7 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຈະໃຫ້ກະສັດອັດຊີເຣຍພ້ອມກອງທັບທັງໝົດຂອງລາວ ມາໂຈມຕີຢູດາຍ. ກອງທັບນີ້ຈະບຸກໜ້າໄປດັ່ງແມ່ນໍ້າເອີຟຣັດໄຫລນອງລົ້ນຕາຝັ່ງ.
ເຮົາຈະເຮັດໃຫ້ມີນໍ້າຖ້ວມເທິງແຜ່ນດິນໂລກເພື່ອທຳລາຍທຸກສິ່ງທີ່ມີຊີວິດຢູ່. ທຸກໆສິ່ງເທິງແຜ່ນດິນໂລກຈະດັບສູນໄປ
ພຣະເຈົ້າຢາເວໄດ້ກ່າວເຖິງກະສັດແຫ່ງອັດຊີເຣຍດັ່ງນີ້: ‘ລາວຈະບໍ່ໄດ້ເຂົ້າໄປເມືອງນີ້ ຫລືຈະບໍ່ໄດ້ຍິງລູກທະນູໃສ່ເລີຍ. ບໍ່ມີທະຫານຄົນໃດທີ່ຖືໂລ້ຕ້ານທານຈະເຂົ້າໄປໃກ້ເມືອງນີ້ໄດ້ ແລະທັງຈະບໍ່ໄດ້ສ້າງກອງດິນອ້ອມເມືອງເພື່ອປີນຂຶ້ນໄປເລີຍ.
ພ້ອມທັງປະຊາຊົນອື່ນໆທີ່ຖືກເຈົ້າອາຊູບານີປານ ຜູ້ຍິ່ງໃຫຍ່ແລະມີອຳນາດ ໄດ້ຍົກຍ້າຍພວກເຂົາອອກຈາກບ້ານເກີດເມືອງນອນໃຫ້ມາຕັ້ງຫຼັກແຫຼ່ງຢູ່ໃນນະຄອນຊາມາເຣຍ ແລະຕາມບ່ອນອື່ນໆໃນແຂວງທາງພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ.”
ມີແມ່ນໍ້າສາຍໜຶ່ງທີ່ນຳເອົາຄວາມຊົມຊື່ນຍິນດີມາ ສູ່ນະຄອນທີ່ສັກສິດແຫ່ງອົງສູງສຸດນັ້ນ.
ອານາຈັກຈະຂະຫຍາຍແຕ່ທະເລນີ້ຫາທາງອື່ນໄກ ຈາກແມ່ນໍ້າເອີຟຣັດຈົນເຖິງທີ່ສຸດປາຍແຜ່ນດິນໂລກ.
ເຫດສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ກຳລັງຈະສົ່ງພະຍາດໂຣຄາ ມາລົງໂທດຄົນທີ່ຢູ່ດີກິນດີ. ໃນຕົນຕົວຂອງເຂົານັ້ນຈະມີໄຟທີ່ໄໝ້ຢູ່ແລະເຜົາຜານ.
ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ອັດຊີເຣຍເອີຍ ເຮົາໃຊ້ອັດຊີເຣຍເປັນດັ່ງໄມ້ຄ້ອນ ເພື່ອລົງໂທດພວກທີ່ເຮົາໂກດຮ້າຍ.
ພຣະເຈົ້າຢາເວຈະເຮັດໃຫ້ນໍ້າໃນອ່າວຊູແອດແຫ້ງ ແລະພຣະອົງຈະບັນດານໃຫ້ລົມຮ້ອນມາພັດແມ່ນໍ້າເອີຟຣັດໃຫ້ແຫ້ງ ໂດຍປະເຈັດຫ້ວຍນ້ອຍເທົ່ານັ້ນໃຫ້ມີນໍ້າ ເພື່ອວ່າຜູ້ໃດໆກໍຈະສາມາດຂ້າມໄປໄດ້.
ພວກເຈົ້າເວົ້າອວດວ່າ ພວກເຈົ້າໄດ້ເຮັດຂໍ້ສັນຍາກັບຄວາມຕາຍ ແລະບັນລຸຂໍ້ຕົກລົງໄປສູ່ແດນມໍຣະນາ. ພວກເຈົ້າແນ່ໃຈວ່າເມື່ອຄວາມຈິບຫາຍມາ ມັນຈະຫວິດໄປຈາກພວກເຈົ້າຍ້ອນພວກເຈົ້າເພິ່ງຄຳເວົ້າຕົວະ ແລະເພິ່ງການຫລອກລວງເພື່ອຮັກສາພວກເຈົ້າໃຫ້ປອດໄພ.
ຄວາມຍຸດຕິທຳຈະເປັນເສັ້ນວັດແທກຮາກຖານ ແລະຄວາມສັດຊື່ຈະເປັນສາຍຢັ່ງຄວາມທຸ່ນທ່ຽງ.” ພະຍຸໝາກເຫັບຈະກວາດເອົາຄຳເວົ້າຕົວະຂອງພວກເຈົ້າໄປຈົນໝົດ ແລະນໍ້າຖ້ວມຈະທຳລາຍຄວາມໝັ້ນຄົງຂອງພວກເຈົ້າ.
ອົງພຣະຜູ້ເປັນເຈົ້າໄດ້ໃຫ້ມີຄົນໜຶ່ງທີ່ເຂັ້ມແຂງ ແລະມີອຳນາດ ຕຽມພ້ອມເພື່ອໂຈມຕີພວກເຂົາ ຄືຄົນໜຶ່ງທີ່ຈະມາດັ່ງພະຍຸໝາກເຫັບ, ດັ່ງຫ່າຝົນ ແລະດັ່ງນໍ້າໄຫລເຊາະຖ້ວມລົ້ນເຕັມໄປທົ່ວດິນແດນ.
ເຮົາຈະຢູ່ນຳເມື່ອຍ່າງຂ້າມບ່ອນນໍ້າເລິກໄປ ຄວາມລຳບາກຂອງພວກເຈົ້າຈະບໍ່ຖ້ວມພວກເຈົ້າ. ໄຟຈະບໍ່ໄໝ້ພວກເຈົ້າເມື່ອຜ່ານຜ່າໄຟໄປ ການທົດລອງທີ່ລຳບາກຈະທຳຮ້າຍພວກເຈົ້າບໍ່ໄດ້.
ຕັ້ງແຕ່ທິດຕາເວັນອອກເຖິງທິດຕາເວັນຕົກ ທຸກຄົນຈະຢຳເກງພຣະເຈົ້າຢາເວແລະຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. ພຣະເຈົ້າຢາເວຈະມາດັ່ງນໍ້າຫ້ວຍໄຫລເຊາະແລະດັ່ງລົມພະຍຸກ້າ.
ພຣະເຈົ້າຢາເວຈະນຳເອົາວັນອັນໂຫດຮ້າຍມາສູ່ເຈົ້າ, ປະຊາຊົນຂອງເຈົ້າ ແລະຄອບຄົວທັງໝົດຂອງກະສັດ. ວັນນັ້ນ ຈະໂຫດຮ້າຍກວ່າວັນໃດໆທີ່ເຄີຍມີມາ ຕັ້ງແຕ່ວັນນັ້ນທີ່ເອຟຣາອິມໄດ້ແຍກອອກຈາກຢູດາຍ ຄືພຣະອົງກຳລັງຈະນຳເອົາກະສັດອັດຊີເຣຍມາ.
ເມື່ອເວລານັ້ນມາເຖິງ ອົງພຣະຜູ້ເປັນເຈົ້າຈະຈ້າງເອົາຊ່າງຕັດຜົມມາຈາກແມ່ນໍ້າເອີຟຣັດຟາກໜຶ່ງ ຄືຈັກກະພັດອັດຊີເຣຍ ເພິ່ນຈະແຖຜົມທີ່ເທິງຫົວ ແຖໜວດທັງແຖຂົນຕາມຕົນຕົວຂອງເຈົ້າຖິ້ມ.
ພຣະເຈົ້າຢາເວກ່າວວ່າ, “ເບິ່ງແມ! ນໍ້າກຳລັງນອງຢູ່ທາງທິດເໜືອ ແລະຈະໄຫລແຮງດັ່ງນໍ້າຫ້ວຍຖ້ວມລົ້ນຕາຝັ່ງ. ນໍ້ານັ້ນຈະຖ້ວມທຸກໆສິ່ງທົ່ວທັງດິນແດນ ລວມທັງເມືອງກັບປະຊາຊົນທີ່ອາໄສຢູ່ໃນທີ່ນັ້ນ. ປະຊາຊົນຈະໂຮຮ້ອງຂໍໃຫ້ຊ່ວຍເຫລືອ ທຸກຄົນໃນແຜ່ນດິນຈະຮ້ອງໄຫ້ຢ່າງຂົມຂື່ນ.
ທະເລໄຫລຖ້ວມນະຄອນບາບີໂລນ ແລະຄື້ນທະເລກໍຄຶກຄະນອງຖ້ວມເມືອງ.
ແລ້ວອົງພຣະຜູ້ເປັນເຈົ້າ ພຣະເຈົ້າກໍກ່າວວ່າ: “ເຮົາຈະເຮັດໃຫ້ເຈົ້າກາຍເປັນດັ່ງເມືອງທີ່ເປົ່າຫວ່າງແລະຮົກຮ້າງເພພັງທີ່ບໍ່ມີຜູ້ໃດຢູ່ອາໄສ. ເຮົາຈະໃຫ້ນໍ້າຈາກມະຫາສະໝຸດເລິກໄຫລມາຖ້ວມເຈົ້າ.
ບັນດາລູກຊາຍຂອງກະສັດແຫ່ງຊີເຣຍຈະຕຽມສູ້ຮົບ ແລະຈະລວບລວມກອງທັບໄວ້ເປັນຈຳນວນຫລວງຫລາຍ. ຄົນໜຶ່ງໃນພວກເຂົາຈະຕີຊະນະຢ່າງໄວວາດັ່ງນໍ້າໄຫລຖ້ວມ ແລະໂຈມຕີເອົາປ້ອມແຫ່ງໜຶ່ງຂອງສັດຕູ.
ຜູ້ໃດຜູ້ໜຶ່ງທີ່ຕໍ່ຕ້ານລາວ ຈະຖືກກວາດລ້າງ ແລະຖືກກຳຈັດ ແມ່ນແຕ່ມະຫາປະໂຣຫິດຂອງພຣະເຈົ້າກໍຕາມ.
ໃນບັ້ນປາຍຂອງເວລານັ້ນ ຜູ້ນຳທີ່ພຣະເຈົ້າໄດ້ເລືອກໄວ້ ຈະຖືກຂ້າຢ່າງບໍ່ຍຸດຕິທຳ. ເມືອງແລະພຣະວິຫານກໍຈະຖືກກອງທັບຂອງພວກເຈົ້ານາຍທີ່ມີອຳນາດຍິ່ງໃຫຍ່ຄົນໜຶ່ງບຸກຮຸກທຳລາຍ. ຄາວສິ້ນສຸດນີ້ຈະມາເໝືອນນໍ້າໄຫລຖ້ວມ ໂດຍນຳເອົາເສິກສົງຄາມ ແລະການທຳລາຍທີ່ພຣະເຈົ້າໄດ້ຈັດຕຽມໄວ້ນັ້ນມາ.
ສະນັ້ນ ແຜ່ນດິນໂລກຈະຫວັ່ນໄຫວ ທຸກຄົນໃນດິນແດນນີ້ຈະຕ້ອງໂສກເສົ້າເສຍໃຈ. ທົ່ວທັງປະເທດຈະສັ່ນສະເທືອນຟົ້ງຂຶ້ນ ແລະເຈື່ອນລົງເໝືອນກັນກັບແມ່ນໍ້ານິນ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະອົງແຕະຕ້ອງແຜ່ນດິນ ໂລກເຮົາກໍຫວັ່ນໄຫວໂລດ ທຸກໆຄົນທີ່ອາໄສຢູ່ໃນທີ່ນັ້ນກໍໂສກເສົ້າເສຍໃຈ ທົ່ວທັງໂລກຟົ້ງຂຶ້ນໂຍບລົງດັ່ງແມ່ນໍ້ານິນໃນເອຢິບນັ້ນ.
ບາດແຜຂອງນະຄອນຊາມາເຣຍຮັກສາໃຫ້ດີບໍ່ໄດ້ ແລະໄດ້ລາມມາເຖິງຢູດາ ໄພພິບັດໄດ້ມາຮອດປະຕູເມືອງຂອງນະຄອນເຢຣູຊາເລັມ ຄືບ່ອນທີ່ປະຊາຊົນຂອງຂ້ອຍອາໄສຢູ່.”
ເວລາຜູ້ນັ້ນມາ ເພິ່ນຈະປົກຄອງປະຊາຊົນຂອງເພິ່ນດ້ວຍກຳລັງ ຊຶ່ງມາຈາກພຣະເຈົ້າຢາເວ ແລະດ້ວຍສະຫງ່າຣາສີແຫ່ງພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຕົນ. ປະຊາຊົນຂອງພຣະອົງຈະຢູ່ຢ່າງປອດໄພ ເພາະປະຊາຊົນໝົດທັງໂລກຈະຮັບຮູ້ຄວາມຍິ່ງໃຫຍ່ຂອງເພິ່ນ
ແລະເພິ່ນຈະນຳສັນຕິສຸກມາໃຫ້. ເມື່ອພວກອັດຊີເຣຍຮຸກຮານປະເທດຂອງພວກເຮົາ ແລະທຳລາຍບ່ອນປ້ອງກັນຂອງພວກເຮົານັ້ນ ພວກເຮົາຈະສົ່ງພວກຜູ້ນຳທີ່ເຂັ້ມແຂງທີ່ສຸດອອກໄປສູ້ຮົບພວກເຂົາ.
ດັ່ງນໍ້າມາກທີ່ໄຫລແຮງ ພຣະອົງທຳລາຍສັດຕູ ຂອງພຣະອົງໃຫ້ດັບສູນສິ້ນ; ພວກແຂງຂໍ້ຕໍ່ພຣະອົງນັ້ນກໍຕົກຖືກຄວາມຕາຍ ທັງຖືກສົ່ງລົງໄປສູ່ແດນມໍຣະນາພຸ້ນ.
ກໍປຽບເໝືອນຄົນຜູ້ໜຶ່ງ ທີ່ກໍ່ສ້າງຕຶກຂອງຕົນ ລາວຂຸດດິນລົງເລິກ ແລະຕັ້ງຮາກຖານໃສ່ເທິງດານຫີນ ແລະເມື່ອນໍ້າມາຖ້ວມ ແລ້ວແປວນໍ້າກໍໄຫລທັ່ງໃສ່, ແຕ່ບໍ່ອາດເຮັດໃຫ້ຕຶກນັ້ນຫວັ່ນໄຫວ ເພາະວ່າໄດ້ສ້າງດີແລ້ວ.
ເທວະດາຕົນນັ້ນ ຍັງເວົ້າຕໍ່ຂ້າພະເຈົ້າອີກວ່າ, “ແມ່ນໍ້າທັງຫລາຍທີ່ທ່ານໄດ້ເຫັນ ຊຶ່ງເປັນບ່ອນທີ່ຍິງໂສເພນີນັ່ງຢູ່ນັ້ນ ໄດ້ແກ່ບັນດາຊົນຊາດ ປະຊາຊົນທັງຫລາຍ ບັນດາປະຊາຊາດ ແລະພາສາຕ່າງໆ.