Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 7:11 - ພຣະຄຳພີສັກສິ

11 “ຈົ່ງ​ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ສຳແດງ​ໝາຍສຳຄັນ​ຢ່າງ​ໜຶ່ງ​ໃຫ້​ເຈົ້າ​ເຫັນ. ສິ່ງ​ນັ້ນ​ອາດ​ຈະ​ມາ​ຈາກ​ແດນ​ຄົນຕາຍ ຫລື​ມາ​ຈາກ​ເທິງ​ສະຫວັນ​ກໍໄດ້.”

Uka jalj uñjjattʼäta Copia luraña




ເອຊາຢາ 7:11
18 Jak'a apnaqawi uñst'ayäwi  

ແລ້ວ​ລາວ​ໄດ້​ໃຫ້​ມີ​ໝາຍສຳຄັນ​ໃນ​ວັນ​ດຽວ​ກັນ​ວ່າ, “ນີ້​ເປັນ​ໝາຍສຳຄັນ​ວ່າ ພຣະເຈົ້າຢາເວ​ໄດ້ກ່າວ​ວ່າ, ‘ແທ່ນບູຊາ​ນີ້​ຈະ​ແຕກ​ພັງ​ທະລາຍ​ລົງ ແລະ​ຂີ້ເຖົ່າ​ປົນ​ໄຂມັນ​ທີ່​ເທິງ​ແທ່ນ​ນີ້​ກໍ​ຈະ​ກະຈັດ​ກະຈາຍ​ໄປ.”’


ແລ້ວ​ເອຊາຢາ​ກໍ​ກ່າວ​ແກ່​ກະສັດ​ເຮເຊກີຢາ​ວ່າ, “ນີ້ແມ່ນ​ໝາຍສຳຄັນ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ. ໃນ​ປີ​ນີ້​ແລະ​ປີ​ໜ້າ ທ່ານ​ຈະ​ໄດ້​ກິນ​ແຕ່​ເຂົ້າ​ທີ່​ເກີດຂຶ້ນ​ຕາມ​ປ່າ​ເທົ່ານັ້ນ, ແຕ່​ໃນ​ປີ​ຕໍ່ໄປ​ທ່ານ​ຈະ​ໄດ້​ປູກ​ພືດ​ແລະ​ເກັບກ່ຽວ ແລະ​ຈະ​ໄດ້​ປູກ​ຕົ້ນ​ອະງຸ່ນ​ກັບ​ກິນ​ໝາກ​ຂອງ​ມັນ.


“ຖ້າ​ກະສັດ​ຟາໂຣ​ບອກ​ພວກເຈົ້າ​ໃຫ້​ເຮັດ​ການ​ອັດສະຈັນ ຈົ່ງ​ບອກ​ອາໂຣນ​ຈັບ​ເອົາ​ໄມ້ຄ້ອນເທົ້າ​ຂອງຕົນ​ຖິ້ມ​ລົງ​ຕໍ່ໜ້າ​ກະສັດ​ຟາໂຣ ແລ້ວ​ໄມ້ຄ້ອນເທົ້າ​ນັ້ນ​ກໍ​ຈະ​ກາຍເປັນ​ງູ.”


ແລ້ວ​ເອຊາຢາ​ກໍໄດ້​ກ່າວ​ແກ່​ກະສັດ​ເຮເຊກີຢາ​ວ່າ, “ນີ້​ແມ່ນ​ໝາຍສຳຄັນ​ຂອງ​ເຫດການ​ທີ່​ຈະ​ເກີດຂຶ້ນ. ໃນ​ປີນີ້​ກັບ​ປີໜ້າ ທ່ານ​ຈະ​ໄດ້​ກິນ​ແຕ່​ເມັດ​ພືດ​ໃນ​ປ່າ​ເທົ່ານັ້ນ, ແຕ່​ໃນ​ປີ​ຕໍ່ໄປ ທ່ານ​ສາມາດ​ປູກຝັງ​ທັງ​ເກັບກ່ຽວ ແລະ​ປູກ​ໝາກອະງຸ່ນ​ກິນ​ໄດ້.


ແລ້ວ​ກະສັດ​ເຮເຊກີຢາ​ກໍ​ຖາມ​ວ່າ, “ແມ່ນຫຍັງ​ຈະ​ເປັນ​ໝາຍສຳຄັນ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ເຮົາ​ຈະ​ສາມາດ​ຂຶ້ນໄປ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້?”


ຕົ້ນ​ສົນ​ຈະ​ງອກ​ໃຫຍ່ຂຶ້ນ​ແທນ​ຕົ້ນໜາມ ກົກໄມ້​ຫອມ​ຈະ​ເກີດຂຶ້ນ​ແທນ​ກໍ​ໜາມ. ການນີ້​ຈະ​ເປັນ​ໝາຍສຳຄັນ​ທີ່​ຈະ​ດຳລົງ​ຢູ່​ສືບໄປ ຄື​ເຕືອນ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້ຊົງ​ກະທຳ.”


ພຣະເຈົ້າຢາເວ​ໄດ້​ສົ່ງ​ຖ້ອຍຄຳ​ມາ​ບອກ​ເຈົ້າ​ອາຮາດ​ອີກ​ວ່າ:


ແຕ່​ເຈົ້າ​ອາຮາດ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ຈະ​ບໍ່​ຂໍ​ເບິ່ງ​ໝາຍສຳຄັນ​ດອກ. ຂ້ານ້ອຍ​ຈະ​ບໍ່​ທົດລອງ​ພຣະເຈົ້າຢາເວ.”


ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ໄປ​ຊື້​ເອົາ​ໝໍ້ດິນ​ໜ່ວຍ​ໜຶ່ງ. ພຣະອົງ​ຍັງ​ບອກ​ຂ້າພະເຈົ້າ​ໃຫ້​ເອົາ​ພວກ​ເຖົ້າແກ່​ຂອງ​ປະຊາຊົນ ພ້ອມ​ທັງ​ພວກ​ປະໂຣຫິດ​ຜູ້​ອາວຸໂສ​ບາງຄົນ


ແລ້ວ​ພຣະອົງ​ກໍ​ບອກ​ຂ້າພະເຈົ້າ ໃຫ້​ທຸບ​ໝໍ້​ຕໍ່ໜ້າ​ພວກ​ທີ່​ມາ​ກັບ​ຂ້າພະເຈົ້າ


ພຣະເຈົ້າຢາເວ​ກ່າວວ່າ, ‘ນີ້​ຈະ​ເປັນ​ໝາຍສຳຄັນ​ແກ່​ພວກເຈົ້າ ຄື​ເຮົາ​ຈະ​ລົງໂທດ​ພວກເຈົ້າ​ໃນ​ບ່ອນ​ນີ້ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ຖ້ອຍຄຳ​ທັງຫລາຍ​ຂອງເຮົາ​ທີ່​ວ່າ ຈະ​ນຳ​ການທຳລາຍ​ມາ​ສູ່​ພວກເຈົ້າ​ນັ້ນ​ຈະ​ກາຍເປັນຈິງ.’


ນີ້​ແຫຼະ ຈະ​ເປັນ​ໝາຍສຳຄັນ​ແກ່​ພວກເຈົ້າ ຄື​ພວກເຈົ້າ​ຈະ​ໄດ້​ພົບ​ພຣະ​ກຸມມານ​ອົງ​ໜຶ່ງ ພັນ​ຜ້າ​ອ້ອມ​ນອນ​ຢູ່​ໃນ​ຮາງຫຍ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka