Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 8:15 - ພຣະຄຳພີສັກສິ

15 ຫລາຍ​ຄົນ​ຈະ​ຕຳ​ສະດຸດ; ພວກເຂົາ​ຈະ​ລົ້ມລົງ​ແລະ​ຈະ​ຖືກ​ຢຽບຢໍ່າ. ພວກເຂົາ​ຈະ​ຖືກ​ບ້ວງແຮ້ວ​ແລະ​ຈະ​ໜີໄປ​ບໍ່​ພົ້ນ.”

Uka jalj uñjjattʼäta Copia luraña




ເອຊາຢາ 8:15
12 Jak'a apnaqawi uñst'ayäwi  

ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ສັ່ງສອນ​ບົດຮຽນ​ໃຫ້​ເທື່ອລະ​ໂຕ ເທື່ອລະ​ແຖວ ແລະ​ເທື່ອລະ​ບົດ ແລ້ວ​ພວກເຈົ້າ​ກໍ​ຈະ​ສະດຸດ​ລົ້ມລົງ​ທຸກ​ບາດກ້າວ​ທີ່​ພວກເຈົ້າ​ຍ່າງ​ໄປ. ພວກເຈົ້າ​ຈະ​ໄດ້​ຮັບ​ບາດເຈັບ, ຖືກ​ບ້ວງແຮ້ວ ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: “ເຮົາ​ກຳລັງ​ວາງ​ຮາກຖານ​ໃນ​ພູເຂົາ​ຊີໂອນ​ຢ່າງ​ໝັ້ນຄົງ​ແລະ​ແຂງແຮງ. ໃນ​ທີ່ນັ້ນ ເຮົາ​ກຳລັງ​ວາງ​ຫີນ​ເສົາ​ເອກ ຊຶ່ງ​ມີ​ຂຽນ​ຖ້ອຍຄຳ​ໃສ່​ເທິງ​ວ່າ ‘ຄວາມເຊື່ອ​ທີ່​ໝັ້ນຄົງ​ກໍ​ອົດທົນ​ດົນນານ.’


ແລະ​ພວກເຮົາ​ກໍ​ງົມໆ​ທາວໆ​ໄປ​ເໝືອນ​ຄົນ​ຕາບອດ. ພວກເຮົາ​ລົ້ມລົງ​ໃນ​ຕອນທ່ຽງ ຄື​ກັບ​ວ່າ​ເດີນ​ໄປ​ໃນ​ຕອນ​ກາງຄືນ ຄື​ກັບ​ວ່າ​ພວກເຮົາ​ຢູ່​ໃນ​ທີ່​ມືດ​ຂອງ​ແດນ​ມໍຣະນາ.


ກໍ​ຈະ​ໃຫ້​ມີ​ນໍ້ານົມ​ກິນ​ພຽງພໍ​ກັບ​ຄວາມ​ຕ້ອງການ. ແມ່ນແລ້ວ ຄົນ​ທີ່​ລອດຊີວິດ​ເຫຼືອ​ຢູ່​ພຽງ​ເລັກນ້ອຍ​ໃນ​ປະເທດ ຈະ​ໄດ້​ກິນ​ນໍ້ານົມ​ແລະ​ນໍ້າເຜິ້ງ​ເປັນ​ອາຫານ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ເຮັດ​ໃຫ້​ປະຊາຊົນ​ເຫຼົ່ານີ້​ຕຳ​ສະດຸດ​ແລະ​ລົ້ມລົງ. ບັນດາ​ພໍ່​ກັບ​ບັນດາ​ລູກຊາຍ​ຈະ​ຕາຍ ເຊັ່ນດຽວ​ກັນ​ກັບ​ບັນດາ​ໝູ່ເພື່ອນ​ມິດ​ສະຫາຍ ແລະ​ບັນດາ​ເພື່ອນບ້ານ​ດ້ວຍ.”


ຜູ້ໃດ​ທີ່​ບໍ່​ສົງໄສ​ເຮົາ​ກໍ​ເປັນ​ສຸກ.”


ຢ່າ​ສົນ​ນຳ​ພວກເຂົາ​ເທາະ! ພວກເຂົາ​ເປັນ​ຄົນ​ຕາບອດ​ນຳ​ຄົນ​ຕາບອດ ແລະ​ເມື່ອ​ຄົນ​ຕາບອດ​ຈູງ​ຄົນ​ຕາບອດ​ໄປ ເຂົາ​ທັງສອງ​ກໍ​ຕົກລົງ​ໃນ​ຂຸມ.”


ຜູ້ໃດ​ລົ້ມ​ທັບ​ຫີນ​ນີ້ ຜູ້ນັ້ນ​ຈະ​ຕ້ອງ​ແຕກ​ຫັກ​ໄປ ແຕ່​ຖ້າ​ຫີນ​ນັ້ນ​ຈະ​ຕົກ​ທັບ​ຜູ້ໃດ ຜູ້ນັ້ນ​ຈະ​ແຫລກ​ໝຸ່ນ​ໄປ.”]


ດ້ວຍເຫດນີ້ ພວກ​ທີ່​ຕິດຕາມ​ພຣະອົງ​ຫລາຍ​ຄົນ​ຈຶ່ງ​ທໍ້ຖອຍ ແລະ​ບໍ່​ໄປ​ກັບ​ພຣະອົງ​ອີກ.


ເປັນ​ເພາະ​ເຫດ​ໃດ? ເພາະ​ຍ້ອນ​ວ່າ ພວກເຂົາ​ບໍ່ໄດ້​ດິ້ນລົນ​ດ້ວຍ​ຄວາມເຊື່ອ, ແຕ່​ໄດ້​ຊອກຫາ​ດ້ວຍ​ການ​ປະຕິບັດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຕຳ​ສະດຸດ​ກ້ອນຫີນ ທີ່​ໃຫ້​ສະດຸດ​ນັ້ນ


ແຕ່​ສຳລັບ​ພວກເຮົາ​ແລ້ວ ພວກເຮົາ​ປະກາດ​ເລື່ອງ​ພຣະຄຣິດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ ອັນ​ເປັນ​ເລື່ອງ​ທີ່​ພວກ​ຢິວ​ຊຸນ​ສະດຸດ ແລະ​ເປັນ​ເລື່ອງ​ທີ່​ພວກ​ຕ່າງຊາດ​ຖື​ວ່າ​ໂງ່,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka