16 ແມ່ນແຕ່ກ່ອນເວລານັ້ນມາເຖິງ ດິນແດນຂອງກະສັດທັງສອງທີ່ເຈົ້າຢ້ານກົວນັ້ນກໍຈະຮົກຮ້າງເພພັງ.
ເພື່ອຕອບຄຳຂໍຮ້ອງຂອງກະສັດອາຮາດ ກະສັດຕີກະລາດປີເລເສໄດ້ຍົກທັບໄປຕໍ່ສູ້ນະຄອນດາມັສກັດ, ຢຶດເອົາເມືອງ, ຂ້າກະສັດເຣຊິນ ແລະຈັບເອົາປະຊາຊົນໄປເປັນຊະເລີຍທີ່ເມືອງກີຣະ.
ແລ້ວພຣະອົງຈະເປັນສະຖານບໍຣິສຸດແລະເປັນດັ່ງຫີນທີ່ໃຫ້ປະຊາຊົນຕຳສະດຸດ ແລະເປັນດັ່ງແຮ້ວທີ່ຈະດັກຈັບເອົາ ປະຊາຊົນໃນອານາຈັກຢູດາຍ ແລະອິດສະຣາເອນ ພ້ອມທັງຊາວນະຄອນເຢຣູຊາເລັມດ້ວຍ.
ກ່ອນເດັກນ້ອຍໃຫຍ່ຂຶ້ນມາພໍຮູ້ຈັກເອີ້ນ ‘ແມ່’ ແລະ ‘ພໍ່’ ຊັບສົມບັດທັງໝົດຢູ່ໃນນະຄອນດາມັສກັດ ແລະສິ່ງທີ່ພວກເຂົາປຸ້ນມາໄດ້ຈາກນະຄອນຊາມາເຣຍ ກໍຈະຖືກກະສັດອັດຊີເຣຍຢຶດໄປໝົດ.”
ພຣະເຈົ້າຢາເວໄດ້ປຸກປັ່ນເຫຼົ່າສັດຕູ ໃຫ້ມາບຸກໂຈມຕີພວກເຂົາ.
ເຮົາຈະຂັບໄລ່ພວກເຈົ້າອອກໄປໃຫ້ຫ່າງຈາກສາຍຕາຂອງເຮົາ ດັ່ງທີ່ໄດ້ເຮັດກັບຊາວເອຟຣາອິມ ພີ່ນ້ອງຂອງເຈົ້າ.”
ເຮົາຮູ້ວ່າອິດສະຣາເອນເປັນຢ່າງໃດ ນາງຈະຫລົບລີ້ຈາກເຮົາບໍ່ໄດ້. ນາງບໍ່ສັດຊື່ຕໍ່ເຮົາ ແລະປະຊາຊົນຂອງນາງກໍບໍ່ຄູ່ຄວນທີ່ຈະນະມັດສະການເຮົາ.”
ວັນແຫ່ງການພິພາກສາເອຟຣາອິມຈະມາເຖິງ ແລະຊາດອິດສະຣາເອນກໍຈະຖືກທຳລາຍ; ປະຊາຊົນອິດສະຣາເອນເອີຍ ເຫດການນີ້ຈະເກີດຂຶ້ນຢ່າງແນ່ນອນ.
ແລ້ວເຮົາກໍສົມຄວນມີຄວາມເມດຕາຕໍ່ນີເນເວເມືອງໃຫຍ່ນີ້ ຫລາຍກວ່າມັນເທົ່າໃດ. ຈົ່ງພິຈາລະນາເບິ່ງໃຫ້ດີ ເມືອງນີ້ມີເດັກນ້ອຍທີ່ບໍ່ຮູ້ດຽງສາຫຼາຍກວ່າແສນສອງໝື່ນຄົນ ແລະມີສັດລ້ຽງເປັນຈຳນວນຫລວງຫລາຍອີກດ້ວຍ.”
ແລະ ‘ລູກຫລານຂອງພວກເຈົ້າຜູ້ທີ່ຍັງໜຸ່ມນ້ອຍ ແລະບໍ່ຮູ້ວ່າອັນໃດຖືກອັນໃດຜິດ ທີ່ພວກເຈົ້າເຄີຍເວົ້າວ່າຈະຖືກສັດຕູຈັບໄປນັ້ນ ພວກເຂົາຈະໄດ້ເຂົ້າໄປໃນດິນແດນນີ້ ເຮົາຈະມອບດິນແດນນັ້ນໃຫ້ພວກເຂົາເຂົ້າຢຶດຄອງ