Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 7:2 - ພຣະຄຳພີສັກສິ

2 ເມື່ອ​ກະສັດ​ແຫ່ງ​ຢູດາຍ​ຮູ້​ຂ່າວ​ວ່າ ກອງທັບ​ແຫ່ງ​ຊີເຣຍ​ໄດ້​ຕັ້ງ​ຢູ່​ເຂດແດນ​ອິດສະຣາເອນ​ແລ້ວ ເພິ່ນ​ພ້ອມ​ທັງ​ປະຊາຊົນ​ກໍ​ເກີດ​ຢ້ານກົວ ຈົນ​ຕົວ​ສັ່ນເຊັນ​ດັ່ງ​ຕົ້ນໄມ້​ຖືກ​ລົມ​ພັດ​ແຮງ.

Uka jalj uñjjattʼäta Copia luraña




ເອຊາຢາ 7:2
28 Jak'a apnaqawi uñst'ayäwi  

ເຈົ້າ​ຈະ​ມີ​ເຊື້ອສາຍ​ຢູ່​ເລື້ອຍໆ ແລະ​ເຮົາ​ຈະ​ໃຫ້​ອານາຈັກ​ຂອງ​ເຈົ້າ​ຄົງ​ຢູ່​ຕະຫລອດໄປ. ເຊື້ອວົງ​ຂອງ​ເຈົ້າ​ຈະ​ດຳລົງ​ສືບໆໄປ​ໂດຍ​ບໍ່​ສິ້ນສຸດ​ຈັກເທື່ອ.”’


ເຮົາ​ຈະ​ຈົ່ງ​ເຜົ່າ​ໜຶ່ງ​ໄວ້​ໃຫ້​ລາວ ເພື່ອ​ເຫັນ​ແກ່​ດາວິດ​ຜູ້ຮັບໃຊ້​ຂອງເຮົາ ແລະ​ເພື່ອ​ເຫັນ​ແກ່​ນະຄອນ​ເຢຣູຊາເລັມ ນະຄອນ​ທີ່​ເຮົາ​ໄດ້​ເລືອກໄວ້​ເປັນ​ຂອງເຮົາ ຈາກ​ດິນແດນ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ.


ເມື່ອ​ປະຊາຊົນ​ທັງໝົດ​ໄດ້​ເຫັນ​ວ່າ​ກະສັດ​ບໍ່​ຟັງຄວາມ​ຂອງ​ພວກເຂົາ; ປະຊາຊົນ​ຈຶ່ງ​ທູນ​ຕອບ​ກະສັດ​ວ່າ, “ພວກ​ຂ້ານ້ອຍ​ມີ​ສ່ວນ​ອັນ​ໃດ​ກັບ​ດາວິດ? ພວກ​ຂ້ານ້ອຍ​ທັງຫຼາຍ​ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ກັບຄືນ​ໄປ​ເຕັນ​ຂອງຕົນ​ເທີ້ນ ດາວິດ​ເອີຍ ຈົ່ງ​ດູແລ​ຣາຊວົງ​ຂອງທ່ານ​ເອງ​ສາ​ເຖີດ.” ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ຈາກ​ໄປ​ສູ່​ເຕັນ​ຂອງ​ພວກເຂົາ.


ຜູ້ນັ້ນ​ໄດ້​ຮ້ອງ​ຕໍ່ສູ້​ແທ່ນບູຊາ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ກ່າວ​ວ່າ, “ໂອ ແທ່ນບູຊາ ແທ່ນບູຊາ​ເອີຍ! ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ມີ​ເດັກນ້ອຍ​ຄົນ​ໜຶ່ງ​ຈະ​ເກີດ​ມາ​ໃນ​ຄອບຄົວ​ຂອງ​ດາວິດ ທີ່​ຈະ​ຊື່​ວ່າ ໂຢສີຢາ. ລາວ​ຈະ​ປະຫານ​ບັນດາ​ປະໂຣຫິດ​ທີ່​ຮັບໃຊ້​ພະ​ຂອງ​ຄົນຕ່າງຊາດ​ເທິງ​ແທ່ນບູຊາ​ນີ້ ແລະ​ຜູ້​ທີ່​ຖວາຍ​ເຄື່ອງ​ບູຊາ​ເທິງ​ແທ່ນບູຊາ​ນີ້ ແລະ​ລາວ​ກໍ​ຈະ​ເຜົາ​ກະດູກ​ຄົນ​ໃສ່​ເທິງ​ເຈົ້າ.”’


ດັ່ງນັ້ນ ກະສັດ​ອາມາຊີຢາ​ຈຶ່ງ​ສົ່ງ​ທະຫານ​ທີ່​ຮັບຈ້າງ​ນັ້ນ​ກັບຄືນ​ເມືອ. ພວກເຂົາ​ກັບຄືນ​ເມືອ​ເຮືອນ​ໂດຍ​ທີ່​ຕ່າງຄົນ​ຕ່າງ​ກໍ​ຄຽດແຄ້ນ​ຢ່າງ​ຂົມຂື່ນ​ໃຫ້​ປະຊາຊົນ​ຊາວ​ຢູດາ.


ຜູ້ນຳ​ຂອງ​ອານາຈັກ​ເໜືອ​ສີ່​ຄົນ​ຄື: ອາຊາຣີຢາ​ລູກຊາຍ​ຂອງ​ໂຢຮານານ, ເບເຣກີຢາ​ລູກຊາຍ​ຂອງ​ເມຊິນເລໂມດ, ເຢຮີຊະກີຢາ​ລູກຊາຍ​ຂອງ​ຊານລູມ ແລະ​ອາມາສາ​ລູກຊາຍ​ຂອງ​ຮັດໄລ ໄດ້​ຄັດຄ້ານ​ການກະທຳ​ຂອງ​ຝ່າຍ​ກອງທັບ​ເໝືອນກັນ.


ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ເພື່ອ​ຄວາມ​ປອດໄພ ເຫດໃດ​ໜໍ​ຈຶ່ງ​ເວົ້າ​ໃຫ້​ຂ້ອຍ​ວ່າ, “ຈົ່ງ​ໜີໄປ​ລີ້​ທີ່​ພູເຂົາ​ເໝືອນ​ດັ່ງ​ນົກ


ຄົນຊົ່ວຮ້າຍ​ແລ່ນ​ໜີໄປ​ໂດຍ​ບໍ່ມີ​ໃຜ​ໄລ່​ຕາມ, ແຕ່​ຄົນ​ສັດຊື່​ກ້າຫານ​ດັ່ງ​ສິງ​ໂຕໜຶ່ງ.


ອານາຈັກ​ເອຟຣາອິມ​ຈະ​ບໍ່​ອິດສາ​ຢູດາຍ​ອີກ​ຕໍ່ໄປ ແລະ​ອານາຈັກ​ຢູດາຍ​ຈະ​ບໍ່​ເປັນ​ສັດຕູ​ຂອງ​ເອຟຣາອິມ​ດ້ວຍ.


ເຮົາ​ຈະ​ໃຫ້​ລາວ​ມີ​ອຳນາດ​ທັງໝົດ​ຮອງ​ຈາກ​ກະສັດ​ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ. ລາວ​ຈະ​ມີ​ໜ້າທີ່​ສຳຄັນ; ສິ່ງ​ທີ່​ລາວ​ໄຂ​ຈະ​ບໍ່ມີ​ຜູ້ໃດ​ອັດ​ໄດ້ ແລະ​ສິ່ງ​ທີ່​ລາວ​ອັດ​ໄວ້​ຈະ​ບໍ່ມີ​ຜູ້ໃດ​ໄຂ​ໄດ້.


ປະຊາຊົນ​ທີ່​ໄດ້​ອາໄສ​ຢູ່​ໃນ​ທີ່ນັ້ນ​ບໍ່ມີ​ກຳລັງ. ພວກເຂົາ​ຕົກໃຈ​ຈົນ​ສະຫລົບ ດັ່ງ​ຕົ້ນຫຍ້າ​ໃນ​ທົ່ງນາ ຫລື​ຫຍ້າຮົກ​ຊຶ່ງ​ເກີດ​ທີ່​ເທິງ​ຫລັງຄາ ເມື່ອ​ຖືກ​ລົມ​ຮ້ອນ​ທາງທິດ​ຕາເວັນອອກ​ພັດ​ມາ.


“ເຮົາ​ຈະ​ປ້ອງກັນ ແລະ​ຮັກສາ​ນະຄອນ​ນີ້​ໄວ້​ເພື່ອ​ເຫັນ​ແກ່​ກຽດ​ຂອງ​ເຮົາເອງ ແລະ​ຍ້ອນ​ຄຳສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ.”


ເຖິງ​ແມ່ນ​ວ່າ​ໜຶ່ງ​ໃນ​ສິບ​ຄົນ​ຈະ​ຍັງເຫລືອ​ຢູ່​ກໍຕາມ ເຂົາ​ກໍ​ຈະ​ຖືກ​ທຳລາຍ​ຄືກັນ ເຂົາ​ຈະ​ເປັນ​ດັ່ງ​ກົກ​ແປກ​ທີ່​ຖືກ​ຕັດ​ເຫຼືອ​ແຕ່​ຕໍ.” (ຕໍ​ນັ້ນ​ໝາຍເຖິງ​ການ​ເລີ່ມຕົ້ນໃໝ່​ຂອງ​ປະຊາຊົນ​ຂອງ​ພຣະເຈົ້າ.)


ດັ່ງນັ້ນ ເອຊາຢາ​ຈຶ່ງ​ກ່າວ​ວ່າ, “ເຊື້ອວົງ​ຂອງ​ກະສັດ​ດາວິດ​ເອີຍ ບັດນີ້​ຈົ່ງ​ຟັງ​ເທີ້ນ. ການ​ທີ່​ເຈົ້າ​ທຳລາຍ​ຄວາມ​ອົດທົນ​ຂອງ​ມະນຸດ​ນັ້ນ​ບໍ່​ພຽງພໍ​ບໍ? ບັດນີ້ ເຈົ້າ​ຍັງ​ຈະ​ຕ້ອງ​ທຳລາຍ​ຄວາມ​ອົດກັ້ນ​ຂອງ​ພຣະເຈົ້າ​ອີກ​ບໍ?


ພຣະເຈົ້າຢາເວ​ຈະ​ນຳ​ເອົາວັນ​ອັນ​ໂຫດຮ້າຍ​ມາ​ສູ່​ເຈົ້າ, ປະຊາຊົນ​ຂອງ​ເຈົ້າ ແລະ​ຄອບຄົວ​ທັງໝົດ​ຂອງ​ກະສັດ. ວັນ​ນັ້ນ ຈະ​ໂຫດຮ້າຍ​ກວ່າ​ວັນ​ໃດໆ​ທີ່​ເຄີຍ​ມີ​ມາ ຕັ້ງແຕ່​ວັນນັ້ນ​ທີ່​ເອຟຣາອິມ​ໄດ້​ແຍກ​ອອກ​ຈາກ​ຢູດາຍ ຄື​ພຣະອົງ​ກຳລັງ​ຈະ​ນຳ​ເອົາ​ກະສັດ​ອັດຊີເຣຍ​ມາ.


ປະເທດ​ຊີເຣຍ​ພ້ອມ​ກັບ​ອິດສະຣາເອນ​ແລະ​ກະສັດ​ຂອງ​ພວກເຂົາ ໄດ້​ວາງ​ແຜນການ​ລັບ​ໄວ້.


“ຢ່າ​ສູ່​ຮ່ວມ​ແຜນການ​ກະບົດ​ນຳ​ປະຊາຊົນ ແລະ​ຢ່າ​ສູ່​ຢ້ານ​ສິ່ງ​ທີ່​ພວກເຂົາ​ຢ້ານ.


ປະຊາຊົນ​ອິດສະຣາເອນ​ທັງໝົດ ຄື​ໝົດ​ທຸກຄົນ​ທີ່​ຢູ່​ໃນ​ນະຄອນ​ຊາມາເຣຍ ຈະ​ຮູ້ຈັກ​ວ່າ​ພຣະອົງ​ໄດ້​ເຮັດ​ສິ່ງ​ນີ້​ແລ້ວ. ບັດນີ້ ພວກເຂົາ​ພັດ​ອວດອົ່ງ​ຈອງຫອງ. ພວກເຂົາ​ເວົ້າ​ວ່າ,


ທຸກສິ່ງ​ທີ່​ປະຊາຊົນ​ເອຟຣາອິມ​ໄດ້​ປະພຶດ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ​ນັ້ນ ລ້ວນແຕ່​ບໍ່ມີ​ປະໂຫຍດ ແລະ​ສູນເສຍ​ໄປ​ທັງນັ້ນ. ການ​ຫັກຫລັງ​ແລະ​ການກະທຳ​ອັນ​ຮຸນແຮງ ມີ​ເພີ່ມຂຶ້ນ​ໃນ​ທ່າມກາງ​ພວກເຂົາ. ພວກເຂົາ​ເຮັດ​ຂໍ້​ຕົກລົງ​ກັບ​ອັດຊີເຣຍ ແລະ​ເຮັດ​ທຸລະກິດ​ກັບ​ປະເທດ​ເອຢິບ.


ເມື່ອ​ກະສັດ​ເຮໂຣດ​ໄດ້ຍິນ​ເຊັ່ນ​ນີ້​ແລ້ວ, ກໍ​ກັງວົນ​ໃຈ​ຫລາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ທຸກຄົນ​ກໍ​ເໝືອນກັນ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka