22 ກໍຈະໃຫ້ມີນໍ້ານົມກິນພຽງພໍກັບຄວາມຕ້ອງການ. ແມ່ນແລ້ວ ຄົນທີ່ລອດຊີວິດເຫຼືອຢູ່ພຽງເລັກນ້ອຍໃນປະເທດ ຈະໄດ້ກິນນໍ້ານົມແລະນໍ້າເຜິ້ງເປັນອາຫານ.
ແລ້ວເພິ່ນກໍເອົາເນີຍ, ນໍ້ານົມສົດ ແລະຊີ້ນທີ່ຈັດແຈ່ງແລ້ວນັ້ນ ມາວາງໄວ້ຕໍ່ໜ້າຊາຍທັງສາມ. ເມື່ອຊາຍທັງສາມຮັບກິນຢູ່ໃຕ້ຕົ້ນໄມ້ນັ້ນ ອັບຣາຮາມກໍຢືນຮັບໃຊ້ດ້ວຍຕົນເອງ.
ອົງພຣະຜູ້ເປັນເຈົ້າຈະເປັນຜູ້ລ້ຽງປະຊາຊົນຂອງພຣະອົງຜູ້ຍາກຈົນ ແລະຈະໃຫ້ພວກເຂົາມີຊີວິດຢູ່ຢ່າງປອດໄພ, ແຕ່ພຣະອົງຈະສົ່ງຄວາມອຶດຢາກອັນຮ້າຍແຮງມາສູ່ຊາວຟີລິດສະຕິນ ແລະສິ່ງນັ້ນຈະບໍ່ປ່ອຍໃຫ້ຜູ້ໃດລອດຊີວິດເຫຼືອຢູ່ເລີຍ.
ເມືອງຕ່າງໆຂອງຊີເຣຍຈະເປົ່າຮ້າງຫວ່າງຄົນຕະຫລອດໄປ. ເມືອງເຫຼົ່ານັ້ນຈະເປັນທົ່ງຫຍ້າ ໃຫ້ຝູງແກະແລະຝູງງົວ ແລະຈະບໍ່ມີຜູ້ໃດໄລ່ພວກມັນໜີໄປ.
ເມື່ອເພິ່ນໃຫຍ່ພໍຮູ້ຜິດຮູ້ຖືກແລ້ວ ປະຊາຊົນຈະກິນນໍ້ານົມກັບນໍ້າເຜິ້ງເປັນອາຫານ.
ຫລາຍຄົນຈະຕຳສະດຸດ; ພວກເຂົາຈະລົ້ມລົງແລະຈະຖືກຢຽບຢໍ່າ. ພວກເຂົາຈະຖືກບ້ວງແຮ້ວແລະຈະໜີໄປບໍ່ພົ້ນ.”
ເຄື່ອງນຸ່ງຂອງໂຢຮັນແມ່ນເຮັດດ້ວຍຂົນອູດ ແລະ ເພິ່ນໃຊ້ສາຍໜັງຮັດແອວ ສ່ວນອາຫານຂອງເພິ່ນແມ່ນຕັກແຕນແລະນໍ້າເຜິ້ງປ່າ