ໃນຄາວທີ່ເຈົ້າເປກາໄດ້ເປັນກະສັດແຫ່ງອິດສະຣາເອນນັ້ນ ຕີກະລາດປີເລເສ ກະສັດແຫ່ງອັດຊີເຣຍໄດ້ຢຶດເອົາເມືອງຕ່າງໆດັ່ງນີ້: ອີໂຢນ, ອາເບັນເບັດມາອາກາ, ຢາໂນອາ, ເກເດັດ, ຮາໂຊ, ເຂດແດນທັງໝົດຂອງກີເລອາດ, ຄາລີເລ ແລະເນັບທາລີ ແລະໄດ້ນຳເອົາປະຊາຊົນໄປເປັນຊະເລີຍທີ່ອັດຊີເຣຍ.