Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 7:24 - ພຣະຄຳພີສັກສິ

24 ຜູ້​ທີ່​ມີ​ໜ້າທະນູ​ເປັນ​ອາວຸດ​ເທົ່ານັ້ນ​ຈະ​ກ້າ​ເຂົ້າ​ໄປ​ໃນ​ທີ່ນັ້ນ. ແມ່ນແລ້ວ ທົ່ວ​ທັງ​ປະເທດ​ຈະ​ເຕັມ​ໄປ​ດ້ວຍ​ພຸ່ມໄມ້​ແລະ​ກົກ​ໜາມ.

Uka jalj uñjjattʼäta Copia luraña




ເອຊາຢາ 7:24
7 Jak'a apnaqawi uñst'ayäwi  

ບັດນີ້ ຈົ່ງ​ເອົາ​ໜ້າທະນູ​ກັບ​ລູກສອນ ແລະ​ອອກ​ໄປ​ລ່າສັດ​ໃນ​ປ່າ​ມາ​ໃຫ້​ພໍ່.


ແຜ່ນດິນ​ຈະ​ເກີດ​ຫຍ້າ ແລະ​ມີ​ໜາມ​ເຕັມ​ທົ່ວ​ໄປ; ແລະ​ຕົວ​ເຈົ້າ​ຈະ​ໄດ້​ກິນ​ພືດ​ໃນ​ປ່າ​ເປັນ​ອາຫານ.


ຕົ້ນ​ສົນ​ຈະ​ງອກ​ໃຫຍ່ຂຶ້ນ​ແທນ​ຕົ້ນໜາມ ກົກໄມ້​ຫອມ​ຈະ​ເກີດຂຶ້ນ​ແທນ​ກໍ​ໜາມ. ການນີ້​ຈະ​ເປັນ​ໝາຍສຳຄັນ​ທີ່​ຈະ​ດຳລົງ​ຢູ່​ສືບໄປ ຄື​ເຕືອນ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້ຊົງ​ກະທຳ.”


ພວກເຂົາ​ຈະ​ມາ​ຢູ່​ເຕັມ​ຮ່ອມພູ, ໃນ​ຖໍ້າ​ແລະ​ຕາມ​ໂງ່ນຫີນ, ທັງ​ຈະ​ປົກຄຸມ​ຢູ່​ຕາມ​ພຸ່ມໄມ້​ແລະ​ທົ່ງຫຍ້າ​ດ້ວຍ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ສວນ​ທີ່​ມີ​ເຄືອ​ອະງຸ່ນ​ດີ​ພັນ​ຕົ້ນ​ແລະ​ມີ​ລາຄາ​ພັນ​ຫລຽນ ກໍ​ຈະ​ເຕັມ​ໄປ​ດ້ວຍ​ກົກ​ໜາມ​ແລະ​ພຸ່ມໄມ້.


ເນີນພູ​ທຸກໜ່ວຍ​ທີ່​ເຄີຍ​ປູກຢູ່​ກະທຳ​ກິນ​ຈະ​ມີ​ແຕ່​ໜາມ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ຂຶ້ນ​ໄປ​ທີ່ນັ້ນ. ຕາມ​ເນີນພູ​ເຫຼົ່ານັ້ນ​ຈະ​ເປັນ​ບ່ອນ​ທີ່​ງົວ ແລະ​ແກະ​ເລາະ​ກິນ​ຫຍ້າ.”


ບັດນີ້ ເມືອງ​ຕ່າງໆ​ທີ່​ເຕັມ​ໄປ​ດ້ວຍ​ປະຊາຊົນ​ຈະ​ຖືກ​ທຳລາຍ​ຖິ້ມ ແລະ​ປະເທດ​ກໍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka