19 ພວກເຂົາຈະມາຢູ່ເຕັມຮ່ອມພູ, ໃນຖໍ້າແລະຕາມໂງ່ນຫີນ, ທັງຈະປົກຄຸມຢູ່ຕາມພຸ່ມໄມ້ແລະທົ່ງຫຍ້າດ້ວຍ.
ສະນັ້ນ ພຣະເຈົ້າຢາເວຈຶ່ງໄດ້ນຳຜູ້ບັນຊາການກອງທັບຂອງກະສັດແຫ່ງອັດຊີເຣຍ ມາຮຸກຮານຢູດາຍ. ພວກເຂົາໄດ້ຈັບມານາເຊ ເອົາເບັດເກາະຄໍເພິ່ນ ທັງລ່າມໂສ້ແລະນຳເພິ່ນໄປສູ່ນະຄອນບາບີໂລນ.
ປະຊາຊົນຈະລີ້ຢູ່ໃນຖໍ້າຢູ່ໃນໂງ່ນຫີນຕາມເນີນພູ ຫລືຂຸດຮູຢູ່ໃນດິນ ເພື່ອຊອກຫາທີ່ຈະປົບໜີຈາກຄວາມໂກດຮ້າຍຂອງພຣະເຈົ້າຢາເວ ແລະຫລົບລີ້ຈາກຣິດອຳນາດແລະສະຫງ່າຣາສີຂອງພຣະອົງ ເມື່ອພຣະອົງມາເຮັດໃຫ້ໂລກສັ່ນສະເທືອນ.
ເມື່ອພຣະເຈົ້າຢາເວມາເຮັດໃຫ້ໂລກສັ່ນສະເທືອນ ປະຊາຊົນຈະລີ້ຢູ່ໃນຖໍ້າ ຢູ່ໃນໂງ່ນຫີນຕາມເນີນພູ ຫລືຂຸດຮູຢູ່ໃນດິນ ເພື່ອຊອກຫາທີ່ຈະປົບໜີຈາກຄວາມໂກດຮ້າຍຂອງພຣະອົງ ແລະຫລົບລີ້ຈາກຣິດອຳນາດແລະສະຫງ່າຣາສີຂອງພຣະອົງ.
ຂ້ອຍຈະປ່ອຍໃຫ້ຫຍ້າເກີດຂຶ້ນເຕັມໄປທົ່ວ. ຂ້ອຍຈະບໍ່ຕັດແໜງຫລືພວນດິນ; ແຕ່ຈະປ່ອຍໃຫ້ເຄືອແລະກົກໜາມປົ່ງຂຶ້ນຫຸ້ມຫໍ່. ຂ້ອຍຈະບໍ່ໃຫ້ແມ່ນແຕ່ຝົນຕົກລົງມາຮຳສວນນັ້ນເລີຍ.”
ຕົ້ນສົນຈະງອກໃຫຍ່ຂຶ້ນແທນຕົ້ນໜາມ ກົກໄມ້ຫອມຈະເກີດຂຶ້ນແທນກໍໜາມ. ການນີ້ຈະເປັນໝາຍສຳຄັນທີ່ຈະດຳລົງຢູ່ສືບໄປ ຄືເຕືອນເຖິງສິ່ງທີ່ພຣະເຈົ້າຢາເວໄດ້ຊົງກະທຳ.”
ຜູ້ທີ່ມີໜ້າທະນູເປັນອາວຸດເທົ່ານັ້ນຈະກ້າເຂົ້າໄປໃນທີ່ນັ້ນ. ແມ່ນແລ້ວ ທົ່ວທັງປະເທດຈະເຕັມໄປດ້ວຍພຸ່ມໄມ້ແລະກົກໜາມ.
ເນີນພູທຸກໜ່ວຍທີ່ເຄີຍປູກຢູ່ກະທຳກິນຈະມີແຕ່ໜາມ ຈົນບໍ່ມີຜູ້ໃດກ້າຂຶ້ນໄປທີ່ນັ້ນ. ຕາມເນີນພູເຫຼົ່ານັ້ນຈະເປັນບ່ອນທີ່ງົວ ແລະແກະເລາະກິນຫຍ້າ.”
ພຣະເຈົ້າຢາເວກ່າວວ່າ, “ເຮົາກຳລັງຈະສົ່ງຄົນຈັບປາຫລາຍຄົນ ມາຈັບປະຊາຊົນເຫຼົ່ານີ້. ແລ້ວເຮົາກໍຈະສົ່ງນາຍພານຫລາຍຄົນ ມາໂຫ່ພວກເຂົາລົງຈາກເທິງພູເຂົາ ແລະເນີນພູທຸກໜ່ວຍ ແລະເຂົ້າໄປໃນຖໍ້າແລະໃນໂງ່ນຫີນ.
ພວກເຂົາຈະລິເລືອໄປຕາມຂີ້ຝຸ່ນດິນເໝືອນດັ່ງງູ; ພວກເຂົາຈະອອກມາຈາກປ້ອມປ້ອງກັນທັງຢ້ານກົວຈົນສັ່ນເຊັນ. ພວກເຂົາຈະກັບມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາດ້ວຍຄວາມຢຳເກງ.
ເຮົາຈະເອີ້ນເອົາປະຊາຊົນຂອງເຮົາ ແລະທ້ອນໂຮມພວກເຂົາເຂົ້າມາຫາກັນໄວ້. ເຮົາຈະໄຖ່ເອົາພວກເຂົາ ເຮັດໃຫ້ພວກເຂົາມີຈຳນວນຫລາຍຄືດັ່ງແຕ່ກ່ອນ.
ພວກເຈົ້າຈະຮູ້ຈັກຄົນເຫຼົ່ານີ້ດ້ວຍການກະທຳຂອງເຂົາ ມີຜູ້ໃດເກັບໝາກອະງຸ່ນຈາກເຄືອມີໜາມ? ມີຜູ້ໃດເກັບໝາກເດື່ອເທດຈາກຕົ້ນມີໜາມ?