Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 8:11 - ພຣະຄຳພີສັກສິ

11 ພຣະເຈົ້າຢາເວ​ໄດ້​ເຕືອນ​ຂ້າພະເຈົ້າ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ບໍ່​ໃຫ້​ປະພຶດ​ຕາມ​ທາງ​ທີ່​ຊົນຊາດ​ນີ້​ກຳລັງ​ປະພຶດ​ກັນ​ຢູ່. ພຣະອົງ​ບອກ​ວ່າ,

Uka jalj uñjjattʼäta Copia luraña




ເອຊາຢາ 8:11
10 Jak'a apnaqawi uñst'ayäwi  

ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ຄວບຄຸມ​ເອລີຢາ ເພິ່ນ​ເອົາ​ເສື້ອ​ມັດ​ແອວ​ໃຫ້​ແໜ້ນ ແລະ​ແລ່ນ​ແຊງ​ຂຶ້ນ​ໜ້າ​ກະສັດ​ອາຮາບ​ມາ​ຕະຫລອດ​ທາງ ຈົນເຖິງ​ເມືອງ​ຢິດຊະເຣນ.


“ເຮົາ​ຈະ​ສອນ​ເຈົ້າ​ໃຫ້​ຮູ້ຈັກ​ທາງ​ທີ່​ເຈົ້າ​ຄວນໄປ ເຮົາ​ຈະ​ໃຫ້​ຄຳແນະນຳ​ແລະ​ແອບ​ສອນ​ເຈົ້າ.


ລູກ​ເອີຍ ເຈົ້າ​ຢ່າ​ຍ່າງ​ໄປ​ກັບ​ຄົນ​ຢ່າງນັ້ນ ຈົ່ງ​ຫລີກ​ໜີ​ຈາກ​ພວກເຂົາ.


ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: “ເຄາະກຳ​ເປັນ​ຂອງ​ຜູ້ປົກຄອງ​ຢູດາຍ​ສາ​ແລ້ວ ເພາະ​ພວກເຂົາ​ກະບົດ​ຕໍ່ສູ້​ເຮົາ. ພວກເຂົາ​ເຮັດ​ຕາມ​ແຜນການ​ຕ່າງໆ​ທີ່​ເຮົາ​ບໍ່ໄດ້​ກຳນົດ​ໃຫ້ ແລະ​ເຊັນ​ສັນຍາ​ຕໍ່ສູ້​ຄວາມປະສົງ​ຂອງເຮົາ ໂດຍ​ເຮັດ​ບາບຊ້ອນບາບ​ກອງ​ໄວ້.


ກ່ຽວກັບ​ຄຳຖາມ​ນີ້​ພຣະເຈົ້າຢາເວ​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ​ກັບ​ມາ ເຮົາ​ກໍ​ຈະ​ຮັບ​ເອົາ​ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງເຮົາ​ອີກ. ຖ້າ​ເຈົ້າ​ບໍ່​ເວົ້າ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ແລະ​ປະກາດ​ແຕ່​ຖ້ອຍຄຳ​ຂອງເຮົາ ເຈົ້າ​ກໍ​ຈະ​ໄດ້​ເປັນ​ຜູ້ທຳນວາຍ​ຂອງເຮົາ​ອີກ. ປະຊາຊົນ​ຈະ​ກັບຄືນ​ມາ​ຫາ​ເຈົ້າ ແລະ​ເຈົ້າ​ບໍ່​ຕ້ອງ​ໄປ​ຫາ​ພວກເຂົາ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ຫລອກລວງ​ຂ້ານ້ອຍ ຂ້ານ້ອຍ​ຈຶ່ງ​ຖືກ​ຫລອກລວງ​ສາ​ແລ້ວ. ພຣະອົງ​ນັ້ນ​ເຂັ້ມແຂງ​ລື່ນກວ່າ​ຂ້ານ້ອຍ ພຣະອົງ​ຊົງ​ຣິດ​ເໜືອ​ຂ້ານ້ອຍ​ຫລາຍ​ແທ້. ທຸກຄົນ​ຫົວ​ເຍາະເຍີ້ຍ​ນິນທາ​ຂ້ານ້ອຍ ຫົວເລາະ​ໃສ່​ຂ້ານ້ອຍ​ຕະຫລອດ​ວັນ.


ແຕ່​ເມື່ອ​ຂ້ານ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລືມໄລ​ພຣະອົງ ທັງ​ຈະ​ບໍ່​ກ່າວ​ເຖິງ​ພຣະນາມ​ຂອງ​ພຣະອົງ​ຕໍ່ໄປ​ອີກ.” ແລ້ວ​ຖ້ອຍຄຳ​ຂອງ​ພຣະອົງ​ກໍ​ຮ້ອນຮົນ​ຢູ່​ພາຍໃນ ດັ່ງ​ໄຟ​ລຸກໄໝ້​ເຜົາຜານ​ໃນ​ຈິດໃຈ​ຂ້ານ້ອຍ​ຢູ່. ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ລະງັບ​ມັນ​ໃຫ້​ໄດ້​ຜົນ ແຕ່​ກໍ​ທົນ​ລະງັບ​ມັນ​ຕໍ່ໄປ​ບໍ່ໄດ້.


ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ສູ່​ຂ້າພະເຈົ້າ​ເຕັມ​ກຳລັງ ແລະ​ຂະນະທີ່​ພຣະວິນຍານ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ​ນັ້ນ ຂ້າພະເຈົ້າ​ກໍ​ຮູ້ສຶກ​ວ່າ​ຂົມຂື່ນ ແລະ​ຄຽດແຄ້ນ​ຫລາຍ.


ດ້ວຍວ່າ, ເປັນ​ໄປ​ບໍ່ໄດ້​ທີ່​ຈະ​ໃຫ້​ພວກ​ຂ້າພະເຈົ້າ​ປິດບັງ ບໍ່​ໃຫ້​ເວົ້າ​ສິ່ງ​ທີ່​ໄດ້​ເຫັນ​ແລະ​ໄດ້ຍິນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka