Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 8:22 - ພຣະຄຳພີສັກສິ

22 ແຕ່​ພວກເຂົາ​ຈະ​ບໍ່​ເຫັນ​ຫຍັງ​ເລີຍ ມີ​ແຕ່​ຄວາມ​ເດືອດຮ້ອນ​ແລະ​ຄວາມມືດ​ເທົ່ານັ້ນ ຄື​ຄວາມມືດ​ອັນ​ໜ້າຢ້ານກົວ​ຍິ່ງ ຊຶ່ງ​ພວກເຂົາ​ຕ້ອງ​ພົບ. ພວກເຂົາ​ບໍ່ມີ​ທາງ​ທີ່​ຈະ​ຫລົບ​ໜີ​ຈາກ​ຄວາມ​ເດືອດຮ້ອນ​ອັນ​ນີ້​ໄດ້​ເລີຍ.

Uka jalj uñjjattʼäta Copia luraña




ເອຊາຢາ 8:22
25 Jak'a apnaqawi uñst'ayäwi  

ລາວ​ຈະ​ຖືກ​ຂັບໄລ່​ອອກ​ຈາກ​ດິນແດນ​ຄົນ​ເປັນ ຄື​ຖືກ​ຂັບໄລ່​ຈາກ​ແສງແຈ້ງ​ເຂົ້າສູ່​ຄວາມມືດ.


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ທົ່ວ​ປະເທດ​ເອຢິບ​ຈະ​ມືດ​ໄປ​ໝົດ.”


ໂມເຊ​ໄດ້​ຍົກ​ມື​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ທົ່ວ​ປະເທດ​ເອຢິບ​ກໍ​ມຶດ​ໄປ​ໝົດ​ຕະຫລອດ​ສາມ​ວັນ.


ຄວາມຊົ່ວ​ຈ່ອງ​ຄົນ​ຊົ່ວຮ້າຍ​ລົງ, ແຕ່​ຄວາມດີ​ກໍ​ປ້ອງກັນ​ຄົນດີ​ໄວ້.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ກ່ຽວກັບ​ສັດ​ຕ່າງໆ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທາງ​ພາກໃຕ້: “ບັນດາ​ທູດ​ເດີນທາງ​ຜ່ານ​ປະເທດ​ທີ່​ເປັນ​ອັນຕະລາຍ ຄື​ບ່ອນ​ທີ່​ມີ​ໂຕສິງ, ງູພິດ ແລະ​ມັງກອນ​ທີ່​ເຫາະ​ໄດ້. ພວກເຂົາ​ບັນທຸກ​ຂອງຂວັນ​ລາຄາ​ແພງ ໃສ່​ເທິງ​ຫລັງ​ລໍ ແລະ​ອູດ​ໄປ​ໃຫ້​ຊົນຊາດ​ໜຶ່ງ​ທີ່​ຊ່ວຍເຫລືອ​ຫຍັງ​ບໍ່ໄດ້.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຮຮ້ອງ​ໃສ່​ຊາດ​ອິດສະຣາເອນ​ດັ່ງ​ຄື້ນ​ອຶກກະທຶກ​ຂອງ​ທະເລ. ເບິ່ງ​ປະເທດ​ນີ້​ແມ ຊ່າງ​ມືດມິດ ແລະ​ທຸກລະທົມ​ແທ້ ຄວາມ​ສະຫວ່າງ​ກາຍເປັນ​ມືດມົວ​ສາແລ້ວ.


ສ່ວນ​ຜູ້​ທີ່​ວາງແຜນ​ຕໍ່ສູ້​ຄົນອື່ນ​ໃນ​ພວກເຈົ້າ​ທຸກຄົນ ກໍ​ຈະ​ຖືກ​ທຳລາຍ​ຍ້ອນ​ແຜນການ​ຂອງ​ພວກເຈົ້າ​ເອງ. ພຣະອົງ​ເອງ​ຈະ​ເຮັດ​ໃຫ້​ສິ່ງນີ້​ເກີດຂຶ້ນ​ມາ ພວກເຈົ້າ​ຈະ​ທົນ​ທຸກຢ່າງ​ເວດທະນາ​ເຫລືອລົ້ນ.


ເຮົາ​ໄດ້​ຫົ່ມ​ຟ້າ​ສະຫວັນ ​ໃຫ້​ມືດມົວ​ສະຫລົວໄປ ດັ່ງ​ເປັນການ​ໄວ້ທຸກ​ໃຫ້​ຄົນ​ທີ່​ຕາຍໄປ​ແລ້ວ.”


ປະຊາຊົນ​ເວົ້າ​ວ່າ, “ບັດນີ້ ພວກເຮົາ​ຮູ້​ແລ້ວ​ວ່າ ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ບໍ່​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ທີ່​ກົດຂີ່​ພວກເຮົາ​ນັ້ນ. ພວກເຮົາ​ຫວັງ​ຈະ​ໃຫ້​ມີ​ແຈ້ງ​ຕາມ​ທາງເດີນ ພັດ​ມີ​ແຕ່​ມືດ​ເທົ່ານັ້ນ


ສ່ວນ​ຊົນຊາດ​ອື່ນໆ​ນັ້ນ ມືດ​ຈະ​ປົກຄຸມ​ພວກເຂົາ ແຕ່​ສຳລັບ​ເຈົ້າເອງ​ແສງແຈ້ງ​ຈະ​ສ່ອງ​ໃສ່​ເຈົ້າ; ເປັນ​ແສງແຈ້ງ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ຄື​ພຣະອົງ​ຈະ​ມາ​ຢູ່​ນຳ​ດ້ວຍ​ສະຫງ່າຣາສີ​ນັ້ນ.


ພວກເຈົ້າ​ຕ້ອງ​ຕອບ​ພວກເຂົາ​ວ່າ, “ຈົ່ງ​ຟັງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ສັ່ງສອນ​ພວກເຈົ້າ ຢ່າ​ສູ່​ຟັງຄວາມ​ຂອງ​ໝໍ​ຜີ ເພາະ​ສິ່ງ​ທີ່​ເຂົາ​ບອກ​ພວກເຈົ້າ​ໃຫ້​ເຮັດ​ນັ້ນ​ມັນ​ບໍ່​ດີ.”


ດິນແດນ​ຂອງ​ເຜົ່າ​ເຊບູໂລນ​ກັບ​ເຜົ່າ​ເນັບທາລີ ເຄີຍ​ໄດ້​ເສື່ອມເສຍ​ກຽດສັກສີ​ມາ​ເທື່ອໜຶ່ງ​ແລ້ວ. ແຕ່​ໃນ​ອະນາຄົດ ກຽດສັກສີ​ຈະ​ຖືກ​ນຳ​ມາ​ສູ່​ພູມີ​ພາກນີ້ ຄື​ຕັ້ງແຕ່​ທະເລ​ເມດີແຕຣາເນ ຈົນເຖິງ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ຟາກ​ນັ້ນ ແລະ​ຈົນຮອດ​ແຂວງ​ຄາລີເລ ຄື​ບ່ອນ​ທີ່​ຊາວ​ຕ່າງ​ປະເທດ​ອາໄສ​ຢູ່.


ປະຊາຊົນ​ທົ່ວ​ທັງ​ປະເທດ​ໄດ້​ເກັບເລັມ​ເອົາ​ອາຫານ​ມາ​ກິນ ບ່ອນ​ລະເລັກ​ລະນ້ອຍ​ຕາມ​ທີ່​ຕົນ​ຫາ​ໄດ້, ແຕ່​ພວກເຂົາ​ກໍ​ບໍ່​ອີ່ມ​ເປັນ​ຈັກເທື່ອ ຈຶ່ງ​ກິນ​ແມ່ນແຕ່​ລູກ​ຂອງຕົນເອງ.


ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກ່ອນ​ທີ່​ພຣະອົງ​ນຳ​ຄວາມ​ມືດໜາ​ມາ​ໃຫ້ ຕາມ​ເທິງ​ໜ່ວຍ​ພູເຂົາ​ນັ້ນ​ພວກເຈົ້າ​ຕ່າງ​ກໍ​ຊູນ​ສະດຸດ ກ່ອນ​ແຈ້ງ​ທີ່​ພວກເຈົ້າ​ຫວັງ​ກາຍເປັນ​ມືດ.


ທາງ​ທີ່​ພວກເຂົາ​ທຽວ​ໄປ​ນັ້ນ​ຈະ​ມື່ນ​ແລະ​ມືດມົນ ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເຕະ​ສະດຸດ​ລົ້ມລົງ​ທັງນັ້ນ. ເມື່ອ​ເຮົາ​ນຳ​ການທຳລາຍ ແລະ​ການລົງໂທດ​ມາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແລ້ວ​ກະສັດ​ກໍ​ບອກ​ພວກ​ຜູ້ຮັບໃຊ້​ວ່າ, ‘ຈົ່ງ​ມັດ​ມື​ແລະ​ຕີນ​ຂອງ​ມັນ​ໄວ້ ແລະ​ໂຍນ​ມັນ​ຖິ້ມ​ອອກ​ໄປ​ຂ້າງ​ນອກ​ທີ່​ມືດໆ ໃນ​ທີ່ນັ້ນ​ຈະ​ມີ​ການ​ຮ້ອງໄຫ້ ແລະ​ຂົບແຂ້ວ​ຄ້ຽວຟັນ.”’


“ພໍ​ໝົດ​ຄວາມ​ທຸກ​ລຳບາກ​ຂອງ​ວັນ​ເຫຼົ່ານັ້ນ​ແລ້ວ ດວງອາທິດ​ຈະ​ມືດ​ໄປ ດວງຈັນ​ຈະ​ບໍ່​ສ່ອງແສງ​ຕໍ່ໄປ, ດວງດາວ​ທັງຫລາຍ​ຈະ​ຕົກລົງ​ຈາກ​ທ້ອງຟ້າ ແລະ​ສິ່ງ​ທີ່​ມີ​ອຳນາດ​ໃນ​ທ້ອງຟ້າ​ກໍ​ຈະ​ສັ່ນ​ສະທ້ານ​ຫວັ່ນໄຫວ.


ສ່ວນ​ພວກ​ທີ່​ຄວນ​ຈະ​ໄດ້​ຢູ່​ໃນ​ອານາຈັກ​ນັ້ນ ຈະ​ຖືກ​ໂຍນ​ຖິ້ມ​ອອກ​ຂ້າງ​ນອກ​ຢູ່​ໃນ​ຄວາມມືດ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຄ້ຽວຟັນ”


ພວກເຂົາ​ເປັນ​ດັ່ງ​ຄື້ນ​ຟອງ​ນໍ້າ​ອັນ​ຮ້າຍແຮງ​ໃນ​ມະຫາສະໝຸດ ທີ່​ພົ່ນ​ການ​ກະທຳ​ອັນ​ໜ້າລະອາຍ​ຂອງຕົນ​ອອກ​ມາ​ຄື​ດັ່ງ​ປູມປວກ. ເປັນ​ດັ່ງ​ດາວ​ລ່ອງລອຍ​ນອກ​ວົງ​ໂຄຈອນ ທີ່​ຊົງ​ຈັດຕຽມ​ບ່ອນ​ໜຶ່ງ​ໄວ້​ຖ້າ​ແລ້ວ ໃນ​ຄວາມມືດ​ອັນ​ໜາຕຶບ​ນິຣັນດອນ.


ແລ້ວ​ເທວະດາ​ຕົນ​ທີ​ຫ້າ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ບັນລັງ​ຂອງ​ສັດຮ້າຍ ຄວາມມືດ​ຈຶ່ງ​ຕົກ​ໃສ່​ອານາຈັກ​ຂອງ​ສັດຮ້າຍ ແລະ​ຄົນ​ເຫຼົ່ານັ້ນ​ກໍ​ກັດ​ລີ້ນ​ຂອງຕົນ​ເພາະ​ຄວາມ​ເຈັບປວດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka