Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 9:12 - ພຣະຄຳພີສັກສິ

12 ພວກ​ຊີເຣຍ​ຢູ່​ທາງທິດ​ຕາເວັນອອກ ແລະ​ພວກ​ຟີລິດສະຕິນ​ຢູ່​ທາງ​ທິດ​ຕາເວັນຕົກ ຕ່າງ​ກໍ​ອ້າ​ປາກ​ເພື່ອ​ຈະ​ກືນກິນ​ອິດສະຣາເອນ. ເຖິງ​ປານ​ນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຍັງ​ບໍ່​ສິ້ນສຸດ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.

Uka jalj uñjjattʼäta Copia luraña




ເອຊາຢາ 9:12
25 Jak'a apnaqawi uñst'ayäwi  

ໃນ​ເວລາ​ດຽວກັນ​ນັ້ນ ກະສັດ​ແຫ່ງ​ເອໂດມ ໄດ້​ຕີ​ເອົາ​ເມືອງ​ເອລາດ​ຄືນ​ມາ​ໄດ້ ແລະ​ໄດ້​ຂັບໄລ່​ຊາວ​ຢູດາ​ທີ່​ອາໄສ​ຢູ່​ໃນ​ບ່ອນ​ນັ້ນ​ອອກ​ໄປ. ຊາວ​ເອໂດມ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ເອລາດ ແລະ​ຍັງ​ອາໄສ​ຢູ່​ໃນ​ທີ່ນັ້ນ​ຈົນເຖິງ​ທຸກ​ວັນນີ້.


ໃນ​ເວລາ​ດຽວກັນ​ນັ້ນ ຊາວ​ຟີລິດສະຕິນ​ກໍໄດ້​ປຸ້ນສະດົມ​ເມືອງ​ຕ່າງໆ ທາງ​ທິດ​ຕາເວັນຕົກ​ຂອງ​ຕີນ​ພູ​ແລະ​ທາງ​ທິດໃຕ້​ຂອງ​ຢູດາຍ. ພວກເຂົາ​ໄດ້​ຢຶດ​ເມືອງ​ຕ່າງໆ ດັ່ງນີ້: ເບັດເຊເມດ, ໄອຢາໂລນ ແລະ​ເກເດໂຣດ ແລະ​ເມືອງ​ຕ່າງໆ​ຂອງ​ໂສໂກ, ຕິມນາ ແລະ​ກິມໂຊ, ພ້ອມ​ທັງ​ໝູ່ບ້ານ​ຕ່າງໆ ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ​ຢ່າງ​ຖາວອນ.


ເພາະ​ພວກເຂົາ​ໄດ້​ຂ້າ​ປະຊາຊົນ​ຂອງ​ພຣະອົງ ທຳລາຍ​ດິນແດນ​ໃຫ້​ຮົກຮ້າງ​ເພພັງ​ໄປສິ້ນ.


ພວກເຈົ້າ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ຫລື​ຈະ​ຖືກ​ແກ່​ໄປ​ເປັນ​ຊະເລີຍເສິກ. ເຖິງ​ປານນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຈົ້າ.


ພວກເຂົາ​ຈະ​ໂຈມຕີ​ຊາວ​ຟີລິດສະຕິນ​ທາງ​ທິດ​ຕາເວັນຕົກ ແລະ​ປຸ້ນສະດົມ​ປະຊາຊົນ​ທາງທິດ​ຕາເວັນອອກ. ພວກເຂົາ​ຈະ​ຕີ​ຊະນະ​ຊາວ​ເອໂດມ​ແລະ​ຊາວ​ໂມອາບ ແລະ​ຊາວ​ອຳໂມນ​ກໍ​ຈະ​ເຊື່ອຟັງ​ພວກເຂົາ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກ​ທີ່​ໄປ​ຂໍ​ໃຫ້​ເອຢິບ​ຊ່ວຍເຫລືອ. ພວກເຂົາ​ເພິ່ງພາ​ອາໄສ​ກຳລັງ​ທາງ​ທະຫານ​ອັນ​ເຂັ້ມແຂງ​ຂອງ​ເອຢິບ​ຄື: ຝູງມ້າ, ລົດຮົບ ແລະ​ທະຫານ, ແຕ່​ພວກເຂົາ​ບໍ່ໄດ້​ເພິ່ງພາ​ອາໄສ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຫລື​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ.


ພຣະເຈົ້າຢາເວ​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ ແລະ​ຢຽດ​ມື​ອອກ​ລົງໂທດ​ພວກເຂົາ​ສາ​ແລ້ວ. ພູ​ທັງຫລາຍ​ຈະ​ສັ່ນສະເທືອນ ແລະ​ຊາກສົບ​ຂອງ​ຄົນຕາຍ​ກໍ​ຈະ​ຖືກ​ປະປ່ອຍ​ໄວ້​ຕາມ​ຖະໜົນ​ຫົນທາງ​ດັ່ງ​ຂີ້ເຫຍື້ອ. ເຖິງປານນັ້ນ ພຣະອົງ​ກໍ​ຍັງ​ບໍ່​ເຊົາ​ໂກດຮ້າຍ ແຕ່​ຍັງ​ຈະ​ຢຽດ​ມື​ອອກ​ເພື່ອ​ລົງໂທດ​ພວກເຂົາ​ຕໍ່ໄປ.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ບໍ່​ໃຫ້​ຄົນໜຸ່ມ​ຜູ້ໃດ​ໜີ​ລອດ​ໄປ​ໄດ້ ທັງ​ຈະ​ບໍ່​ເມດຕາ​ສົງສານ​ແມ່ໝ້າຍ​ແລະ​ລູກກຳພ້າ​ຄົນໃດ​ເລີຍ ເພາະ​ທຸກຄົນ​ບໍ່​ນັບຖື​ພຣະເຈົ້າ​ແລະ​ຊົ່ວຮ້າຍ​ແລະ​ເວົ້າ​ແຕ່​ສິ່ງ​ທີ່​ຊົ່ວໆ. ສະນັ້ນ ພຣະອົງ​ຈຶ່ງ​ບໍ່​ເຊົາ​ໂກດຮ້າຍ​ພວກເຂົາ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ປະຊາຊົນ​ຂອງ​ເຜົ່າ​ມານາເຊ ແລະ​ຂອງ​ເຜົ່າ​ເອຟຣາອິມ​ໄດ້​ສູ້ຮົບ​ກັນ ແລະ​ພວກເຂົາ​ຮ່ວມກັນ​ໂຈມຕີ​ຢູດາຍ. ເຖິງ​ປານ​ນັ້ນ​ກໍຕາມ ພຣະອົງ​ຍັງ​ບໍ່​ເຊົາ​ໂກດຮ້າຍ, ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ຈົ່ງ​ໃຫ້​ຄວາມ​ໂກດຮ້າຍ​ຫັນໄປ​ສູ່​ຊົນຊາດ​ອື່ນ​ສາ ຄື​ຊົນຊາດ​ທັງຫລາຍ​ທີ່​ບໍ່​ນະມັດສະການ​ພຣະເຈົ້າ ແລະ​ຫັນໄປ​ສູ່​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ພຣະອົງ​ໄປ ພວກເຂົາ​ໄດ້​ສັງຫານ​ປະຊາຊົນ​ຂອງ​ພຣະເຈົ້າ ພວກເຂົາ​ໄດ້​ທຳລາຍ​ພວກ​ຂ້ານ້ອຍ​ໃຫ້​ດັບສູນໄປ ແລະ​ປ່ອຍ​ໃຫ້​ດິນແດນ​ຕ້ອງ​ເພພັງ​ຮົກຮ້າງ.


ຕາມ​ແຕ່ລະ​ຕົວເມືອງ​ທີ່​ຢູ່​ໃນ​ດິນແດນ ເຮົາ​ໃຊ້​ດົ້ງຝັດ​ພວກເຈົ້າ​ໄປ​ດັ່ງ​ຄົນ​ຝັດ​ແກບ​ຖິ້ມ. ເຮົາ​ທຳລາຍ​ພວກເຈົ້າ​ແລ້ວ ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ຂ້າ​ລູກ​ພວກເຈົ້າ​ໝົດ​ຍ້ອນ​ພວກເຈົ້າ​ບໍ່​ເຊົາ​ເຮັດ​ຊົ່ວ.


ແຕ່​ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຮຸກຮານ​ປະເທດ ພວກເຮົາ​ໄດ້​ຕັດສິນໃຈ​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຫລົບ​ໜີ​ຈາກ​ກອງທັບ​ຂອງ​ຊາວ​ບາບີໂລນ ແລະ​ຊາວ​ຊີເຣຍ. ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ມາ​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.”


ສະນັ້ນ ຈົ່ງ​ໃສ່​ຜ້າ​ກະສອບເຂົ້າ ແລະ​ໄວ້ທຸກ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ ແລະ​ຄໍ່າຄວນ​ສາ​ເຖີດ ເພາະ​ພຣະເຈົ້າຢາເວ​ໂກດຮ້າຍ​ຮຸນແຮງ​ຫລາຍ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ບໍ່ໄດ້​ຫັນໜີ​ໄປ​ຈາກ​ພວກເຮົາ.


ບັດນີ້ ເຮົາ​ໄດ້​ຍົກ​ມື​ຂຶ້ນ​ເພື່ອ​ຈະ​ລົງໂທດ​ເຈົ້າ ແລະ​ນຳ​ຄວາມພອນ​ຂອງເຮົາ​ທີ່​ເປັນ​ສ່ວນແບ່ງ​ຂອງ​ເຈົ້າ​ນັ້ນ​ໜີໄປ. ເຮົາ​ໄດ້​ມອບ​ເຈົ້າ​ໃຫ້​ພວກ​ຟີລິດສະຕິນ​ຜູ້​ທີ່​ກຽດຊັງ​ເຈົ້າ ແລະ​ຜູ້​ທີ່​ເບື່ອໜ່າຍ​ການກະທຳ​ອັນ​ບໍ່ມີ​ສິນທຳ​ຂອງເຈົ້າ.


ເຮົາ​ຈະ​ໃຊ້​ຣິດອຳນາດ​ຂອງເຮົາ​ທຳລາຍ​ປະເທດ​ຂອງ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ເປັນ​ດິນແດນ​ເປົ່າຫວ່າງ, ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ທາງ​ພາກໃຕ້ ຈົນຮອດ​ເມືອງ​ຣິບລາ​ທາງ​ທິດເໜືອ ໂດຍ​ຈະ​ບໍ່​ປະ​ທີ່ໃດ​ໃຫ້​ຊາວ​ອິດສະຣາເອນ​ອາໄສ​ຢູ່. ແລ້ວ​ທຸກຄົນ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ​ຟ້ອງຮ້ອງ​ພວກເຂົາ. ເຖິງ​ແມ່ນ​ວ່າ​ມີ​ເຫດ​ຫລາຍ​ປະການ​ໄດ້​ເກີດຂຶ້ນ​ກໍຕາມ ພວກເຂົາ​ກໍ​ບໍ່ໄດ້​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຫລື​ສະແຫວງຫາ​ພຣະອົງ.


“ເຮົາ​ໄດ້​ໃຫ້​ພວກເຈົ້າ​ເກີດ​ພະຍາດ​ລະບາດ ດັ່ງ​ເຮົາ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ເອຢິບ​ນັ້ນ. ເຮົາ​ໄດ້​ຂ້າ​ຊາຍໜຸ່ມ​ທັງຫລາຍ​ຂອງ​ພວກເຈົ້າ​ທີ່​ສະໜາມຮົບ ແລະ​ເອົາ​ມ້າ​ເສິກ​ຂອງ​ພວກເຈົ້າ​ໜີໄປ. ເຮົາ​ໄດ້​ໃຫ້​ພວກເຈົ້າ​ດົມ​ກິ່ນ​ເໝັນ​ຊາກສົບ​ຄົນ​ຕາຍ​ຕາມ​ຄ້າຍພັກ​ຕ່າງໆ​ຂອງ​ພວກເຈົ້າ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


“ເຮົາ​ໄດ້​ທຳລາຍ​ບາງຄົນ​ໃນ​ພວກເຈົ້າ ດັ່ງ​ໄດ້​ທຳລາຍ​ເມືອງ​ໂຊໂດມ ແລະ​ໂກໂມຣາ. ພວກ​ທີ່​ລອດຊີວິດ​ມາ​ໄດ້​ກໍ​ເປັນ​ດັ່ງ​ທ່ອນ​ໄມ້​ກຳລັງ​ໄໝ້​ທີ່​ຖືກ​ດຶງ​ອອກ​ມາ​ຈາກ​ໄຟ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


“ແມ່ນ​ເຮົາ​ທີ່​ນຳ​ເອົາ​ຄວາມ​ອຶດຢາກ​ມາ​ສູ່​ເມືອງ​ທັງຫລາຍ​ຂອງ​ພວກເຈົ້າ; ແຕ່​ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ຍອມ​ກັບຄືນ​ມາ​ຫາ​ເຮົາ.” ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ດັ່ງນີ້ແຫລະ.


ປະຊາຊົນ​ໃນ​ຫລາຍໆ​ເມືອງ ຕ່າງ​ກໍ​ອ່ອນແຮງ​ເພາະ​ຫິວນໍ້າ; ສະນັ້ນ ພວກເຂົາ​ຈຶ່ງ​ໄປ​ໃນ​ເມືອງ​ໜຶ່ງ ບ່ອນ​ທີ່​ພວກເຂົາ​ຄິດວ່າ​ຈະ​ພົບ​ນໍ້າ​ກິນ ແຕ່​ບໍ່ມີ​ພຽງພໍ​ຈະ​ດື່ມ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


“ເຮົາ​ໄດ້​ສົ່ງ​ລົມຮ້ອນ ມາ​ເຮັດ​ໃຫ້​ເຄື່ອງປູກ​ຂອງ​ພວກເຈົ້າ​ຫ່ຽວແຫ້ງ​ໄປ. ຝູງຕັກແຕນ​ໄດ້​ກິນ​ເຄື່ອງປູກ​ໃນ​ສວນ​ຜັກ ແລະ​ສວນອະງຸ່ນ​ຂອງ​ພວກເຈົ້າ​ໝົດ​ພ້ອມ​ທັງ​ຕົ້ນ​ໝາກເດື່ອ ແລະ​ຕົ້ນ​ໝາກກອກ​ດ້ວຍ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ທຳລາຍ​ພວກ​ທີ່​ໄດ້​ຫັນ​ໜີໄປ​ຈາກ​ເຮົາ ແລະ​ບໍ່​ຕິດຕາມ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ ຄື​ພວກ​ທີ່​ບໍ່​ມາ​ຫາ​ພຣະເຈົ້າຢາເວ ຫລື​ບໍ່​ມາ​ຂໍ​ໃຫ້​ເຮົາ​ນຳພາ​ພວກເຂົາ.”


ເມືອງ​ນີ້​ບໍ່​ຍອມ​ຮັບ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ ຫລື​ບໍ່​ຍອມ​ຮັບ​ເອົາ​ການ​ແອບສອນ​ຂອງ​ພຣະອົງ. ເປັນ​ເມືອງ​ທີ່​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຫລື​ບໍ່​ຍອມ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ.


ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ ເຮົາ​ຈະ​ຄຽດຮ້າຍ​ພວກເຂົາ ເຮົາ​ຈະ​ປະຖິ້ມ​ພວກເຂົາ​ແລະ​ພວກເຂົາ​ຈະ​ຖືກ​ທຳລາຍ. ໄພພິບັດ​ອັນ​ຮ້າຍແຮງ​ຫລາຍ​ຢ່າງ​ຈະ​ມາ​ເຖິງ​ພວກເຂົາ ແລ້ວ​ພວກເຂົາ​ຈະ​ຮູ້​ແນ່ແທ້​ວ່າ ສິ່ງ​ເຫຼົ່ານີ້​ທີ່​ເກີດຂຶ້ນ​ກັບ​ພວກເຂົາ ກໍ​ຍ້ອນ​ວ່າ​ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຂົາ​ບໍ່​ຢູ່​ນຳ​ພວກເຂົາ​ອີກ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka