ເອຊາຢາ 8:19 - ພຣະຄຳພີສັກສິ19 ແຕ່ພວກເຂົາຈະບອກພວກເຈົ້າວ່າ, “ໃຫ້ຖາມເອົາຄວາມນຳພວກໝໍມໍ ແລະພວກໝໍຜີຜູ້ທີ່ເວົ້າພຶມພໍ່າຢູ່ໃນລຳຄໍ.” ບໍ່ຄວນບໍທີ່ປະຊາຊົນຈະຕ້ອງຖາມເອົາຄວາມນຳພຣະເຈົ້າຂອງພວກເຂົາ ແລະຄວນຢູ່ບໍທີ່ຈະໄປຖາມເອົາຄວາມນຳຄົນຕາຍເພື່ອຄົນເປັນ. Uka jalj uñjjattʼäta |
ເພື່ອບັງຄັບປະຊາຊົນໃຫ້ປະຕິບັດຕາມກົດບັນຍັດທີ່ມີຂຽນໄວ້ໃນປື້ມ ຊຶ່ງມະຫາປະໂຣຫິດຮິນກີຢາໄດ້ພົບຢູ່ໃນວິຫານຂອງພຣະເຈົ້າຢາເວນັ້ນ; ກະສັດໂຢສີຢາໄດ້ກຳຈັດພະຕ່າງໆ ແລະສິ່ງທີ່ໃຊ້ຂາບໄຫວ້ ໃຫ້ສິ້ນຈາກນະຄອນເຢຣູຊາເລັມ ແລະສ່ວນອື່ນໆຂອງຢູດາຍ ເຊັ່ນ: ໝໍຜີ, ໝໍມໍ, ພະປະຈຳເຮືອນ, ຮູບເຄົາຣົບ ແລະທຸກສິ່ງທີ່ໃຊ້ໃນການຂາບໄຫວ້ພະຕ່າງຊາດ.
ບັນດາຜູ້ປະກາດພຣະທຳປອມ ໄດ້ເກີດມີຂຶ້ນໃນທ່າມກາງໄພ່ພົນຂອງພຣະເຈົ້າໃນເມື່ອກ່ອນສັນໃດ ກໍຈະມີຄູສອນປອມເກີດຂຶ້ນໃນທ່າມກາງພວກເຈົ້າສັນນັ້ນ ພວກເຂົາຈະນຳເອົາຄຳສອນບໍ່ຈິງ ທີ່ເປັນການທຳລາຍມາສິດສອນ ຈົນເຖິງກັບປະຕິເສດພຣະອົງ ຜູ້ຊົງເປັນພຣະເຈົ້າທີ່ໄດ້ໄຖ່ພວກເຂົາໄວ້ ຊຶ່ງຈະນຳຄວາມຈິບຫາຍມາເຖິງຕົວພວກເຂົາໂດຍໄວ.