Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 8:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ເອົາ​ປ້າຍ​ໃຫຍ່​ແຜ່ນ​ໜຶ່ງ​ມາ ແລະ​ຂຽນ​ໜັງສື​ໂຕ​ໃຫຍ່ໆ​ໃສ່​ໃນ​ນັ້ນ ວ່າ: ‘ລົງ​ມື​ປຸ້ນ​ທັນທີ ໄດ້​ຂອງ​ປຸ້ນ​ມາ​ໄວ.’

Uka jalj uñjjattʼäta Copia luraña




ເອຊາຢາ 8:1
11 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ຂຽນ​ລົງ​ໃສ່​ໜັງສື​ມ້ວນ​ໜຶ່ງ​ວ່າ ປະຊາຊົນ​ເປັນ​ຄົນ​ຢ່າງໃດ​ເພື່ອ​ຈະ​ໄດ້​ບັນທຶກ​ໄວ້​ເປັນ​ການ​ຖາວອນ​ວ່າ ພວກເຂົາ​ຊົ່ວຊ້າ​ສໍ່າໃດ.


ພວກ​ສາວົກ​ຂອງເຮົາ​ເອີຍ ພວກເຈົ້າ​ຕ້ອງ​ເຝົ້າ​ລະວັງ​ແລະ​ຮັກສາ​ຖ້ອຍຄຳ ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ.


ຕໍ່ມາ ເມຍ​ຂອງ​ຂ້າພະເຈົ້າ​ກໍໄດ້​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ‘ລົງ​ມື​ປຸ້ນ​ທັນທີ ໄດ້​ຂອງ​ປຸ້ນ​ມາ​ໄວ.’


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວວ່າ, “ຈົ່ງ​ຂຽນ​ຖ້ອຍຄຳ​ທັງໝົດ ທີ່​ເຮົາ​ໄດ້​ບອກ​ແກ່​ເຈົ້າ​ນັ້ນ​ໄວ້​ໃນ​ໜັງສື​ເຫຼັ້ມໜຶ່ງ.


“ຈົ່ງ​ເອົາ​ເຈ້ຍ​ມ້ວນ​ໜຶ່ງ​ມາ​ຂຽນ​ຖ້ອຍຄຳ​ທັງໝົດ​ທີ່​ເຮົາ​ໄດ້​ບອກ​ເຈົ້າ ເຖິງ​ອິດສະຣາເອນ ແລະ​ຢູດາ​ລວມ​ທັງ​ຊົນຊາດ​ທັງໝົດ. ຈົ່ງ​ຂຽນ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ເຈົ້າ ຕັ້ງແຕ່​ຄາວ​ທີ່​ເຮົາ​ໄດ້​ກ່າວ​ແກ່​ເຈົ້າ​ເທື່ອ​ທຳອິດ ເມື່ອ​ເຈົ້າ​ໂຢສີຢາ​ເປັນ​ກະສັດ​ຈົນເຖິງ​ທຸກ​ວັນນີ້.


“ໃຫ້​ເອົາ​ເຈ້ຍ​ມ້ວນ​ອື່ນ​ມາ​ຂຽນ​ຖ້ອຍຄຳ ທີ່​ມີ​ຢູ່​ໃນ​ໜັງສື​ມ້ວນ​ສະບັບ​ທຳອິດ​ທີ່​ເຢໂຮຍອາກິມ​ກະສັດ​ແຫ່ງ​ຢູດາຍ​ໄດ້ຈູດ​ນັ້ນ​ໃສ່.


ແລ້ວ​ຂ້າພະເຈົ້າ​ກໍ​ເອົາ​ເຈ້ຍ​ມ້ວນ​ໜຶ່ງ​ອີກ​ມອບ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ ເລຂາທິການ​ຂອງ​ຂ້າພະເຈົ້າ ຂຽນ​ທຸກ​ຖ້ອຍຄຳ​ຕາມ​ຄຳ​ບອກ​ຂອງ​ຂ້າພະເຈົ້າ. ລາວ​ໄດ້​ຂຽນ​ຖ້ອຍຄຳ​ທັງໝົດ​ທີ່​ມີ​ຢູ່​ໃນ​ໜັງສື​ມ້ວນ​ສະບັບ​ທຳອິດ ແລະ​ຍັງ​ຕື່ມ​ຂໍ້ຄວາມ​ອີກ​ຫລາຍ​ຢ່າງ ທີ່​ຄືກັນ​ກັບ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ລາວ​ຂຽນ.


ໃນ​ເລື່ອງ​ນີ້ ຕ້ອງ​ໃຊ້​ສະຕິປັນຍາ​ຄວາມຮູ້ ຖ້າ​ຜູ້ໃດ​ມີ​ຄວາມ​ເຂົ້າໃຈ ກໍ​ໃຫ້​ຄິດ​ເລກ​ຂອງ​ສັດຮ້າຍ​ນັ້ນ ເພາະ​ເປັນ​ເລກ​ຂອງ​ບຸກຄົນ​ຜູ້ໜຶ່ງ ເລກ​ຂອງ​ມັນ​ຄື ຫົກຮ້ອຍ​ຫົກສິບ​ຫົກ.


ເພິ່ນ​ຍັງ​ໄດ້​ແທກ​ກຳແພງ​ນະຄອນ​ນັ້ນ ໄດ້​ຫົກສິບ​ແມັດ ຕາມ​ເຄື່ອງ​ແທກ​ທີ່​ເທວະດາ​ໃຊ້ ຊຶ່ງ​ເປັນ​ເໝືອນ​ເຄື່ອງ​ແທກ​ທີ່​ມະນຸດ​ເຄີຍ​ໃຊ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka