ເອຊາຢາ 7:13 - ພຣະຄຳພີສັກສິ13 ດັ່ງນັ້ນ ເອຊາຢາຈຶ່ງກ່າວວ່າ, “ເຊື້ອວົງຂອງກະສັດດາວິດເອີຍ ບັດນີ້ຈົ່ງຟັງເທີ້ນ. ການທີ່ເຈົ້າທຳລາຍຄວາມອົດທົນຂອງມະນຸດນັ້ນບໍ່ພຽງພໍບໍ? ບັດນີ້ ເຈົ້າຍັງຈະຕ້ອງທຳລາຍຄວາມອົດກັ້ນຂອງພຣະເຈົ້າອີກບໍ? Uka jalj uñjjattʼäta |
ຂ້າແດ່ພຣະເຈົ້າຢາເວ ຄວາມໂກດຮ້າຍທີ່ພຣະອົງມີຕໍ່ພວກເຂົານັ້ນ ກໍລຸກໄໝ້ຢູ່ໃນຂ້ານ້ອຍຄືກັນ ແລະຂ້ານ້ອຍກໍທົນຕໍ່ໄປບໍ່ໄດ້ແລ້ວ.” ແລ້ວພຣະເຈົ້າຢາເວກໍກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງລະບາຍຄວາມໂກດຮ້າຍຂອງເຮົາອອກໃສ່ເດັກນ້ອຍທີ່ທ້ອງຖະໜົນ ແລະໃນທີ່ປະຊຸມຕ່າງໆຂອງພວກຊາວໜຸ່ມ. ຜົວແລະເມຍຈະຖືກຈັບໄປ ແລະແມ່ນແຕ່ຄົນຊະຣາກໍຈະບໍ່ໄດ້ຖືກຍົກເວັ້ນ.
ບ່ອນທີ່ພວກເຂົາຈະໃຊ້ຊີວິດຢູ່ເປັນຊະເລີຍໃນຕ່າງຖິ່ນ. ໃນທີ່ນັ້ນ ພວກເຂົາຈະລະນຶກເຖິງເຮົາ ແລະຮູ້ວ່າເຮົາລົງໂທດພວກເຂົາໃຫ້ໄດ້ຮັບການອັບອາຍຂາຍໜ້າ ກໍເພາະຈິດໃຈທີ່ຂາດຄວາມເຊື່ອຈຶ່ງພາໃຫ້ຫ່າງເຫີນຈາກເຮົາໄປ ແລະພວກເຂົາຮັກຮູບເຄົາຣົບຫລາຍກວ່າຮັກເຮົາ. ພວກເຂົາຈະກຽດຊັງຕົນເອງ ເພາະຄວາມຊົ່ວຊ້າ ແລະສິ່ງເສື່ອມເສຍທັງຫລາຍທີ່ພວກເຂົາໄດ້ເຮັດ.
ພວກເຈົ້າໄດ້ເຮັດໃຫ້ພຣະເຈົ້າຢາເວເບື່ອໜ່າຍຄຳເວົ້າຂອງພວກເຈົ້າ. ແຕ່ພວກເຈົ້າຊໍ້າຖາມວ່າ, “ພວກເຮົາໄດ້ເຮັດໃຫ້ພຣະອົງເບື່ອໜ່າຍຢ່າງໃດ?” ກໍໂດຍເວົ້າວ່າ, “ພຣະເຈົ້າຢາເວຖືວ່າ ທຸກຄົນທີ່ເຮັດຊົ່ວລ້ວນແຕ່ເປັນຄົນດີ ພຣະອົງກໍເຫັນດີນຳພວກເຂົາ.” ຫລືໂດຍຖາມວ່າ, “ພຣະເຈົ້າອົງຊົງຕັດສິນນັ້ນຢູ່ໃສ?”