ເອຊາຢາ 7:17 - ພຣະຄຳພີສັກສິ17 ພຣະເຈົ້າຢາເວຈະນຳເອົາວັນອັນໂຫດຮ້າຍມາສູ່ເຈົ້າ, ປະຊາຊົນຂອງເຈົ້າ ແລະຄອບຄົວທັງໝົດຂອງກະສັດ. ວັນນັ້ນ ຈະໂຫດຮ້າຍກວ່າວັນໃດໆທີ່ເຄີຍມີມາ ຕັ້ງແຕ່ວັນນັ້ນທີ່ເອຟຣາອິມໄດ້ແຍກອອກຈາກຢູດາຍ ຄືພຣະອົງກຳລັງຈະນຳເອົາກະສັດອັດຊີເຣຍມາ. Uka jalj uñjjattʼäta |
ໂອ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ພຮະເຈົ້າຊົງຣິດ ແລະອຳນາດຍິ່ງໃຫຍ່ ຊົງກະທຳໃຫ້ຢ້ານກົວແລະຊົງຍິ່ງໃຫຍ່ແທ້ ພຣະອົງຮັກສາພັນທະສັນຍາຢ່າງສັດຊື່ ຄາວກະສັດອັດຊີເຣຍໄດ້ຂົ່ມເຫັງພວກຂ້ານ້ອຍ. ຈົນເຖິງບັດນີ້ພວກຂ້ານ້ອຍຍັງໄດ້ທົນທຸກໜັກ ລວມກະສັດ ແລະຜູ້ນຳຂອງພວກຂ້ານ້ອຍດ້ວຍ ພວກປະໂຣຫິດ ແລະທັງພວກຜູ້ທຳນວາຍ ກັບບັນພະບຸລຸດ ແລະປະຊາຊົນອີກດ້ວຍ. ທຸກຄົນຕ່າງກໍໄດ້ຮັບຄວາມທົນທຸກທໍລະມານ ຂໍໂຜດລະນຶກເຖິງພວກຂ້ານ້ອຍແດ່ທ້ອນ