Biblia Todo Logo
Internet tuqin Biblia
- Anuncios ukanaka -




ເອຊາຢາ 7:15 - ພຣະຄຳພີສັກສິ

15 ເມື່ອ​ເພິ່ນ​ໃຫຍ່​ພໍ​ຮູ້​ຜິດ​ຮູ້​ຖືກ​ແລ້ວ ປະຊາຊົນ​ຈະ​ກິນ​ນໍ້ານົມ​ກັບ​ນໍ້າເຜິ້ງ​ເປັນ​ອາຫານ.

Uka jalj uñjjattʼäta Copia luraña




ເອຊາຢາ 7:15
11 Jak'a apnaqawi uñst'ayäwi  

ແລ້ວ​ເພິ່ນ​ກໍ​ເອົາ​ເນີຍ, ນໍ້ານົມ​ສົດ ແລະ​ຊີ້ນ​ທີ່​ຈັດແຈ່ງ​ແລ້ວ​ນັ້ນ ມາ​ວາງ​ໄວ້​ຕໍ່ໜ້າ​ຊາຍ​ທັງ​ສາມ. ເມື່ອ​ຊາຍ​ທັງ​ສາມ​ຮັບ​ກິນ​ຢູ່​ໃຕ້​ຕົ້ນໄມ້​ນັ້ນ ອັບຣາຮາມ​ກໍ​ຢືນ​ຮັບໃຊ້​ດ້ວຍ​ຕົນເອງ.


ຂ້ານ້ອຍ​ຊົ່ວຊ້າ​ຕັ້ງແຕ່​ມື້​ທີ່​ໄດ້​ເກີດ​ມາ, ແຕ່​ຢູ່​ໃນ​ທ້ອງ​ແມ່​ກໍ​ມີ​ບາບ​ຢູ່​ແລ້ວ.


ກໍ​ຈະ​ໃຫ້​ມີ​ນໍ້ານົມ​ກິນ​ພຽງພໍ​ກັບ​ຄວາມ​ຕ້ອງການ. ແມ່ນແລ້ວ ຄົນ​ທີ່​ລອດຊີວິດ​ເຫຼືອ​ຢູ່​ພຽງ​ເລັກນ້ອຍ​ໃນ​ປະເທດ ຈະ​ໄດ້​ກິນ​ນໍ້ານົມ​ແລະ​ນໍ້າເຜິ້ງ​ເປັນ​ອາຫານ.


ຈົ່ງ​ກຽດຊັງ​ຄວາມຊົ່ວ ຈົ່ງ​ຮັກ​ແຕ່​ຄວາມດີ ແລະ​ໃຫ້ການ​ຢ່າງ​ສັດຊື່​ໃນ​ສານ. ບາງທີ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ອາດ​ຈະ​ເມດຕາ​ປະຊາຊົນ​ໂຢເຊັບ ທີ່​ຍັງ​ລອດຊີວິດ​ຢູ່​ໃນ​ປະເທດ​ຊາດ​ນີ້​ກໍໄດ້.


ເຄື່ອງນຸ່ງ​ຂອງ​ໂຢຮັນ​ແມ່ນ​ເຮັດ​ດ້ວຍ​ຂົນ​ອູດ ແລະ ເພິ່ນ​ໃຊ້​ສາຍ​ໜັງ​ຮັດ​ແອວ ສ່ວນ​ອາຫານ​ຂອງ​ເພິ່ນ​ແມ່ນ​ຕັກແຕນ​ແລະ​ນໍ້າເຜິ້ງ​ປ່າ


ເທວະດາ​ໄດ້​ຕອບ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ​ຈະ​ສະເດັດ​ມາ​ຢູ່​ເທິງ​ເຈົ້າ ແລະ​ຣິດເດດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດ້ວຍເຫດນີ້ ເດັກ​ຜູ້​ບໍຣິສຸດ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ.


ຝ່າຍ​ພຣະ​ກຸມມານ​ນັ້ນ ກໍ​ໃຫຍ່​ຂຶ້ນ​ແລະ​ແຂງແຮງ​ດີ ເຕັມ​ໄປ​ດ້ວຍ​ສະຕິປັນຍາ ແລະ​ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ນຳ​ພຣະອົງ.


ພຣະເຢຊູເຈົ້າ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ ໃນ​ດ້ານ​ສະຕິປັນຍາ ແລະ​ໃນ​ດ້ານ​ຮ່າງກາຍ ເປັນ​ທີ່​ພໍພຣະໄທ​ຕໍ່​ພຣະເຈົ້າ​ແລະ​ຕໍ່​ມະນຸດ​ດ້ວຍ.


ຈົ່ງ​ຮັກ​ດ້ວຍ​ໃຈຈິງ ຈົ່ງ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ ຈົ່ງ​ຍຶດໝັ້ນ​ໃນ​ສິ່ງ​ທີ່​ດີ


ແລະ ‘ລູກຫລານ​ຂອງ​ພວກເຈົ້າ​ຜູ້​ທີ່​ຍັງ​ໜຸ່ມນ້ອຍ ແລະ​ບໍ່​ຮູ້​ວ່າ​ອັນໃດ​ຖືກ​ອັນໃດ​ຜິດ ທີ່​ພວກເຈົ້າ​ເຄີຍ​ເວົ້າ​ວ່າ​ຈະ​ຖືກ​ສັດຕູ​ຈັບ​ໄປ​ນັ້ນ ພວກເຂົາ​ຈະ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນີ້ ເຮົາ​ຈະ​ມອບ​ດິນແດນ​ນັ້ນ​ໃຫ້​ພວກເຂົາ​ເຂົ້າ​ຢຶດຄອງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka