Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 8:8 - ພຣະຄຳພີສັກສິ

8 ທະຫານ​ອັດຊີເຣຍ​ຈະ​ບຸກໂຈມຕີ​ຢູດາຍ​ດັ່ງ​ຖືກ​ກະແສ​ນໍ້າ​ພັດ ແລະ​ຖ້ວມ​ບ່າໄຫລ່​ສູງ​ຂຶ້ນ​ໄປ​ຈົນ​ປົກຄຸມ​ເອົາ​ໝົດ​ທຸກສິ່ງ.” ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກເຮົາ ປີກ​ຂອງ​ພຣະອົງ​ພື​ອອກ​ເພື່ອ​ປົກປ້ອງ​ດິນແດນ​ໄວ້.

Uka jalj uñjjattʼäta Copia luraña




ເອຊາຢາ 8:8
22 Jak'a apnaqawi uñst'ayäwi  

ກະສັດ​ຊານມາເນເຊ​ແຫ່ງ​ອັດຊີເຣຍ​ໄດ້​ເຮັດ​ເສິກ​ຕໍ່ສູ້​ເພິ່ນ; ກະສັດ​ໂຮເຊຢາ​ຈຶ່ງ​ຍອມ​ຈຳນົນ​ຕໍ່​ກະສັດ​ຊານມາເນເຊ ແລະ​ເສຍສ່ວຍ​ໃຫ້​ເພິ່ນ​ທຸກ​ປີ.


ເພິ່ນ​ໄດ້​ຢຶດ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນ​ໃນ​ຢູດາຍ ແລະ​ບຸກໜ້າ​ໄປ​ຈົນເຖິງ​ນະຄອນ​ເຢຣູຊາເລັມ.


ເຮົາ​ໄດ້​ສົ່ງ​ຊາວ​ອັດຊີເຣຍ​ໄປ ເພື່ອ​ໂຈມຕີ​ຊາດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຄື​ປະຊາຊົນ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ເຮົາ​ໄດ້​ສົ່ງ​ພວກເຂົາ​ໄປ​ເພື່ອ​ປຸ້ນຈີ້​ທັງ​ລັກ ແລະ​ຢຽບຢໍ່າ​ປະຊາຊົນ​ເຫຼົ່ານັ້ນ ເໝືອນ​ຢຽບຢໍ່າ​ຂີ້ຝຸ່ນ​ໃນ​ຖະໜົນ​ຫົນທາງ.”


ພຣະອົງ​ເຮັດ​ໃຫ້​ລົມ​ພັດ​ຢູ່​ເບື້ອງໜ້າ​ຂອງ​ພຣະອົງ ດັ່ງ​ກະແສ​ນໍ້າ​ຖ້ວມ​ພັດ​ເອົາ​ທຸກໆສິ່ງ​ໄປ. ມັນ​ກວາດ​ເອົາ​ຊົນຊາດ​ທັງຫລາຍ​ໄປ​ສູ່​ຄວາມ​ຈິບຫາຍ ແລະ​ເຮັດ​ໃຫ້​ແຜນການ​ອັນ​ຊົ່ວຮ້າຍ​ຂອງ​ພວກເຂົາ​ສິ້ນສຸດ​ລົງ.


ເຮົາ​ຈະ​ຢູ່​ນຳ​ເມື່ອ​ຍ່າງ​ຂ້າມ​ບ່ອນ​ນໍ້າເລິກ​ໄປ ຄວາມ​ລຳບາກ​ຂອງ​ພວກເຈົ້າ​ຈະ​ບໍ່​ຖ້ວມ​ພວກເຈົ້າ. ໄຟ​ຈະ​ບໍ່​ໄໝ້​ພວກເຈົ້າ​ເມື່ອ​ຜ່ານຜ່າ​ໄຟ​ໄປ ການ​ທົດລອງ​ທີ່​ລຳບາກ​ຈະ​ທຳຮ້າຍ​ພວກເຈົ້າ​ບໍ່ໄດ້.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ເຈົ້າ​ເຫັນ​ໝາຍສຳຄັນ​ຢ່າງ​ໜຶ່ງ ຄື​ຍິງ​ສາວ​ຜູ້ໜຶ່ງ ຈະ​ຖືພາ​ແລະ​ຈະ​ອອກລູກ​ເປັນ​ຜູ້ຊາຍ​ແລະ​ຈະ​ມີ​ຊື່​ວ່າ, ‘ເອມານູເອນ’


ພຣະເຈົ້າຢາເວ​ຈະ​ນຳ​ເອົາວັນ​ອັນ​ໂຫດຮ້າຍ​ມາ​ສູ່​ເຈົ້າ, ປະຊາຊົນ​ຂອງ​ເຈົ້າ ແລະ​ຄອບຄົວ​ທັງໝົດ​ຂອງ​ກະສັດ. ວັນ​ນັ້ນ ຈະ​ໂຫດຮ້າຍ​ກວ່າ​ວັນ​ໃດໆ​ທີ່​ເຄີຍ​ມີ​ມາ ຕັ້ງແຕ່​ວັນນັ້ນ​ທີ່​ເອຟຣາອິມ​ໄດ້​ແຍກ​ອອກ​ຈາກ​ຢູດາຍ ຄື​ພຣະອົງ​ກຳລັງ​ຈະ​ນຳ​ເອົາ​ກະສັດ​ອັດຊີເຣຍ​ມາ.


ວາງແຜນ​ຂອງ​ເຈົ້າ​ໄວ້​ສາ, ແຕ່​ແຜນການ​ນັ້ນ​ຈະ​ບໍ່​ສຳເລັດ​ຈັກເທື່ອ. ປຶກສາ​ກັນ​ຫລາຍໆ, ແຕ່​ການ​ປຶກສາ​ນັ້ນ​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ໝົດ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ກັບ​ພວກເຮົາ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເບິ່ງແມ! ນໍ້າ​ກຳລັງ​ນອງ​ຢູ່​ທາງ​ທິດເໜືອ ແລະ​ຈະ​ໄຫລ​ແຮງ​ດັ່ງ​ນໍ້າ​ຫ້ວຍ​ຖ້ວມລົ້ນ​ຕາຝັ່ງ. ນໍ້າ​ນັ້ນ​ຈະ​ຖ້ວມ​ທຸກໆສິ່ງ​ທົ່ວ​ທັງ​ດິນແດນ ລວມ​ທັງ​ເມືອງ​ກັບ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ. ປະຊາຊົນ​ຈະ​ໂຮຮ້ອງ​ຂໍ​ໃຫ້​ຊ່ວຍເຫລືອ ທຸກຄົນ​ໃນ​ແຜ່ນດິນ​ຈະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.


ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ​ຈະ​ມີ​ຊົນຊາດ​ໜຶ່ງ​ບິນ​ລົງ​ມາ ເທິງ​ໂມອາບ​ດັ່ງ​ນົກອິນຊີ​ພື​ປີກ​ອອກ​ກວມ


ທະເລ​ໄຫລ​ຖ້ວມ​ນະຄອນ​ບາບີໂລນ ແລະ​ຄື້ນ​ທະເລ​ກໍ​ຄຶກຄະນອງ​ຖ້ວມ​ເມືອງ.


ໃຫ້​ຊາວ​ອິດສະຣາເອນ​ຟັງ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ແກ່​ພວກເຂົາ​ດັ່ງນີ້: ຍັງ​ມີ​ນົກອິນຊີ​ໃຫຍ່​ໂຕໜຶ່ງ ຊຶ່ງ​ມີ​ຂົນ​ງາມ ແລະ​ປີກ​ກໍ​ໃຫຍ່​ທັງ​ພື​ອອກ​ໄດ້​ກວ້າງ​ດ້ວຍ. ມັນ​ໄດ້​ບິນ​ໄປ​ທີ່​ພູເຂົາ​ເລບານອນ ແລະ​ຫັກ​ເອົາ​ຍອດ​ຂອງ​ໄມ້​ແປກ​ຕົ້ນ​ໜຶ່ງ


ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກໍ​ກ່າວ​ວ່າ: “ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກາຍເປັນ​ດັ່ງ​ເມືອງ​ທີ່​ເປົ່າຫວ່າງ​ແລະ​ຮົກຮ້າງ​ເພພັງ​ທີ່​ບໍ່ມີ​ຜູ້ໃດ​ຢູ່​ອາໄສ. ເຮົາ​ຈະ​ໃຫ້​ນໍ້າ​ຈາກ​ມະຫາສະໝຸດ​ເລິກ​ໄຫລ​ມາ​ຖ້ວມ​ເຈົ້າ.


ບັນດາ​ລູກຊາຍ​ຂອງ​ກະສັດ​ແຫ່ງ​ຊີເຣຍ​ຈະ​ຕຽມ​ສູ້ຮົບ ແລະ​ຈະ​ລວບລວມ​ກອງທັບ​ໄວ້​ເປັນ​ຈຳນວນ​ຫລວງຫລາຍ. ຄົນ​ໜຶ່ງ​ໃນ​ພວກເຂົາ​ຈະ​ຕີ​ຊະນະ​ຢ່າງ​ໄວວາ​ດັ່ງ​ນໍ້າ​ໄຫລ​ຖ້ວມ ແລະ​ໂຈມຕີ​ເອົາ​ປ້ອມ​ແຫ່ງ​ໜຶ່ງ​ຂອງ​ສັດຕູ.


ບາດແຜ​ຂອງ​ນະຄອນ​ຊາມາເຣຍ​ຮັກສາ​ໃຫ້​ດີ​ບໍ່ໄດ້ ແລະ​ໄດ້​ລາມ​ມາເຖິງ​ຢູດາ ໄພພິບັດ​ໄດ້​ມາຮອດ​ປະຕູ​ເມືອງ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ບ່ອນ​ທີ່​ປະຊາຊົນ​ຂອງຂ້ອຍ​ອາໄສ​ຢູ່.”


ແລະ​ເພິ່ນ​ຈະ​ນຳ​ສັນຕິສຸກ​ມາ​ໃຫ້. ເມື່ອ​ພວກ​ອັດຊີເຣຍ​ຮຸກຮານ​ປະເທດ​ຂອງ​ພວກເຮົາ ແລະ​ທຳລາຍ​ບ່ອນ​ປ້ອງກັນ​ຂອງ​ພວກເຮົາ​ນັ້ນ ພວກເຮົາ​ຈະ​ສົ່ງ​ພວກ​ຜູ້ນຳ​ທີ່​ເຂັ້ມແຂງ​ທີ່ສຸດ​ອອກ​ໄປ​ສູ້ຮົບ​ພວກເຂົາ.


“ຍິງ​ພົມມະຈາຣີ​ຜູ້​ໜຶ່ງ​ຈະ​ຖື​ພາ ແລະ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ ເຂົາ​ຈະ​ເອີ້ນ​ຊື່​ລູກ​ນັ້ນ​ວ່າ, ເອມານູເອນ.” (ໝາຍຄວາມ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ.”)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka