Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 8:16 - ພຣະຄຳພີສັກສິ

16 ພວກ​ສາວົກ​ຂອງເຮົາ​ເອີຍ ພວກເຈົ້າ​ຕ້ອງ​ເຝົ້າ​ລະວັງ​ແລະ​ຮັກສາ​ຖ້ອຍຄຳ ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ.

Uka jalj uñjjattʼäta Copia luraña




ເອຊາຢາ 8:16
25 Jak'a apnaqawi uñst'ayäwi  

ແລ້ວ​ເຢໂຮຍອາດາ​ກໍ​ພາ​ໂຢອາດ​ອອກ​ມາ, ສວມ​ມົງກຸດ​ໃສ່​ຫົວ​ໃຫ້​ເພິ່ນ ແລະ​ມອບ​ກົດບັນຍັດ​ການປົກຄອງ ຊຶ່ງ​ເປັນ​ເອກະສານ​ສະແດງ​ເຖິງ​ຕຳແໜ່ງ​ຂອງ​ກະສັດ​ໃຫ້​ເພິ່ນ. ໂຢອາດ​ໄດ້​ຮັບ​ການ​ຫົດສົງ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ. ປະຊາຊົນ​ພາກັນ​ຕົບມື ແລະ​ຮ້ອງໂຮ​ຂຶ້ນ​ວ່າ, “ຂໍ​ໃຫ້​ກະສັດ​ຈົ່ງ​ໝັ້ນຍືນ.”


ພຣະເຈົ້າຢາເວ​ເປັນ​ເພື່ອນ​ກັບ​ຜູ້​ທີ່​ຢຳເກງ​ພຣະອົງ ແລະ​ໃຫ້​ພັນທະສັນຍາ​ຍືນຍົງ​ຢູ່​ກັບ​ເຂົາເຈົ້າ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ພຣະອົງ​ໄດ້​ສັ່ງສອນ​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ ເພື່ອ​ວ່າ​ຂ້ອຍ​ຈະ​ໄດ້​ຊ່ວຍ​ຜູ້​ທີ່​ອ່ອນແຮງ ໃຫ້​ພວກເຂົາ​ເຂັ້ມແຂງ​ແລະ​ມີ​ແຮງ​ຂຶ້ນ​ໃໝ່. ທຸກໆເຊົ້າ ພຣະອົງ​ໄດ້​ໃຫ້​ຂ້ອຍ​ຫິວກະຫາຍ ຟັງ​ສິ່ງ​ທີ່​ພຣະອົງ​ກຳລັງ​ສັ່ງສອນ​ຂ້ອຍ.


ສ່ວນ​ປະຊາຊົນ​ຂອງ​ເຈົ້າ​ເຮົາ​ຈະ​ສັ່ງສອນ​ພວກເຂົາ​ໂດຍ​ພຣະເຈົ້າຢາເວ ຈະ​ໃຫ້​ມີ​ສັນຕິສຸກ​ແລະ​ໃຫ້​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ພວກເຈົ້າ​ຕ້ອງ​ຕອບ​ພວກເຂົາ​ວ່າ, “ຈົ່ງ​ຟັງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ສັ່ງສອນ​ພວກເຈົ້າ ຢ່າ​ສູ່​ຟັງຄວາມ​ຂອງ​ໝໍ​ຜີ ເພາະ​ສິ່ງ​ທີ່​ເຂົາ​ບອກ​ພວກເຈົ້າ​ໃຫ້​ເຮັດ​ນັ້ນ​ມັນ​ບໍ່​ດີ.”


ແຕ່​ເຈົ້າ​ດານີເອນ​ເອີຍ ໃຫ້​ເຈົ້າ​ຮຳ​ໜັງສື​ມ້ວນ​ນັ້ນ ແລະ​ຕີຕາ​ປະທັບ​ໃສ່​ໄວ້ ຈົນ​ເວລາ​ແຫ່ງ​ການ​ສິ້ນສຸດ​ຂອງ​ໂລກ​ມາເຖິງ. ໃນ​ເວລາ​ນັ້ນ ຄົນ​ຈຳນວນ​ຫລວງຫລາຍ​ຈະ​ແລ່ນ​ໄປ​ແລ່ນ​ມາ ແລະ​ຄວາມ​ຮູ້​ຈະ​ເພີ່ມ​ທະວີ​ຂື້ນ.”


ເຈັດ​ເທື່ອ​ເຈັດສິບ​ປີ​ນັ້ນ​ແມ່ນ​ໄລຍະ​ເວລາ ທີ່​ພຣະເຈົ້າ​ໄດ້​ກຳນົດ​ໃຫ້​ປະຊາຊົນ​ແລະ​ເມືອງ​ອັນ​ສັກສິດ​ຂອງ​ເຈົ້າ ເລີກ​ເຮັດ​ບາບ​ແລະ​ເລີກ​ເຮັດ​ຊົ່ວ. ບາບ​ຈະ​ໄດ້​ຮັບ​ການອະໄພ ແລະ​ຄວາມ​ຍຸດຕິທຳ​ອັນ​ຖາວອນ​ຈະ​ປາກົດ​ມີ​ມາ ເພື່ອ​ວ່າ​ນິມິດ ແລະ​ຖ້ອຍຄຳ​ຂອງ​ຜູ້ທຳນວາຍ​ຈະ​ກາຍເປັນຈິງ ແລະ​ເພື່ອ​ພຣະວິຫານ​ອັນ​ສັກສິດ ຈະ​ໄດ້​ຖືກ​ຢຶດ​ຖວາຍ​ຄືນ​ໃໝ່​ໃຫ້​ແກ່​ພຣະເຈົ້າ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ສຳລັບ​ພວກເຈົ້າ​ນັ້ນ ພຣະເຈົ້າ​ຊົງ​ໂຜດ​ໃຫ້​ພວກເຈົ້າ​ຮູ້​ໄດ້​ຄວາມ​ລັບເລິກ​ແຫ່ງ​ຣາຊອານາຈັກ​ສະຫວັນ, ແຕ່​ຄົນ​ເຫຼົ່ານັ້ນ​ບໍ່ໄດ້​ຊົງ​ໂຜດ​ໃຫ້​ຮູ້.


ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ພວກ​ສາວົກ​ໄດ້​ຖາມ​ພຣະເຢຊູເຈົ້າ​ເຖິງ​ເລື່ອງ​ການ​ຢ່າຮ້າງ​ນີ້​ອີກ.


ພຣະອົງ​ບໍ່ໄດ້​ກ່າວ​ກັບ​ພວກເຂົາ​ໂດຍ​ໃຊ້​ຄຳອຸປະມາ​ເທົ່ານັ້ນ, ແຕ່​ເມື່ອ​ພຣະອົງ​ຢູ່​ຕາມ​ລຳພັງ​ກັບ​ສາວົກ​ແລ້ວ, ພຣະອົງ​ກໍ​ອະທິບາຍ​ທຸກໆ​ສິ່ງ​ສູ່​ພວກເພິ່ນ​ຟັງ​ໂດຍ​ສະເພາະ.


ແຕ່​ມະນຸດ​ທີ່​ມີ​ຈິດໃຈ​ທຳມະດາ​ຈະ​ຮັບ​ສິ່ງ​ເຫຼົ່ານັ້ນ ຊຶ່ງ​ເປັນ​ຂອງ​ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ບໍ່ໄດ້, ເພາະ​ພວກເຂົາ​ເຫັນ​ວ່າ ສິ່ງ​ເຫຼົ່ານີ້​ເປັນ​ເລື່ອງ​ໂງ່​ສຳລັບ​ຕົນ ແລະ​ບໍ່​ສາມາດ​ເຂົ້າໃຈ ເພາະວ່າ ທີ່​ຈະ​ເຂົ້າໃຈ​ສິ່ງ​ເຫຼົ່ານັ້ນ​ໄດ້ ກໍ​ຕ້ອງ​ອາໄສ​ພຣະວິນຍານ.


ແມ່ນ​ຫລັງຈາກ​ທີ່​ພວກເຂົາ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ຢູ່​ໃນ​ຮ່ອມພູ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ກົງກັນຂ້າມ​ກັບ​ເມືອງ​ເບັດເປອໍ ທີ່​ເພິ່ນ​ໄດ້​ມອບ​ກົດບັນຍັດ​ເຫຼົ່ານີ້​ໃຫ້​ພວກເຂົາ. ເມືອງ​ເບັດເປອໍ​ນີ້​ຢູ່​ໃນ​ເຂດແດນ​ຂອງ​ເຈົ້າ​ສີໂຫນ ກະສັດ​ຂອງ​ຊາວ​ອາໂມ ຜູ້​ທີ່​ໄດ້​ປົກຄອງ​ຢູ່​ໃນ​ນະຄອນ​ເຮັດຊະໂບນ. ໂມເຊ​ກັບ​ປະຊາຊົນ​ອິດສະຣາເອນ​ໄດ້​ຊະນະ​ເພິ່ນ ເມື່ອ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ໃນ​ວົງສາ​ຄະນາຍາດ​ທັງໝົດ​ອັນ​ເປັນ​ຄົວ​ວິຫານ​ຂອງ​ພຣະເຈົ້າ​ນັ້ນ ໂມເຊ​ໄດ້​ສັດຊື່​ໃນ​ຖານະ​ເປັນ​ຄົນ​ຮັບໃຊ້ ເພື່ອ​ເປັນ​ພະຍານ​ເຖິງ​ເລື່ອງ​ຕ່າງໆ ຊຶ່ງ​ພຣະເຈົ້າ​ຈະ​ຊົງ​ກ່າວ​ຕໍ່ໄປ​ພາຍໜ້າ.


ພໍ​ສຽງ​ເຫຼົ່ານັ້ນ​ດັງ​ອອກ​ມາ ຂ້າພະເຈົ້າ​ເກືອບ​ຈະ​ລົງ​ມື​ຂຽນ, ແຕ່​ຂ້າພະເຈົ້າ​ໄດ້ຍິນ​ສຽງ​ກ່າວ​ມາ​ຈາກ​ສະຫວັນ​ວ່າ, “ຈົ່ງ​ປົກປິດ​ຖ້ອຍຄຳ​ທີ່​ຟ້າຮ້ອງ​ທັງ​ເຈັດ​ໄດ້​ກ່າວ​ນັ້ນ ເປັນ​ຄວາມລັບ ຢ່າ​ຂຽນ​ລົງ​ໄປ.”


ແລ້ວ​ຂ້າພະເຈົ້າ​ໄດ້​ກົ້ມ​ຕົວ​ລົງ​ໃກ້​ຕີນ​ພວກ​ເທວະດາ ເພື່ອ​ຈະ​ຂາບໄຫວ້​ເພິ່ນ ແຕ່​ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ລະວັງ ຢ່າ​ເຮັດ​ຢ່າງ​ນັ້ນ ເຮົາ​ເປັນ​ເພື່ອນ​ຜູ້ຮັບໃຊ້​ຮ່ວມ​ກັນ​ກັບ​ທ່ານ ແລະ​ຮ່ວມ​ກັບ​ພີ່ນ້ອງ​ຂອງທ່ານ ທີ່​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ຈົ່ງ​ນະມັດສະການ​ພຣະເຈົ້າ​ເທີ້ນ. ເພາະວ່າ​ເນື້ອຄວາມ​ຂອງ​ການ​ປະກາດ​ພຣະທຳ ກໍ​ເປັນ​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.”


ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ເຮົາ​ຈະ​ໃຫ້​ມານາ​ທີ່​ເຊື່ອງ​ໄວ້ ແກ່​ຜູ້​ທີ່​ມີ​ໄຊຊະນະ ແລະ​ຈະ​ໃຫ້​ຫີນ​ຂາວ​ແກ່​ຜູ້ນັ້ນ, ໃນ​ຫີນ​ນັ້ນ​ມີ​ຊື່​ໃໝ່​ຈາລືກ​ໄວ້ ຊຶ່ງ​ບໍ່ມີ​ຜູ້ໃດ​ຮູ້ ນອກຈາກ​ຜູ້​ທີ່​ໄດ້​ຮັບ​ເທົ່ານັ້ນ.”


ໃນ​ມື​ຂວາ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ໜັງສື​ມ້ວນ​ອັນ​ໜຶ່ງ ທີ່​ມີ​ຄຳ​ຂຽນ​ໄວ້​ທັງ​ຂ້າງໃນ​ແລະ​ຂ້າງນອກ ທີ່​ມີ​ຕາປະທັບ​ໄວ້​ເຈັດ​ດວງ.


ແລ້ວ​ມີ​ທ່ານ​ຜູ້ໜຶ່ງ​ໃນ​ພວກ​ອາວຸໂສ​ນັ້ນ ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ ເບິ່ງແມ! ສິງ​ຈາກ​ເຜົ່າ​ຢູດາ ໜໍ່ແໜງ​ແຫ່ງ​ເຊື້ອສາຍ​ຂອງ​ດາວິດ ເປັນ​ຜູ້​ມີ​ໄຊຊະນະ​ແລ້ວ ຈຶ່ງ​ສາມາດ​ແກະ​ຕາປະທັບ​ທັງ​ເຈັດ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ໄດ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka