25 ເນີນພູທຸກໜ່ວຍທີ່ເຄີຍປູກຢູ່ກະທຳກິນຈະມີແຕ່ໜາມ ຈົນບໍ່ມີຜູ້ໃດກ້າຂຶ້ນໄປທີ່ນັ້ນ. ຕາມເນີນພູເຫຼົ່ານັ້ນຈະເປັນບ່ອນທີ່ງົວ ແລະແກະເລາະກິນຫຍ້າ.”
ເມືອງຕ່າງໆຂອງຊີເຣຍຈະເປົ່າຮ້າງຫວ່າງຄົນຕະຫລອດໄປ. ເມືອງເຫຼົ່ານັ້ນຈະເປັນທົ່ງຫຍ້າ ໃຫ້ຝູງແກະແລະຝູງງົວ ແລະຈະບໍ່ມີຜູ້ໃດໄລ່ພວກມັນໜີໄປ.
ໃນເມືອງທີ່ຮົກຮ້າງເພພັງນັ້ນ ແກະນ້ອຍຈະມີຫຍ້າກິນ ແລະແບ້ນ້ອຍກໍຈະພົບທົ່ງຫຍ້າ.
ພວກເຂົາຈະມາຢູ່ເຕັມຮ່ອມພູ, ໃນຖໍ້າແລະຕາມໂງ່ນຫີນ, ທັງຈະປົກຄຸມຢູ່ຕາມພຸ່ມໄມ້ແລະທົ່ງຫຍ້າດ້ວຍ.
ຜູ້ທີ່ມີໜ້າທະນູເປັນອາວຸດເທົ່ານັ້ນຈະກ້າເຂົ້າໄປໃນທີ່ນັ້ນ. ແມ່ນແລ້ວ ທົ່ວທັງປະເທດຈະເຕັມໄປດ້ວຍພຸ່ມໄມ້ແລະກົກໜາມ.
ປະຊາຊົນອິດສະຣາເອນນັ້ນດື້ດຶງດັ່ງລໍ. ພຣະເຈົ້າຢາເວຈະລ້ຽງພວກເຂົາດັ່ງແກະທີ່ຢູ່ໃນທົ່ງຫຍ້າໄດ້ຢ່າງໃດ?
ດິນແດນຂອງພວກເຈົ້າຕາມຊາຍທະເລຈະກາຍເປັນທົ່ງເປີດແປນ ທີ່ມີທັງຕູບຂອງພວກລ້ຽງແກະແລະຄອກແກະໃນທີ່ນັ້ນ.