23 ເມື່ອເວລານັ້ນມາເຖິງ ສວນທີ່ມີເຄືອອະງຸ່ນດີພັນຕົ້ນແລະມີລາຄາພັນຫລຽນ ກໍຈະເຕັມໄປດ້ວຍກົກໜາມແລະພຸ່ມໄມ້.
ແຜ່ນດິນຈະເກີດຫຍ້າ ແລະມີໜາມເຕັມທົ່ວໄປ; ແລະຕົວເຈົ້າຈະໄດ້ກິນພືດໃນປ່າເປັນອາຫານ.
ດຽວນີ້ ພວກເຈົ້າຄົງອີ່ມໜຳສຳລານໃຈແລ້ວນໍ ແຕ່ປີໜ້າໃນເວລາດຽວກັນນີ້ ພວກເຈົ້າຈະສິ້ນຫວັງເພາະຈະບໍ່ມີໝາກອະງຸ່ນໃຫ້ພວກເຈົ້າເກັບ.
ເບ້ຍອະງຸ່ນທີ່ປູກຢູ່ໃນທີ່ດິນສິບສອງໄຮ່ຈະກັ່ນເຫຼົ້າອະງຸ່ນໄດ້ ພຽງແປດລິດເທົ່ານັ້ນ. ຫວ່ານແນວປູກໄປແປດສິບລິດ ຈະເກັບກ່ຽວພືດຜົນເປັນເມັດໄດ້ພຽງແຕ່ແປດລິດເທົ່ານັ້ນ.”
ຂ້ອຍຈະປ່ອຍໃຫ້ຫຍ້າເກີດຂຶ້ນເຕັມໄປທົ່ວ. ຂ້ອຍຈະບໍ່ຕັດແໜງຫລືພວນດິນ; ແຕ່ຈະປ່ອຍໃຫ້ເຄືອແລະກົກໜາມປົ່ງຂຶ້ນຫຸ້ມຫໍ່. ຂ້ອຍຈະບໍ່ໃຫ້ແມ່ນແຕ່ຝົນຕົກລົງມາຮຳສວນນັ້ນເລີຍ.”
ຜູ້ທີ່ມີໜ້າທະນູເປັນອາວຸດເທົ່ານັ້ນຈະກ້າເຂົ້າໄປໃນທີ່ນັ້ນ. ແມ່ນແລ້ວ ທົ່ວທັງປະເທດຈະເຕັມໄປດ້ວຍພຸ່ມໄມ້ແລະກົກໜາມ.
ດິນແດນທີ່ແຕ່ກ່ອນເປັນດິນທີ່ອຸດົມສົມບູນ ກໍກາຍເປັນຖິ່ນແຫ້ງແລ້ງກັນດານໄປສິ້ນ; ເມືອງທັງຫລາຍກໍຖືກປະໃຫ້ຮົກຮ້າງເພພັງ ເພາະພຣະເຈົ້າຢາເວໂກດຮ້າຍຮຸນແຮງແທ້ໆ. (
ບັດນີ້ ເມືອງຕ່າງໆທີ່ເຕັມໄປດ້ວຍປະຊາຊົນຈະຖືກທຳລາຍຖິ້ມ ແລະປະເທດກໍຈະກາຍເປັນຖິ່ນແຫ້ງແລ້ງກັນດານ. ແລ້ວພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”’
ເຮົາຈະທຳລາຍເຄືອອະງຸ່ນແລະກົກໝາກເດື່ອເທດຂອງນາງ ຊຶ່ງນາງເວົ້າວ່າ, ແມ່ນຄົນຮັກທີ່ເອົາໃຫ້ນາງ ເພາະນາງຮັບໃຊ້ບໍລິການພວກເຂົາ. ເຮົາຈະເຮັດໃຫ້ສວນໝາກອະງຸ່ນ ແລະສວນໝາກໄມ້ທັງຫລາຍຂອງນາງ ເປັນຖິ່ນແຫ້ງແລ້ງກັນດານ; ຝູງສັດປ່າຈະທຳລາຍສິ່ງເຫຼົ່ານັ້ນຖິ້ມ.
ເມື່ອໄພພິບັດມາເຖິງ ແລະປະຊາຊົນຖືກກະຈັດກະຈາຍໄປ ຊາວເອຢິບຈະທ້ອນໂຮມເອົາພວກເຂົາ ຄືໂຮມເອົາໄປຝັງໄວ້ຢູ່ໃນເມືອງມຳຟິດ ຊັບສົມບັດທີ່ເປັນເຄື່ອງເງິນ ແລະບ່ອນທີ່ຕັ້ງບ້ານເຮືອນຂອງພວກເຂົາ ກໍຈະມີຫຍ້າແລະພຸ່ມໜາມເກີດຂຶ້ນ.
“ຈົ່ງຟັງຄຳອຸປະມາເລື່ອງໜຶ່ງອີກ ມີຄົນໜຶ່ງທີ່ເຮັດສວນອະງຸ່ນ ເພິ່ນເຮັດຮົ້ວລ້ອມສວນໄວ້ ແລະສະກັດອ່າງເພື່ອໃຊ້ຢຽບໝາກອະງຸ່ນ ແລະທັງໄດ້ສ້າງຫໍຄອຍເພື່ອເຝົ້າຍາມໄວ້. ເພິ່ນໄດ້ເອົາສວນອະງຸ່ນໃຫ້ຄົນເຊົ່າ ແລ້ວເພິ່ນກໍອອກໄປຈາກທີ່ນັ້ນ.
ແຕ່ພື້ນດິນທີ່ເກີດສ້ຽນໜາມ ກໍນັບວ່າບໍ່ມີຄ່າ ແລະເກືອບຈະຖືກຊົງປ້ອຍດ່າແລ້ວ ໃນທີ່ສຸດກໍຈະຖືກເຜົາໄຟເສຍ.