21 ເມື່ອເວລານັ້ນມາເຖິງ ແມ່ນແຕ່ພໍ່ນາທີ່ມີງົວນ້ອຍພຽງໂຕດຽວແລະມີແບ້ພຽງສອງໂຕ
ອົງພຣະຜູ້ເປັນເຈົ້າຈະເປັນຜູ້ລ້ຽງປະຊາຊົນຂອງພຣະອົງຜູ້ຍາກຈົນ ແລະຈະໃຫ້ພວກເຂົາມີຊີວິດຢູ່ຢ່າງປອດໄພ, ແຕ່ພຣະອົງຈະສົ່ງຄວາມອຶດຢາກອັນຮ້າຍແຮງມາສູ່ຊາວຟີລິດສະຕິນ ແລະສິ່ງນັ້ນຈະບໍ່ປ່ອຍໃຫ້ຜູ້ໃດລອດຊີວິດເຫຼືອຢູ່ເລີຍ.
ເມືອງຕ່າງໆຂອງຊີເຣຍຈະເປົ່າຮ້າງຫວ່າງຄົນຕະຫລອດໄປ. ເມືອງເຫຼົ່ານັ້ນຈະເປັນທົ່ງຫຍ້າ ໃຫ້ຝູງແກະແລະຝູງງົວ ແລະຈະບໍ່ມີຜູ້ໃດໄລ່ພວກມັນໜີໄປ.
ເມືອງທີ່ມີປ້ອມປ້ອງກັນກໍຮົກຮ້າງເພພັງ ຂາດຄົນຢູ່ອາໄສດັ່ງຖິ່ນແຫ້ງແລ້ງກັນດານອັນເປົ່າແປນ. ມັນກາຍເປັນທົ່ງທີ່ສັດພັກຜ່ອນແລະເລາະກິນຫຍ້າ.
ຖິ່ນແຫ້ງແລ້ງກັນດານນັ້ນຈະຊົມຊື່ນຍິນດີ ດອກໄມ້ຈະເບັ່ງບານໃນດິນທີ່ແຫ້ງແລ້ງ.
ແລ້ວເອຊາຢາກໍໄດ້ກ່າວແກ່ກະສັດເຮເຊກີຢາວ່າ, “ນີ້ແມ່ນໝາຍສຳຄັນຂອງເຫດການທີ່ຈະເກີດຂຶ້ນ. ໃນປີນີ້ກັບປີໜ້າ ທ່ານຈະໄດ້ກິນແຕ່ເມັດພືດໃນປ່າເທົ່ານັ້ນ, ແຕ່ໃນປີຕໍ່ໄປ ທ່ານສາມາດປູກຝັງທັງເກັບກ່ຽວ ແລະປູກໝາກອະງຸ່ນກິນໄດ້.
ໃນເມືອງທີ່ຮົກຮ້າງເພພັງນັ້ນ ແກະນ້ອຍຈະມີຫຍ້າກິນ ແລະແບ້ນ້ອຍກໍຈະພົບທົ່ງຫຍ້າ.
ເນີນພູທຸກໜ່ວຍທີ່ເຄີຍປູກຢູ່ກະທຳກິນຈະມີແຕ່ໜາມ ຈົນບໍ່ມີຜູ້ໃດກ້າຂຶ້ນໄປທີ່ນັ້ນ. ຕາມເນີນພູເຫຼົ່ານັ້ນຈະເປັນບ່ອນທີ່ງົວ ແລະແກະເລາະກິນຫຍ້າ.”
ລາວປະໄວ້ແຕ່ຄົນຍາກຈົນຈຳນວນບໍ່ເທົ່າໃດຄົນ ຄືຜູ້ທີ່ບໍ່ມີຊັບສົມບັດຫຍັງໃນອານາຈັກ ແລະລາວໄດ້ມອບສວນອະງຸ່ນ ແລະໄຮ່ນາໃຫ້ພວກເຂົາເຮັດ.