ແລ້ວເພິ່ນກໍໄດ້ສັ່ງປະໂຣຫິດອູຣີຢາວ່າ, “ແຕ່ບັດນີ້ໄປ ໃຫ້ເຈົ້າໃຊ້ແທ່ນບູຊາໃຫຍ່ຂອງເຮົານີ້ສຳລັບການເຜົາຖວາຍບູຊາໃນຕອນເຊົ້າ ແລະການຖວາຍພືດຜົນເປັນເມັດໃນຕອນແລງ, ສຳລັບເຄື່ອງບູຊາພືດຜົນເປັນເມັດຂອງກະສັດແລະຂອງປະຊາຊົນ ແລະສຳລັບການຖວາຍເຫຼົ້າອະງຸ່ນຂອງປະຊາຊົນ. ໃຫ້ນຳເອົາເລືອດສັດທຸກໂຕທີ່ຖືກຖວາຍເປັນເຄື່ອງບູຊາຖອກໃສ່ເທິງແທ່ນບູຊານີ້. ສ່ວນແທ່ນບູຊາທີ່ເປັນທອງສຳຣິດນັ້ນ ຈົ່ງປະໄວ້ໃຫ້ເຮົາເພື່ອໃຊ້ຖວາຍບູຊາສິ່ງສັກສິດ.”