ເອຊາຢາ 7:3 - ພຣະຄຳພີສັກສິ3 ພຣະເຈົ້າຢາເວໄດ້ກ່າວແກ່ເອຊາຢາວ່າ, “ຈົ່ງນຳເສອາ-ຢາຊຸບ ລູກຊາຍຂອງເຈົ້າໄປພົບກະສັດອາຮາດ. ເຈົ້າຈະພົບລາວຕາມທາງໄປບ່ອນເຮັດແຜ່ນຜ້າ ຄືບ່ອນທີ່ນໍ້າໄຫລຈາກອ່າງມາສຸດທີ່ຮ່ອງ. Uka jalj uñjjattʼäta |
ກະສັດແຫ່ງອັດຊີເຣຍໄດ້ສົ່ງກອງທັບໃຫຍ່ແຕ່ເມືອງລາກິດໄປໂຈມຕີກະສັດເຮເຊກີຢາທີ່ນະຄອນເຢຣູຊາເລັມ; ກອງທັບນີ້ບັນຊາການໂດຍນາຍທະຫານສາມຄົນ ມີດັ່ງນີ້: ຜູ້ບັນຊາການສູງສຸດ, ຜູ້ບັນຊາການກອງທັບ ແລະຮອງຜູ້ບັນຊາການສູງສຸດທີ່ເປັນຜູ້ບັນຊາການແນວຮົບ. ເມື່ອມາຮອດນະຄອນເຢຣູຊາເລັມແລ້ວ ພວກເຂົາກໍເຂົ້າຢຶດເອົາຖະໜົນຊ່າງຕໍ່າຜ້າ ໂດຍຜ່ານໄປທາງທໍ່ນໍ້າທີ່ໄຫລມາແຕ່ສະນໍ້າເບື້ອງເໜືອ.