Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 9:15 - ພຣະຄຳພີສັກສິ

15 ຫົວ​ແມ່ນ​ຜູ້​ອາວຸໂສ​ກັບ​ຄົນ​ທີ່​ມີ​ກຽດ ສ່ວນ​ຫາງ​ນັ້ນ​ແມ່ນ​ພວກ​ຜູ້ທຳນວາຍ​ທີ່​ສັ່ງສອນ​ເລື່ອງ​ບໍ່ຈິງ.

Uka jalj uñjjattʼäta Copia luraña




ເອຊາຢາ 9:15
44 Jak'a apnaqawi uñst'ayäwi  

ແລ້ວ​ຜູ້ທຳນວາຍ​ຜູ້ເຖົ້າ​ຈາກ​ເບັດເອນ​ກໍ​ກ່າວ​ແກ່​ລາວ​ວ່າ, “ຂ້າພະເຈົ້າ​ເອງ​ກໍ​ເປັນ​ຜູ້ທຳນວາຍ​ເໝືອນກັບ​ທ່ານ ພຣະເຈົ້າຢາເວ​ສັ່ງ​ໃຫ້​ເທວະດາ​ຕົນ​ໜຶ່ງ​ມາ​ບອກ​ຂ້າພະເຈົ້າ​ໃຫ້​ພາ​ທ່ານ​ເມືອ​ເຮືອນ ເພື່ອ​ໃຫ້​ທ່ານ​ໄດ້​ກິນ​ແລະ​ດື່ມ,” ແຕ່​ຜູ້ທຳນວາຍ​ຜູ້ເຖົ້າ​ຄົນ​ນີ້​ເວົ້າ​ຕົວະ.


ເຈົ້າ​ໄດ້​ໃຊ້​ອຳນາດ​ແລະ​ຕຳແໜ່ງ​ຢ່າງ​ຜິດໆ ເພື່ອ​ຢຶດ​ດິນດອນ​ບ່ອນ​ທຳມາ​ຫາກິນ​ທັງໝົດ​ນັ້ນ.


ໃນ​ເອຢິບ​ບໍ່ມີ​ຜູ້ໃດ ບໍ່​ວ່າ​ຄົນທຸກ​ຫລື​ຄົນຮັ່ງ​ກໍຕາມ ສຳຄັນ​ຫລື​ບໍ່​ສຳຄັນ​ກໍດີ ທີ່​ໃຫ້​ຄວາມ​ຊ່ວຍເຫລືອ​ໄດ້.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ວາງ​ແຜນການ​ນີ້. ພຣະອົງ​ໄດ້​ວາງ​ແຜນການ​ນັ້ນ ເພື່ອ​ເຮັດ​ໃຫ້​ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ພວກເຂົາ​ສິ້ນສຸດ​ລົງ ແລະ​ເຮັດ​ໃຫ້​ຄົນ​ທີ່​ໄດ້​ຮັບກຽດ​ນັ້ນ​ສະຫງຽມ​ຈຽມຕົວ.


ພວກເຈົ້າ​ເວົ້າ​ອວດ​ວ່າ ພວກເຈົ້າ​ໄດ້​ເຮັດ​ຂໍ້​ສັນຍາ​ກັບ​ຄວາມຕາຍ ແລະ​ບັນລຸ​ຂໍ້​ຕົກລົງ​ໄປ​ສູ່​ແດນ​ມໍຣະນາ. ພວກເຈົ້າ​ແນ່ໃຈ​ວ່າ​ເມື່ອ​ຄວາມ​ຈິບຫາຍ​ມາ ມັນ​ຈະ​ຫວິດ​ໄປ​ຈາກ​ພວກເຈົ້າ​ຍ້ອນ​ພວກເຈົ້າ​ເພິ່ງ​ຄຳເວົ້າ​ຕົວະ ແລະ​ເພິ່ງ​ການ​ຫລອກລວງ​ເພື່ອ​ຮັກສາ​ພວກເຈົ້າ​ໃຫ້​ປອດໄພ.


ຄວາມ​ຍຸດຕິທຳ​ຈະ​ເປັນ​ເສັ້ນ​ວັດແທກ​ຮາກຖານ ແລະ​ຄວາມສັດຊື່​ຈະ​ເປັນ​ສາຍ​ຢັ່ງ​ຄວາມ​ທຸ່ນທ່ຽງ.” ພະຍຸ​ໝາກເຫັບ​ຈະ​ກວາດ​ເອົາ​ຄຳເວົ້າ​ຕົວະ​ຂອງ​ພວກເຈົ້າ​ໄປ​ຈົນ​ໝົດ ແລະ​ນໍ້າ​ຖ້ວມ​ຈະ​ທຳລາຍ​ຄວາມ​ໝັ້ນຄົງ​ຂອງ​ພວກເຈົ້າ.


ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ມືນເມົາ​ເໝືອນກັນ ຈົນ​ຍ່າງ​ໂຊເຊ ພວກເຂົາ​ດື່ມ​ເຫຼົ້າ​ອະງຸ່ນ ແລະ​ດື່ມ​ເຫຼົ້າ​ຫລາຍ ຈົນ​ມືນເມົາ​ເຕະ​ສະດຸດ. ພວກ​ຜູ້ທຳນວາຍ​ເມົາຫຼາຍ ຈົນ​ບໍ່​ເຂົ້າໃຈ​ນິມິດ​ຕ່າງໆ​ທີ່​ພຣະເຈົ້າ​ສົ່ງ​ມາ; ແລະ​ພວກ​ປະໂຣຫິດ​ກໍ​ເມົາໂພດ ຈົນ​ຕັດສິນ​ຄະດີ​ທີ່​ຄົນ​ນຳ​ມາ​ຫາ​ພວກເຂົາ​ບໍ່ໄດ້.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ງ້ວງນອນ ພ້ອມ​ທີ່​ຈະ​ລົ້ມລົງ​ນອນ​ຢ່າງ​ຫລັບ​ສະໜິດ. ພວກ​ຜູ້ທຳນວາຍ​ຄວນ​ຈະ​ເປັນ​ສາຍຕາ​ໃຫ້​ແກ່​ປະຊາຊົນ ແຕ່​ພຣະເຈົ້າ​ໄດ້​ອັດຕາ​ຂອງ​ພວກເຂົາ​ໄວ້​ສາ​ແລ້ວ.


ພວກ​ໃຫ້​ກູ້ຢືມ​ເງິນ ກົດຂີ່​ປະຊາຊົນ​ຂອງເຮົາ ແລະ​ພວກເຈົ້າໜີ້​ກໍ​ສໍ້ໂກງ​ພວກເຂົາ. ປະຊາຊົນ​ຂອງເຮົາ​ເອີຍ ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ກຳລັງ​ນຳ​ພວກເຈົ້າ​ໄປ​ໃນ​ທາງ​ຜິດ ພວກເຈົ້າ​ຈຶ່ງ​ບໍ່​ຮູ້​ເລີຍ​ວ່າ​ຄວນ​ລ້ຽວ​ໄປ​ທາງ​ໃດ​ດີ.


ທຸກຄົນ​ຈະ​ເອົາລັດ​ເອົາປຽບ​ຊຶ່ງກັນແລະກັນ. ຄົນໜຸ່ມ​ຈະ​ບໍ່​ໃຫ້​ຄວາມນັບຖື​ແກ່​ພວກ​ຜູ້​ອາວຸໂສ ແລະ​ຄົນຊົ່ວ​ຈະ​ບໍ່​ໃຫ້​ຄວາມນັບຖື​ແກ່​ຜູ້ມີກຽດ.


ບັນພະບຸລຸດ​ພວກເຈົ້າ​ແຕ່ກີ້ ກໍໄດ້​ເຮັດ​ບາບ​ຄືກັນ ພວກຜູ້ນຳ​ເອງ​ກໍ​ເຮັດ​ບາບ​ຕໍ່ສູ້​ເຮົາ​ດ້ວຍ.


ສະນັ້ນ ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ. ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ຈະ​ຕາຍ​ຍ້ອນ​ຫິວເຂົ້າ ແລະ​ຄົນ​ສາມັນ​ທຳມະດາ​ຈະ​ຕາຍ​ຍ້ອນ​ຫິວນໍ້າ.


ພວກເຈົ້າ​ເຮັດ​ຜິດ​ໃນ​ຖານ​ເວົ້າຕົວະ, ເຮັດ​ຮຸນແຮງ ແລະ​ຂ້າ​ຄົນ.


ພວກເຈົ້າ​ໄປ​ສານ​ແຕ່​ຄວາມ​ຍຸດຕິທຳ​ຈະ​ບໍ່​ຢູ່​ຝ່າຍ​ພວກເຈົ້າ ເພາະ​ພວກເຈົ້າ​ເວົ້າ​ຕົວະ​ເພື່ອ​ເອົາ​ຊະນະ​ຄະດີ. ພວກເຈົ້າ​ໃຊ້​ອຸບາຍ​ເພື່ອ​ທຳຮ້າຍ​ຄົນອື່ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຮັບ​ຟັງ​ສິ່ງ​ທີ່​ເຮົາ​ກ່າວ ເຮົາ​ຕໍ່ສູ້​ຜູ້ທຳນວາຍ​ທັງຫລາຍ​ຜູ້​ທີ່​ເລົ່າ​ຄວາມຝັນ​ຕ່າງໆ​ຂອງຕົນ ຊຶ່ງ​ເຕັມ​ໄປ​ດ້ວຍ​ຄຳ​ຕົວະຍົວະ. ພວກເຂົາ​ເລົ່າ​ຄວາມຝັນ​ນັ້ນ ແລະ​ນຳ​ປະຊາຊົນ​ຂອງເຮົາ​ໃຫ້​ຫລົງ​ຜິດໄປ ດ້ວຍ​ຄຳ​ຕົວະຍົວະ ແລະ​ຄຳ​ໂອ້ອວດ​ຂອງ​ພວກເຂົາ. ເຮົາ​ບໍ່ໄດ້​ໃຊ້ ຫລື​ສັ່ງ​ພວກເຂົາ​ໄປ ແລະ​ພວກເຂົາ​ກໍ​ບໍ່ໄດ້​ຊ່ວຍເຫລືອ​ປະຊາຊົນ​ຫຍັງ​ເລີຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຈິດໃຈ​ຂອງ​ຂ້ານ້ອຍ​ຖືກ​ບີບຄັ້ນ ແລະ​ຂ້ານ້ອຍ​ກຳລັງ​ສັ່ນເຊັນ ຍ້ອນ​ຖ້ອຍຄຳ​ອັນ​ສັກສິດ ຍ້ອນ​ພຣະເຈົ້າຢາເວ ຂ້ານ້ອຍ​ຈຶ່ງ​ເປັນ​ດັ່ງ​ຄົນ​ໜຶ່ງ​ທີ່​ກຳລັງ​ມືນເມົາ ທີ່​ດື່ມ​ເຫຼົ້າ​ອະງຸ່ນ​ຫລາຍໂພດ.


ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”


ຜູ້ທຳນວາຍ​ຂອງ​ພວກເຈົ້າ​ບໍ່ມີ​ຫຍັງ​ກ່າວ​ຈາ ນອກຈາກ​ກ່າວ​ຄຳ​ຫລອກລວງ​ເທົ່ານັ້ນ; ພວກເຂົາ​ເທດສະໜາ​ຫລອກລວງ​ບອກ​ວ່າ, ການບາບ​ເຈົ້າ​ບໍ່ມີ ພວກເຂົາ​ໃຫ້​ເຈົ້າ​ຄິດວ່າ​ບໍ່​ຈຳເປັນ​ຕ້ອງ​ກັບໃຈໃໝ່.


ພວກເຈົ້າ​ລຶບ​ກຽດ​ຂອງເຮົາ​ຕໍ່ໜ້າ​ປະຊາຊົນ​ຂອງເຮົາ ເພື່ອ​ຈະ​ໄດ້​ເຂົ້າເດືອຍ​ບາງ​ກຳ ແລະ​ເຂົ້າຈີ່​ບາງ​ກ້ອນ. ພວກເຈົ້າ​ຂ້າ​ປະຊາຊົນ​ທີ່​ບໍ່​ສົມຄວນ​ຈະ​ຕາຍ​ເລີຍ ແລະ​ພວກເຈົ້າ​ປ່ອຍ​ປະຊາຊົນ​ທີ່​ບໍ່​ສົມຄວນ​ຈະ​ມີ​ຊີວິດ​ໃຫ້​ມີ​ຊີວິດ​ຢູ່. ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ເວົ້າ​ຕົວະ​ຕໍ່​ປະຊາຊົນ​ຂອງເຮົາ ແລະ​ພວກເຂົາ​ກໍ​ເຊື່ອ​ພວກເຈົ້າ.’


ດ້ວຍ​ການຕົວະ​ຂອງ​ພວກເຈົ້າ​ນັ້ນ ພວກເຈົ້າ​ເຮັດ​ໃຫ້​ຄົນ​ຊອບທຳ​ໝົດ​ກຳລັງໃຈ ຄື​ຄົນ​ທີ່​ເຮົາ​ບໍ່​ຕ້ອງການ​ທຳຮ້າຍ. ພວກເຈົ້າ​ປ້ອງກັນ​ຄົນຊົ່ວ​ໄວ້​ບໍ່​ໃຫ້​ພວກເຂົາ​ປະຖິ້ມ​ຄວາມຊົ່ວ ແລະ​ຊ່ວຍ​ເອົາ​ຊີວິດ​ຂອງ​ພວກເຂົາ​ໄວ້.


ພຣະເຈົ້າ​ໄດ້​ສົ່ງ​ຂ້າພະເຈົ້າ​ມາ​ໃນ​ຖານະ​ເປັນ​ຜູ້ທຳນວາຍ ເພື່ອ​ເຕືອນ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ. ແຕ່​ບ່ອນໃດ​ກໍດີ​ທີ່​ຂ້າພະເຈົ້າ​ໄປ ພວກເຈົ້າ​ຊອກຫາ​ດັກຈັບ​ຂ້າພະເຈົ້າ​ດັ່ງ​ດັກຈັບ​ນົກ. ແມ່ນແຕ່​ຢູ່​ໃນ​ດິນແດນ​ຂອງ​ພຣະເຈົ້າ​ເອງ ປະຊາຊົນ​ກໍ​ເປັນ​ສັດຕູ​ກັບ​ຜູ້ທຳນວາຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ຢູດາ​ໄດ້​ເຮັດ​ບາບ​ເພີ່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ປະຕິເສດ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ພວກເຂົາ​ເດີນທາງ​ຜິດ ໂດຍ​ຕິດຕາມ​ພະ​ຈອມປອມ​ທີ່​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ເຄີຍ​ນັບຖື​ມາ​ນັ້ນ.


ພຣະເຈົ້າຢາເວ​ກ່າວ​ຕໍ່​ບັນດາ​ຜູ້ທຳນວາຍ​ເຫຼົ່ານີ້​ວ່າ, “ປະຊາຊົນ​ຂອງເຮົາ​ໄດ້​ຖືກ​ພວກ​ຜູ້ທຳນວາຍ​ຫລອກລວງ ຄື​ພວກເຂົາ​ສັນຍາ​ແກ່​ຄົນ​ທີ່​ຈ່າຍ​ເງິນ​ແກ່​ຕົນ​ໃຫ້​ມີ​ສັນຕິພາບ ແຕ່​ນາບຂູ່​ຜູ້​ທີ່​ບໍ່​ຈ່າຍ​ເງິນ​ແກ່​ຕົນ​ໃຫ້​ພົບພໍ້​ໄພ​ສົງຄາມ.


“ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ເຮັດ​ໃຫ້​ປະຊາຊົນ​ອິດສະຣາເອນ​ໝິ່ນປະໝາດ​ພວກເຈົ້າ​ຄືນ ຍ້ອນ​ພວກເຈົ້າ​ບໍ່ໄດ້​ປະຕິບັດ​ຕາມ​ຄວາມປະສົງ​ຂອງເຮົາ ແລະ​ເມື່ອ​ພວກເຈົ້າ​ສັ່ງສອນ​ປະຊາຊົນ​ຂອງເຮົາ ພວກເຈົ້າ​ກໍ​ບໍ່ໄດ້​ປະຕິບັດ​ຕໍ່​ທຸກຄົນ​ໃຫ້​ສະເໝີ​ພາບ​ກັນ.”


ດ້ວຍວ່າ, ຈະ​ມີ​ພຣະຄຣິດ​ປອມ​ແລະ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ຈະ​ເກີດຂຶ້ນ ພວກເຂົາ​ຈະ​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ແລະ​ໝາຍສຳຄັນ​ຫລາຍ​ປະການ ເພື່ອ​ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນແຕ່​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫລົງ​ເສຍ​ໄປ.


“ຈົ່ງ​ລະວັງ​ຜູ້​ປະກາດ​ພຣະຄຳ​ປອມ​ເຂົ້າ​ມາ​ຫາ​ພວກເຈົ້າ ເບິ່ງ​ພາຍ​ນອກ​ເຂົາ​ອ່ອນໂຍນ​ຄື​ໂຕ​ແກະ, ແຕ່​ພາຍ​ໃນ​ແລ້ວ​ເຂົາ​ໂຫດຮ້າຍ​ຄື​ໝາໄນ.


ພວກ​ທີ່ຮັກ​ເອີຍ, ຢ່າ​ເຊື່ອ​ວິນຍານ​ທຸກໆ​ດວງ ແຕ່​ຈົ່ງ​ພິສູດ​ວິນຍານ​ທັງຫລາຍ​ນັ້ນ​ວ່າ ມາ​ຈາກ​ພຣະເຈົ້າ​ຫລື​ບໍ່ ເພາະວ່າ​ມີ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ໄດ້​ອອກ​ໄປ​ໃນ​ໂລກ.


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


ຄົນ​ຮັບໃຊ້​ຈຶ່ງ​ຕອບ​ວ່າ, “ໃຫ້​ພວກເຮົາ​ລໍຖ້າ​ກ່ອນ ໃນ​ເມືອງ​ນີ້​ມີ​ຄົນ​ຂອງ​ພຣະເຈົ້າ​ຜູ້ໜຶ່ງ ໜ້າ​ເຄົາຣົບ​ແລະ​ນັບຖື​ທີ່ສຸດ ເພາະ​ທຸກສິ່ງ​ທີ່​ເພິ່ນ​ເວົ້າ​ລ້ວນແຕ່​ເປັນ​ຄວາມຈິງ. ໃຫ້​ພວກເຮົາ​ໄປ​ຫາ​ເພິ່ນ​ເທາະ! ບາງທີ​ເພິ່ນ​ອາດ​ບອກ​ພວກເຮົາ​ວ່າ​ລໍ​ຂອງ​ພວກເຮົາ​ຢູ່​ບ່ອນ​ໃດ​ກໍໄດ້?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka