ເອຊາຢາ 8:13 - ພຣະຄຳພີສັກສິ13 ຈົ່ງຈື່ຈຳໄວ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຊົງບໍຣິສຸດ; ຈົ່ງຢ້ານຢຳແລະຢ້ານກົວພຣະອົງເຖີດ. Uka jalj uñjjattʼäta |
ແລ້ວຈົ່ງໄປທີ່ແຫ່ງດຽວເທົ່ານັ້ນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເລືອກໄວ້ໃຫ້ນະມັດສະການ. ຈົ່ງກິນພືດຜົນເປັນເມັດ, ດື່ມເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດ ລູກຫົວປີຂອງງົວແລະຂອງແກະທີ່ໄດ້ຖືກນຳມາຖວາຍເປັນໜຶ່ງສ່ວນສິບຊ້ອງໜ້າພຣະອົງໃນທີ່ນັ້ນ. ຈົ່ງປະຕິບັດເຊັ່ນນີ້ ເພື່ອວ່າພວກເຈົ້າຈະໄດ້ຮຽນຮູ້ຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຕະຫລອດໄປ.
ລາວໄດ້ຂ້າງົວເຖິກສອງໂຕແລະປາດຊີ້ນເປັນຕ່ອນໆ ແລ້ວໃຫ້ຄົນນຳຂ່າວມານັ້ນຖືໄປທົ່ວດິນແດນອິດສະຣາເອນ ພ້ອມທັງເຕືອນວ່າ, “ຜູ້ໃດກໍຕາມທີ່ບໍ່ຕິດຕາມໂຊນແລະຊາມູເອນໄປສູ່ສະໜາມຮົບ ງົວເຖິກຂອງຜູ້ນັ້ນຈະຕ້ອງຖືກຂ້າຢ່າງດຽວກັນນີ້ແຫຼະ.” ປະຊາຊົນອິດສະຣາເອນເກີດຢ້ານກົວຕໍ່ສິ່ງທີ່ພຣະເຈົ້າຢາເວອາດຈະກະທຳ. ສະນັ້ນ ພວກເຂົາໝົດທຸກຄົນຈຶ່ງພ້ອມກັນມາໂດຍບໍ່ມີການຍົກເວັ້ນ.