Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 8:3 - ພຣະຄຳພີສັກສິ

3 ຕໍ່ມາ ເມຍ​ຂອງ​ຂ້າພະເຈົ້າ​ກໍໄດ້​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ‘ລົງ​ມື​ປຸ້ນ​ທັນທີ ໄດ້​ຂອງ​ປຸ້ນ​ມາ​ໄວ.’

Uka jalj uñjjattʼäta Copia luraña




ເອຊາຢາ 8:3
6 Jak'a apnaqawi uñst'ayäwi  

ປະໂຣຫິດ​ຮິນກີຢາ, ອາຮີກຳ, ອັກໂບ, ຊາຟານ ແລະ​ອາສາອີຢາ ໄດ້​ໄປ​ປຶກສາ​ຜູ້ທຳນວາຍ​ຍິງ​ຄົນ​ໜຶ່ງ​ຢູ່​ທາງ​ເຂດ​ໃໝ່​ຂອງ​ນະຄອນ​ເຢຣູຊາເລັມ​ຊື່​ວ່າ ຮຸນດາ. (ຜົວ​ຂອງ​ນາງ​ຮຸນດາ​ຊື່​ວ່າ​ຊານລູມ ລູກຊາຍ​ຂອງ​ຕິກວາ ແລະ​ຫລານຊາຍ​ຂອງ​ຮາກຮາ; ຊານລູມ​ເປັນ​ຜູ້​ຮັກສາ​ເສື້ອຄຸມ​ປະຈຳ​ພຣະວິຫານ.) ຄົນ​ເຫຼົ່ານີ້​ໄດ້​ເລົ່າ​ເຫດການ​ສູ່​ນາງ​ຟັງ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ເອົາ​ປ້າຍ​ໃຫຍ່​ແຜ່ນ​ໜຶ່ງ​ມາ ແລະ​ຂຽນ​ໜັງສື​ໂຕ​ໃຫຍ່ໆ​ໃສ່​ໃນ​ນັ້ນ ວ່າ: ‘ລົງ​ມື​ປຸ້ນ​ທັນທີ ໄດ້​ຂອງ​ປຸ້ນ​ມາ​ໄວ.’


ເຊົ້າ​ຂອງ​ວັນ​ຕໍ່ມາ ຫລັງຈາກ​ປັດຊູ​ແກ້​ໂສ້​ທີ່​ລາວ​ໄດ້​ໃຊ້​ລ່າມ​ຂ້າພະເຈົ້າ​ແລ້ວ ຂ້າພະເຈົ້າ​ຈຶ່ງ​ກ່າວ​ຕໍ່​ລາວ​ວ່າ, “ພຣະເຈົ້າຢາເວ​ບໍ່ໄດ້​ເອີ້ນ​ຊື່​ເຈົ້າ​ວ່າ ປັດຊູ, ແຕ່​ໄດ້​ເອີ້ນ​ຊື່​ເຈົ້າ​ວ່າ, ‘ຕົກໃຈ​ຢ້ານ​ຢູ່​ທຸກບ່ອນ.’


ໃນ​ສະໄໝ​ນັ້ນ ແມ່ນ​ນາງ​ເດໂບຣາ​ເມຍ​ຂອງ​ລັບປີໂດດ ເປັນ​ຜູ້ທຳນວາຍ ແລະ​ທັງ​ເປັນ​ຜູ້ປົກຄອງ​ຂອງ​ຊາວ​ອິດສະຣາເອນ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka