ້າງຜານ​ແຜ່ນດິນ​ໂລກ ແລະ​ເຮົາ​ຈະ​ບໍ່​ຊ່ວຍ​ຜູ້ໃດ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກເຂົາ​ເລີຍ.”)


ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ຕໍ່​ຝູງແກະ​ວ່າ, “ຂ້າພະເຈົ້າ​ຈະ​ບໍ່​ເປັນ​ຜູ້ລ້ຽງ​ຂອງ​ພວກເຈົ້າ​ອີກ​ຕໍ່ໄປ. ພວກ​ທີ່​ຕາຍ​ກໍ​ໃຫ້​ຕາຍໄປ. ພວກ​ທີ່​ຖືກ​ທຳລາຍ​ກໍ​ໃຫ້​ຖືກ​ທຳລາຍ​ໄປ. ພວກ​ທີ່​ຍັງເຫລືອ​ຢູ່​ກໍ​ຈະ​ທຳລາຍ​ກັນ​ເອງ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ວັນ​ນັ້ນ​ກຳລັງ​ມາ​ເຖິງ ຄື​ມື້​ທີ່​ຄົນ​ຈອງຫອງ​ແລະ​ຄົນຊົ່ວ​ທຸກຄົນ​ຈະ​ຖືກ​ໄຟ​ເຜົາ​ດັ່ງ​ເຟືອງ. ໃນ​ວັນ​ນັ້ນ ພວກເຂົາ​ຈະ​ຖືກ​ໄຟ​ເຜົາ ແລະ​ຈະ​ບໍ່ມີ​ຫຍັງ​ເຫຼືອ​ຢູ່​ເລີຍ.


ຕັ້ງແຕ່​ເວລາ​ທ່ຽງ​ວັນ ທົ່ວ​ແຜ່ນດິນ​ກໍ​ເກີດ​ມືດມົວ​ເປັນ​ເວລາ​ສາມ​ຊົ່ວໂມງ.


ກ່ອນ​ວັນ​ສຳຄັນ ແລະ​ວັນ​ຮຸ່ງເຮືອງ ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ມາ​ເຖິງ ດວງ​ຕາເວັນ​ຈະ​ເກີດ​ມືດມົວ​ໄປ ດວງ​ຈັນ​ຈະ​ກາຍເປັນ​ເລືອດ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ຍົກເວັ້ນ​ຝູງ​ເທວະດາ​ທີ່​ໄດ້​ເຮັດ​ບາບ​ນັ້ນ, ແຕ່​ໄດ້​ຊົງ​ຊຸກ​ພວກເຂົາ​ລົງ​ໄປ​ສູ່​ພື້ນ​ທໍລະນີ​ເລິກ ຂັງ​ພວກເຂົາ​ໄວ້​ໃນ​ຂຸມ​ມືດ ຄຸມ​ໄວ້​ຈົນເຖິງ​ວັນ​ພິພາກສາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka