Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 9:17 - ພຣະຄຳພີສັກສິ

17 ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ບໍ່​ໃຫ້​ຄົນໜຸ່ມ​ຜູ້ໃດ​ໜີ​ລອດ​ໄປ​ໄດ້ ທັງ​ຈະ​ບໍ່​ເມດຕາ​ສົງສານ​ແມ່ໝ້າຍ​ແລະ​ລູກກຳພ້າ​ຄົນໃດ​ເລີຍ ເພາະ​ທຸກຄົນ​ບໍ່​ນັບຖື​ພຣະເຈົ້າ​ແລະ​ຊົ່ວຮ້າຍ​ແລະ​ເວົ້າ​ແຕ່​ສິ່ງ​ທີ່​ຊົ່ວໆ. ສະນັ້ນ ພຣະອົງ​ຈຶ່ງ​ບໍ່​ເຊົາ​ໂກດຮ້າຍ​ພວກເຂົາ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.

Uka jalj uñjjattʼäta Copia luraña




ເອຊາຢາ 9:17
33 Jak'a apnaqawi uñst'ayäwi  

ຄົນ​ທີ່​ບໍ່​ເຊື່ອຖື​ພຣະເຈົ້າ​ນັ້ນ​ຈະ​ບໍ່ມີ​ຮອດ​ເຊື້ອສາຍ ໄຟ​ຈະ​ເຜົາຜານ​ເຮືອນ​ທີ່​ສ້າງ​ດ້ວຍ​ຊັບສິນ​ຊື້ຈ້າງ.


ຂໍ​ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ສະແດງ​ຄວາມ​ອີດູຕົນ​ເຂົາ ຫລື​ສົງສານ​ລູກ​ຂອງ​ເຂົາ​ທີ່​ປະ​ໄວ້​ໃຫ້​ເປັນ​ກຳພ້າ.


ຄວາມ​ພໍໃຈ​ຂອງ​ພຣະອົງ​ບໍ່ແມ່ນ​ຢູ່​ໃນ​ມ້າ​ທີ່​ມີ​ກຳລັງ ຫລື​ຄວາມ​ສຸກໃຈ​ບໍ່ແມ່ນ​ຢູ່​ໃນ​ຂາ​ຂອງ​ມະນຸດ,


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຊົນຊາດ​ບາບໜາ​ເອີຍ ປະຊາຊົນ​ທີ່​ຈິດໃຈ​ຊົ່ວຊ້າ​ແລະ​ຮ້າຍກາດ ເຊື້ອຊາດ​ທີ່​ເຮັດ​ບາບ ເຊື້ອສາຍ​ທີ່​ຊົ່ວຊາມ​ເອີຍ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ແລະ​ຫັນໜີ​ຈາກ​ພຣະອົງ ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ດ້ວຍເຫດນັ້ນ ພວກເຈົ້າ​ຈຶ່ງ​ງັດ​ຄົນ​ຍາກຈົນ​ບໍ່​ໃຫ້​ມີ​ສິດ​ຫຍັງ ທັງ​ບໍ່​ໃຫ້​ເຂົາ​ໄດ້​ຮັບ​ຄວາມ​ຍຸດຕິທຳ​ດ້ວຍ. ດ້ວຍເຫດນັ້ນ ພວກເຈົ້າ​ຈຶ່ງ​ຢຶດເອົາ​ດິນດອນ​ຕ່ອນຫຍ້າ ທີ່​ເປັນ​ຂອງ​ແມ່ໝ້າຍ ແລະ​ເດັກ​ກຳພ້າ.


ພວກເຈົ້າ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ຫລື​ຈະ​ຖືກ​ແກ່​ໄປ​ເປັນ​ຊະເລີຍເສິກ. ເຖິງ​ປານນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຈົ້າ.


ເຮົາ​ໄດ້​ສົ່ງ​ຊາວ​ອັດຊີເຣຍ​ໄປ ເພື່ອ​ໂຈມຕີ​ຊາດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຄື​ປະຊາຊົນ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ເຮົາ​ໄດ້​ສົ່ງ​ພວກເຂົາ​ໄປ​ເພື່ອ​ປຸ້ນຈີ້​ທັງ​ລັກ ແລະ​ຢຽບຢໍ່າ​ປະຊາຊົນ​ເຫຼົ່ານັ້ນ ເໝືອນ​ຢຽບຢໍ່າ​ຂີ້ຝຸ່ນ​ໃນ​ຖະໜົນ​ຫົນທາງ.”


ພວກເຂົາ​ຈະ​ໃຊ້​ໜ້າທະນູ​ກັບ​ລູກທະນູ​ຂ້າ​ພວກ​ຊາຍໜຸ່ມ ແລະ​ຈະ​ບໍ່​ເມດຕາ​ພວກ​ເດັກອ່ອນ ແລະ​ເອັນດູ​ພວກເດັກນ້ອຍ.


ຍ້ອນ​ເຈົ້າ​ໄດ້​ທຳລາຍ​ປະເທດ​ຂອງເຈົ້າ​ໃຫ້​ຮົກຮ້າງ​ເພພັງ ແລະ​ຂ້າ​ປະຊາຊົນ​ຂອງຕົນເອງ; ສະນັ້ນ ເຈົ້າ​ຈະ​ບໍ່ໄດ້​ຖືກ​ຝັງ​ໄວ້​ດັ່ງ​ກະສັດ​ອື່ນໆ. ບໍ່ມີ​ຜູ້ໃດ​ຈັກ​ຄົນ​ໃນ​ຄອບຄົວ​ອັນ​ຊົ່ວຮ້າຍ​ຂອງເຈົ້າ​ນັ້ນ​ຈະ​ລອດຊີວິດ.


ປະຊາກອນ​ໄດ້​ເຮັດ​ໃຫ້​ໂລກນີ້​ເປັນ​ມົນທິນ ໂດຍ​ລະເມີດ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຝ່າຝືນ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ​ຕະຫລອດໄປ.


ງ່າໄມ້​ກໍ​ຫ່ຽວແຫ້ງ​ແລະ​ຫັກ​ລົງ ແລະ​ພວກຜູ້ຍິງ​ກໍ​ໄປ​ເກັບ​ເອົາ​ມາ​ເຮັດ​ຟືນ. ຍ້ອນ​ປະຊາຊົນ​ບໍ່ໄດ້​ເຂົ້າໃຈ​ຫຍັງ ພຣະເຈົ້າ​ອົງ​ເປັນ​ພຣະຜູ້​ສ້າງ​ຂອງ​ພວກເຂົາ​ຈຶ່ງ​ຈະ​ບໍ່​ໃຫ້​ຄວາມ​ເມດຕາປານີ ຫລື​ສະແດງ​ຄວາມ​ອີດູຕົນ​ໃດໆ​ແກ່​ພວກເຂົາ​ເລີຍ.


ຖືກຕ້ອງ ຄວາມ​ຫຼົ້ມຈົມ​ເປັນ​ຂອງ​ນະຄອນ​ເຢຣູຊາເລັມ​ສາ​ແລ້ວ ຢູດາຍ​ກໍ​ກຳລັງ​ຫຼົ້ມຈົມ​ດ້ວຍ ພວກເຂົາ​ເວົ້າ​ແລະ​ເຮັດ​ທຸກຢ່າງ​ຕໍ່ສູ້​ພຣະເຈົ້າຢາເວ; ພວກເຂົາ​ດູຖູກ​ໝິ່ນປະໝາດ​ພຣະອົງ​ຢ່າງ​ເປີດເຜີຍ.


ພຣະອົງ​ຮູ້ວ່າ​ພຣະອົງ​ກຳລັງ​ເຮັດ​ຫຍັງ ພຣະອົງ​ສົ່ງ​ໄພພິບັດ​ມາ. ພຣະອົງ​ຂົ່ມຂູ່​ຈະ​ລົງໂທດ​ຄົນຊົ່ວ​ແລະ​ພວກ​ທີ່​ຄຸ້ມຄອງ​ພວກເຂົາ.


ຊາວ​ເອຢິບ​ບໍ່ແມ່ນ​ພຣະເຈົ້າ ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ. ມ້າ​ຂອງ​ພວກເຂົາ​ບໍ່ໄດ້​ວິເສດ​ຫຍັງ. ເມື່ອ​ພຣະເຈົ້າຢາເວ​ດຳເນີນການ ຊາດ​ທີ່​ເຂັ້ມແຂງ​ກໍ​ຈະ​ແຕກ​ເປັນ​ປ່ຽງ​ນ້ອຍໆ ແລະ​ຊາດ​ອ່ອນແອ​ທີ່​ໄປ​ຂໍ​ໃຫ້​ຊ່ວຍເຫລືອ​ນັ້ນ​ກໍ​ຈະ​ລົ້ມລົງ. ທັງສອງ​ຈະ​ຖືກ​ທຳລາຍ.


ແຜນການ​ຂອງ​ພວກເຈົ້າ​ບໍ່ໄດ້​ເລື່ອງ ແລະ​ບໍ່ມີ​ປະໂຫຍດ. ວິນຍານ​ຂອງເຮົາ​ເປັນ​ດັ່ງ​ໄຟ ທີ່​ຈະ​ທຳລາຍ​ພວກເຈົ້າ.


ພວກເຈົ້າ​ຈະ​ໝຸ່ນ​ໝົດ​ດັ່ງ​ຫີນ​ທີ່​ຖືກ​ເຜົາ​ເພື່ອ​ຈະ​ເອົາ​ໄປ​ເຮັດ​ປູນຂາວ ດັ່ງ​ໜາມ​ທີ່​ຖືກ​ເຜົາ​ເປັນ​ຂີ້ເຖົ່າ.


ແມ່ນແຕ່​ຜູ້​ທີ່​ໜຸ່ມນ້ອຍ​ກໍ​ຍັງ​ອ່ອນແຮງ ຄົນໜຸ່ມ​ລົ້ມລົງ​ເພາະ​ຕົນ​ໝົດແຮງ​ໄດ້.


ສະນັ້ນ ບັດນີ້ ເຟືອງ ແລະ​ຫຍ້າແຫ້ງ​ຖືກ​ເຜົາ​ໄໝ້​ໃນ​ໄຟ​ສັນໃດ ຮາກເຫງົ້າ​ຂອງ​ພວກເຈົ້າ​ຈະ​ຂຸ​ແລະ​ດອກ​ຂອງ​ພວກເຈົ້າ​ຈະ​ຫ່ຽວແຫ້ງ ທັງ​ຖືກ​ລົມ​ພັດ​ໜີໄປ​ສັນນັ້ນ; ເພາະ​ພວກເຈົ້າ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ດູຖູກ​ຢຽບຫຍາມ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ໄດ້​ສັ່ງສອນ​ພວກເຮົາ.


ພຣະເຈົ້າຢາເວ​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ ແລະ​ຢຽດ​ມື​ອອກ​ລົງໂທດ​ພວກເຂົາ​ສາ​ແລ້ວ. ພູ​ທັງຫລາຍ​ຈະ​ສັ່ນສະເທືອນ ແລະ​ຊາກສົບ​ຂອງ​ຄົນຕາຍ​ກໍ​ຈະ​ຖືກ​ປະປ່ອຍ​ໄວ້​ຕາມ​ຖະໜົນ​ຫົນທາງ​ດັ່ງ​ຂີ້ເຫຍື້ອ. ເຖິງປານນັ້ນ ພຣະອົງ​ກໍ​ຍັງ​ບໍ່​ເຊົາ​ໂກດຮ້າຍ ແຕ່​ຍັງ​ຈະ​ຢຽດ​ມື​ອອກ​ເພື່ອ​ລົງໂທດ​ພວກເຂົາ​ຕໍ່ໄປ.


ດັ່ງ​ຊາຍໜຸ່ມ​ທີ່​ໄດ້​ຍິງ​ບໍຣິສຸດ​ເປັນ​ເມຍ​ຂອງຕົນ ພຣະອົງ​ຜູ້​ຫລໍ່ຫລອມ​ເຈົ້າ​ຈະ​ແຕ່ງງານ​ກັບ​ເຈົ້າ. ເຈົ້າບ່າວ​ຊົມຊື່ນ​ຍິນດີ​ນຳ​ເຈົ້າສາວ​ຂອງຕົນ​ສັນໃດ ພຣະເຈົ້າ​ຂອງເຈົ້າ​ກໍ​ຈະ​ຊົມຊື່ນ​ຍິນດີ​ນຳ​ເຈົ້າ​ສັນນັ້ນ.


ເຮົາ​ເອງ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ຍ້ອນ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ໃນ​ນະຄອນ​ນີ້. ໃນ​ທີ່ນັ້ນ ຈະ​ບໍ່ມີ​ສຽງ​ຮ້ອງໄຫ້ ບໍ່ມີ​ສຽງ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ.


ພວກ​ຊີເຣຍ​ຢູ່​ທາງທິດ​ຕາເວັນອອກ ແລະ​ພວກ​ຟີລິດສະຕິນ​ຢູ່​ທາງ​ທິດ​ຕາເວັນຕົກ ຕ່າງ​ກໍ​ອ້າ​ປາກ​ເພື່ອ​ຈະ​ກືນກິນ​ອິດສະຣາເອນ. ເຖິງ​ປານ​ນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຍັງ​ບໍ່​ສິ້ນສຸດ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ປະຊາຊົນ​ຂອງ​ເຜົ່າ​ມານາເຊ ແລະ​ຂອງ​ເຜົ່າ​ເອຟຣາອິມ​ໄດ້​ສູ້ຮົບ​ກັນ ແລະ​ພວກເຂົາ​ຮ່ວມກັນ​ໂຈມຕີ​ຢູດາຍ. ເຖິງ​ປານ​ນັ້ນ​ກໍຕາມ ພຣະອົງ​ຍັງ​ບໍ່​ເຊົາ​ໂກດຮ້າຍ, ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ແຕ່​ບັດນີ້ ຈົ່ງ​ໃຫ້​ລູກ​ຂອງ​ພວກເຂົາ​ອຶດຢາກ​ເຖິງ​ແກ່​ຄວາມຕາຍ; ຈົ່ງ​ໃຫ້​ພວກເຂົາ​ຖືກ​ຂ້າ​ໃນ​ສົງຄາມ. ຈົ່ງ​ໃຫ້​ພວກຜູ້ຍິງ​ສູນເສຍ​ຜົວ ແລະ​ລູກ​ຂອງ​ພວກເຂົາ; ຈົ່ງ​ໃຫ້​ພວກ​ຜູ້ຊາຍ​ຕາຍ​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ ແລະ​ພວກ​ຊາຍໜຸ່ມ​ຖືກ​ຂ້າ​ໃນ​ສະໜາມຮົບ.


ຊາວ​ເຢຣູຊາເລັມ​ເອີຍ ຈົ່ງ​ແລ່ນ​ຜ່ານ​ຫົນທາງ​ເຖີດ ຈົ່ງ​ເບິ່ງ​ອ້ອມໆ​ຂ້າງ ຈົ່ງ​ສັງເກດ​ເບິ່ງເອງ​ເຖີດ ຈົ່ງ​ຄົ້ນເບິ່ງ​ບ່ອນ​ຕ່າງໆ ຕາມ​ຕະຫລາດ​ເບິ່ງດຸ ເຈົ້າ​ພົບ​ຜູ້ໜຶ່ງ​ຜູ້ໃດ​ບໍ​ທີ່​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ແລະ​ສະແຫວງ​ຫາ​ຄວາມຈິງ​ຕໍ່​ພຣະເຈົ້າ? ຖ້າ​ພົບ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຍົກໂທດ​ໃຫ້​ຄົນ​ເມືອງນີ້.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ, “ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຂໍ​ເຕືອນ​ວ່າ ເມື່ອ​ເຮົາ​ໂກດຮ້າຍ​ພວກເຈົ້າ ເຮົາ​ຈະ​ປົກຄອງ​ພວກເຈົ້າ​ດ້ວຍ​ມື​ອັນ​ເຂັ້ມແຂງ ແລະ​ດ້ວຍ​ຣິດອຳນາດ​ທຸກຢ່າງ​ຂອງເຮົາ​ສັນນັ້ນ.


“ເຮົາ​ໄດ້​ໃຫ້​ພວກເຈົ້າ​ເກີດ​ພະຍາດ​ລະບາດ ດັ່ງ​ເຮົາ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ເອຢິບ​ນັ້ນ. ເຮົາ​ໄດ້​ຂ້າ​ຊາຍໜຸ່ມ​ທັງຫລາຍ​ຂອງ​ພວກເຈົ້າ​ທີ່​ສະໜາມຮົບ ແລະ​ເອົາ​ມ້າ​ເສິກ​ຂອງ​ພວກເຈົ້າ​ໜີໄປ. ເຮົາ​ໄດ້​ໃຫ້​ພວກເຈົ້າ​ດົມ​ກິ່ນ​ເໝັນ​ຊາກສົບ​ຄົນ​ຕາຍ​ຕາມ​ຄ້າຍພັກ​ຕ່າງໆ​ຂອງ​ພວກເຈົ້າ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ໃນ​ວັນນັ້ນ ແມ່ນແຕ່​ພວກ​ຜູ້ສາວ ແລະ​ພວກ​ຜູ້ບ່າວ​ທີ່​ມີ​ສຸຂະພາບ​ດີ ກໍ​ຈະ​ລົ້ມ​ສະຫລົບ​ລົງ​ຍ້ອນ​ກະຫາຍ​ນໍ້າ.


ຢູ່​ໃນ​ດິນແດນ​ບໍ່ມີ​ຄົນ​ສຸດຈະຣິດ​ເຫຼືອ​ຢູ່​ເລີຍ ບໍ່ມີ​ຈັກ​ຄົນດຽວ ທີ່​ສັດຊື່​ຕໍ່​ພຣະເຈົ້າ. ທຸກຄົນ​ຕ່າງ​ກໍ​ຫາ​ໂອກາດ ເພື່ອ​ຂ້າຟັນ​ລັນແທງ​ຊຶ່ງກັນແລະກັນ ທຸກຄົນ​ຕ່າງ​ກໍ​ຕາມລ່າ​ພີ່ນ້ອງ​ຮ່ວມຊາດ​ຂອງ​ຕົນເອງ.


ດິນແດນ​ນັ້ນ​ຈະ​ງາມ​ແລະ​ອຸດົມສົມບູນ​ຍິ່ງ ຄົນໜຸ່ມ​ຈະ​ເຂັ້ມແຂງ​ດ້ວຍ​ເຂົ້າ​ແລະ​ເຫຼົ້າ​ອະງຸ່ນ.


ພວກ​ຊາດ​ງູ​ຮ້າຍ​ເອີຍ, ພວກເຈົ້າ​ຈະ​ເວົ້າ​ຄວາມດີ​ໄດ້​ແນວ​ໃດ ເມື່ອ​ພວກເຈົ້າ​ເປັນ​ຄົນຊົ່ວ? ດ້ວຍວ່າ, ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງໃດ ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ.


ແລະ​ຕອນເຊົ້າ​ພວກເຈົ້າ​ກໍ​ເຄີຍ​ເວົ້າ​ວ່າ, ‘ວັນ​ນີ້​ຝົນ​ຈະ​ຕົກ​ເພາະ​ທ້ອງຟ້າ​ມີ​ສີແດງ​ເຂັ້ມ​ແລະ​ມືດ​ຄື້ມ.’ ພວກເຈົ້າ​ສັງເກດ​ອາກາດ​ລ່ວງໜ້າ​ໄດ້​ໂດຍ​ເບິ່ງ​ທ້ອງຟ້າ, ແຕ່​ພວກເຈົ້າ​ສັງເກດ​ໝາຍສຳຄັນ​ເຖິງ​ຍຸກ​ສະໄໝ​ນີ້​ບໍ່ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka