7 ແຕ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າປະກາດວ່າ, ‘ເລື່ອງນີ້ຈະບໍ່ເກີດຂຶ້ນເລີຍ.
ແຕ່ແຜນການຂອງພຣະເຈົ້າຢາເວໝັ້ນຄົງສະເໝີມາ ຄວາມປະສົງຂອງພຣະອົງກໍດຳລົງໄປຕະຫລອດ.
ຄວາມໂກດຮ້າຍຂອງມະນຸດກໍເປັນພຽງແຕ່ ການຍ້ອງຍໍສັນລະເສີນພຣະອົງເທົ່ານັ້ນ. ຜູ້ທີ່ລອດຊີວິດຈາກການເສິກຈະສະຫລອງ ໄຊຊະນະຂອງພຣະເຈົ້າຢາເວ.
ຄວາມເຂົ້າໃຈຄວາມຫລັກແຫລມແຖມປັນຍາ ກໍບໍ່ມີຄຸນຄ່າ ຖ້າພຣະເຈົ້າຢາເວຕໍ່ສູ້ເຂົາ.
ຂໍ້ສັນຍາທີ່ພວກເຈົ້າໄດ້ເຮັດກັບຄວາມຕາຍຈະຖືກທຳລາຍ ແລະຂໍ້ຕົກລົງທີ່ພວກເຈົ້າໄດ້ເຮັດກັບແດນມໍຣະນາກໍຈະຖືກຍົກເລີກ. ເມື່ອຄວາມຈິບຫາຍມາເຖິງ ມັນຈະຢຽບຢໍ່າພວກເຈົ້າລົງ.
ເຮົາໄດ້ຮັບລາຍງານເຖິງຄວາມໂກດແຄ້ນ ແລະຄວາມຈອງຫອງຂອງເຈົ້າ; ບັດນີ້ ເຮົາຈະເອົາເບັດເກາະດັງເຈົ້າ, ຈະເອົາບັງຫຽນໃສ່ປາກເຈົ້າ ແລະພາກັບຄືນໄປທາງເກົ່າທີ່ເຈົ້າມາ.”
ເມື່ອກະສັດອາຮາດ ລູກຊາຍຂອງໂຢທາມແລະຫລານຊາຍຂອງອຸດຊີຢາ ໄດ້ຂຶ້ນປົກຄອງຢູດາຍນັ້ນ ສົງຄາມໄດ້ລະເບີດຂຶ້ນ. ກະສັດເຣຊິນແຫ່ງຊີເຣຍ ແລະກະສັດເປກາລູກຊາຍຂອງເຣມາລີຢາແຫ່ງອິດສະຣາເອນ ໄດ້ບຸກໂຈມຕີນະຄອນເຢຣູຊາເລັມ; ແຕ່ພວກເຂົາຢຶດເອົານະຄອນເຢຣູຊາເລັມບໍ່ໄດ້.
ພວກເຂົາຕັ້ງໃຈທີ່ຈະຮຸກຮານຢູດາຍເຮັດໃຫ້ປະຊາຊົນຢ້ານກົວ ເພື່ອໃຫ້ເຂົ້າຮ່ວມກັບພວກຕົນ ແລ້ວກໍຈະຕັ້ງລູກຊາຍຂອງຕາເບເອນ ໃຫ້ຂຶ້ນເປັນກະສັດເພື່ອປົກຄອງດິນແດນ.
ວາງແຜນຂອງເຈົ້າໄວ້ສາ, ແຕ່ແຜນການນັ້ນຈະບໍ່ສຳເລັດຈັກເທື່ອ. ປຶກສາກັນຫລາຍໆ, ແຕ່ການປຶກສານັ້ນຈະບໍ່ມີປະໂຫຍດຫຍັງໝົດ ເພາະພຣະເຈົ້າສະຖິດຢູ່ກັບພວກເຮົາ.
ບໍ່ມີຜູ້ໃດເຮັດສິ່ງໜຶ່ງສິ່ງໃດໄດ້ເລີຍ ຖ້າອົງພຣະຜູ້ເປັນເຈົ້າເອງບໍ່ປະສົງໃຫ້ເຮັດ.
ພຣະອົງຖືວ່າຄົນໃນໂລກນີ້ບໍ່ມີຫຍັງໝົດ ຕ່າງກໍບໍ່ມີຄຸນຄ່າບໍ່ມີຫຍັງທັງນັ້ນ; ມະນຸດໃນໂລກ ແລະເທວະດາເທິງສະຫວັນ ກໍຢູ່ໃຕ້ການປົກຄອງຂອງພຣະອົງທັງນັ້ນ. ບໍ່ມີຜູ້ໃດສາມາດຂັດຂວາງພຣະປະສົງ ຫລືສອບຖາມເຖິງສິ່ງທີ່ພຣະອົງຊົງກະທຳ.