Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 9:1 - ພຣະຄຳພີສັກສິ

1 ດິນແດນ​ຂອງ​ເຜົ່າ​ເຊບູໂລນ​ກັບ​ເຜົ່າ​ເນັບທາລີ ເຄີຍ​ໄດ້​ເສື່ອມເສຍ​ກຽດສັກສີ​ມາ​ເທື່ອໜຶ່ງ​ແລ້ວ. ແຕ່​ໃນ​ອະນາຄົດ ກຽດສັກສີ​ຈະ​ຖືກ​ນຳ​ມາ​ສູ່​ພູມີ​ພາກນີ້ ຄື​ຕັ້ງແຕ່​ທະເລ​ເມດີແຕຣາເນ ຈົນເຖິງ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ຟາກ​ນັ້ນ ແລະ​ຈົນຮອດ​ແຂວງ​ຄາລີເລ ຄື​ບ່ອນ​ທີ່​ຊາວ​ຕ່າງ​ປະເທດ​ອາໄສ​ຢູ່.

Uka jalj uñjjattʼäta Copia luraña




ເອຊາຢາ 9:1
10 Jak'a apnaqawi uñst'ayäwi  

ໃນ​ຄາວ​ທີ່​ເຈົ້າ​ເປກາ​ໄດ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ນັ້ນ ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ຢຶດເອົາ​ເມືອງ​ຕ່າງໆ​ດັ່ງນີ້: ອີໂຢນ, ອາເບັນ​ເບັດ​ມາອາກາ, ຢາໂນອາ, ເກເດັດ, ຮາໂຊ, ເຂດແດນ​ທັງໝົດ​ຂອງ​ກີເລອາດ, ຄາລີເລ ແລະ​ເນັບທາລີ ແລະ​ໄດ້​ນຳ​ເອົາ​ປະຊາຊົນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ.


ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ບັນດານ​ໃຫ້​ກະສັດ​ປູນ​ແຫ່ງ​ອັດຊີເຣຍ (ມີ​ຊື່​ອື່ນ​ອີກ​ວ່າ ຕີກະລາດ​ປີເລເສ) ມາ​ຮຸກຮານ​ປະເທດ​ຂອງ​ພວກເຂົາ. ເພິ່ນ​ໄດ້​ຈັບ​ເຜົ່າ​ຣູເບັນ, ກາດ, ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ​ໄປ​ເປັນ​ຊະເລີຍ ແລະ​ໃຫ້​ພວກເຂົາ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ຮາລາ, ຮາບໍ ແລະ​ຮາຣາ ແລະ​ຕາມ​ລຳ​ແມ່ນໍ້າ​ໂກຊານ​ຈົນເຖິງ​ທຸກ​ວັນນີ້.


ເບັນຮາດາດ​ໄດ້​ຕົກລົງ​ເຮັດ​ຕາມ​ຄຳ​ສະເໜີ​ຂອງ​ອາສາ ໂດຍ​ໄດ້​ສົ່ງ​ບັນດາ​ນາຍ​ທະຫານ​ຜູ້​ບັນຊາການ​ກອງທັບ​ໄປ​ໂຈມຕີ​ເມືອງ​ຕ່າງໆ​ຂອງ​ອິດສະຣາເອນ. ພວກເຂົາ​ໄດ້​ຢຶດ​ເມືອງ​ຕ່າງໆ ເຊັ່ນ: ອີໂຢນ, ດານ, ອາເບນ​ເບັດ​ມາອາກາ ແລະ​ເມືອງ​ທັງໝົດ​ຂອງ​ເນັບທາລີ ທີ່​ເປັນ​ບ່ອນ​ລຳລຽງ​ສະບຽງ​ອາຫານ.


ແຕ່​ພວກເຂົາ​ຈະ​ບໍ່​ເຫັນ​ຫຍັງ​ເລີຍ ມີ​ແຕ່​ຄວາມ​ເດືອດຮ້ອນ​ແລະ​ຄວາມມືດ​ເທົ່ານັ້ນ ຄື​ຄວາມມືດ​ອັນ​ໜ້າຢ້ານກົວ​ຍິ່ງ ຊຶ່ງ​ພວກເຂົາ​ຕ້ອງ​ພົບ. ພວກເຂົາ​ບໍ່ມີ​ທາງ​ທີ່​ຈະ​ຫລົບ​ໜີ​ຈາກ​ຄວາມ​ເດືອດຮ້ອນ​ອັນ​ນີ້​ໄດ້​ເລີຍ.


ເຮົາ​ກໍ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ ແລະ​ເຮົາ​ຈະ​ລົງໂທດ​ບາບກຳ​ຂອງ​ພວກເຈົ້າ​ໃຫ້​ໜັກ​ກວ່າເກົ່າ​ອີກ​ເຖິງ​ເຈັດ​ເທົ່າ.


ຕໍ່ໄປ​ເຮົາ​ຈະ​ຫັນ​ມາ​ລົງໂທດ​ພວກເຈົ້າ​ຢ່າງ​ໂຫດຮ້າຍ​ທາລຸນ ໃຫ້​ໜັກ​ຕື່ມຂຶ້ນ​ກວ່າເກົ່າ​ອີກ​ເຈັດ​ເທົ່າ.


ແລ້ວ​ພຣະອົງ​ຈຶ່ງ​ຊົງ​ອະທິບາຍ​ພຣະຄຳພີ​ທຸກ​ຕອນ ທີ່​ກ່າວ​ເຖິງ​ເລື່ອງ​ພຣະອົງ​ສູ່​ພວກເພິ່ນ​ຟັງ ຄື​ເລີ່ມ​ແຕ່​ໂມເຊ ຕະຫລອດ​ເຖິງ​ພວກ​ຜູ້ທຳນວາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka