20 ເມື່ອເວລານັ້ນມາເຖິງ ອົງພຣະຜູ້ເປັນເຈົ້າຈະຈ້າງເອົາຊ່າງຕັດຜົມມາຈາກແມ່ນໍ້າເອີຟຣັດຟາກໜຶ່ງ ຄືຈັກກະພັດອັດຊີເຣຍ ເພິ່ນຈະແຖຜົມທີ່ເທິງຫົວ ແຖໜວດທັງແຖຂົນຕາມຕົນຕົວຂອງເຈົ້າຖິ້ມ.
ເປັນຫຍັງພວກເຈົ້າຈຶ່ງສືບຕໍ່ກະບົດ? ພວກເຈົ້າຢາກຈະໃຫ້ເຮົາລົງໂທດໜັກຂຶ້ນຊັ້ນບໍ? ຊາດອິດສະຣາເອນເອີຍ ຫົວເຈົ້າມີແຕ່ບາດແຜ ແລະແນວຄິດຈິດໃຈຂອງເຈົ້າກໍເສື່ອມເສຍ.
ແຕ່ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຂວານສາມາດອ້າງວ່າ ມັນຍິ່ງໃຫຍ່ກວ່າຜູ້ຈັບຂວານໄດ້ຫລື? ເລື່ອຍສຳຄັນກວ່າຄົນທີ່ໃຊ້ເລື່ອຍຫລື? ໄມ້ຄ້ອນບໍ່ໄດ້ຍົກຄົນຂຶ້ນ ແຕ່ຄົນໄດ້ຍົກໄມ້ຄ້ອນຂຶ້ນ.”
ພຣະເຈົ້າຢາເວຈະເຮັດໃຫ້ນໍ້າໃນອ່າວຊູແອດແຫ້ງ ແລະພຣະອົງຈະບັນດານໃຫ້ລົມຮ້ອນມາພັດແມ່ນໍ້າເອີຟຣັດໃຫ້ແຫ້ງ ໂດຍປະເຈັດຫ້ວຍນ້ອຍເທົ່ານັ້ນໃຫ້ມີນໍ້າ ເພື່ອວ່າຜູ້ໃດໆກໍຈະສາມາດຂ້າມໄປໄດ້.
ໃນຣາຊການປີທີສິບສີ່ຂອງເຈົ້າເຮເຊກີຢາ ກະສັດແຫ່ງຢູດາຍ; ເຊັນນາເກຣິບກະສັດແຫ່ງອັດຊີເຣຍໄດ້ບຸກໂຈມຕີບັນດາເມືອງ ທີ່ມີປ້ອມປ້ອງກັນຂອງຢູດາຍແລະຢຶດເມືອງເຫຼົ່ານັ້ນໄດ້.
ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຈະໃຫ້ກະສັດອັດຊີເຣຍພ້ອມກອງທັບທັງໝົດຂອງລາວ ມາໂຈມຕີຢູດາຍ. ກອງທັບນີ້ຈະບຸກໜ້າໄປດັ່ງແມ່ນໍ້າເອີຟຣັດໄຫລນອງລົ້ນຕາຝັ່ງ.
ເຖິງແມ່ນວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ລົງໂທດອິດສະຣາເອນແລ້ວກໍຕາມ; ແຕ່ພວກເຂົາກໍຍັງບໍ່ໄດ້ປ່ຽນໃຈກັບຄືນມາຫາພຣະອົງ.
ເຈົ້າຫວັງຈະໄດ້ຫຍັງແດ່ທີ່ເຈົ້າໄປຫາເອຢິບ ຫວັງຈະໄດ້ດື່ມນໍ້າໃນແມ່ນໍ້ານິນຫລືນີ້? ເຈົ້າຫວັງຈະໄດ້ຫຍັງທີ່ໄປຫາອັດຊີເຣຍ ຫວັງຈະໄດ້ດື່ມນໍ້າໃນແມ່ນໍ້າເອີຟຣັດຫລືນີ້?
“ມະນຸດເອີຍ ເຈົ້າເນບູກາດເນັດຊາແຫ່ງບາບີໂລນ ບຸກໂຈມຕີເມືອງຕີເຣແລ້ວ. ລາວໄດ້ເຮັດໃຫ້ທະຫານຂອງຕົນແບກຫາບພາລະໜັກ ຈົນຫົວເຂົາລ້ານແລະບ່າເຂົາດ້ານ; ແຕ່ກະສັດຕະຫລອດທັງກອງທັບຂອງຕົນບໍ່ໄດ້ຫຍັງເລີຍ ຈາກຄວາມລຳບາກນາໆປະການຂອງເຂົາ.
ເຮົາກຳລັງມອບເອຢິບໃຫ້ເປັນຄ່າຈ້າງແຫ່ງການຮັບໃຊ້ຂອງລາວ ຍ້ອນກອງທັບຂອງລາວໄດ້ເຮັດວຽກເພື່ອເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວດັ່ງນີ້ແຫຼະ.