Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 7:1 - ພຣະຄຳພີສັກສິ

1 ເມື່ອ​ກະສັດ​ອາຮາດ ລູກຊາຍ​ຂອງ​ໂຢທາມ​ແລະ​ຫລານຊາຍ​ຂອງ​ອຸດຊີຢາ ໄດ້​ຂຶ້ນ​ປົກຄອງ​ຢູດາຍ​ນັ້ນ ສົງຄາມ​ໄດ້​ລະເບີດ​ຂຶ້ນ. ກະສັດ​ເຣຊິນ​ແຫ່ງ​ຊີເຣຍ ແລະ​ກະສັດ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ແຫ່ງ​ອິດສະຣາເອນ ໄດ້​ບຸກໂຈມຕີ​ນະຄອນ​ເຢຣູຊາເລັມ; ແຕ່​ພວກເຂົາ​ຢຶດເອົາ​ນະຄອນ​ເຢຣູຊາເລັມ​ບໍ່ໄດ້.

Uka jalj uñjjattʼäta Copia luraña




ເອຊາຢາ 7:1
15 Jak'a apnaqawi uñst'ayäwi  

ຕໍ່ມາ ໄດ້​ມີ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ກະສັດ​ເປກາຮີຢາ​ຜູ້ໜຶ່ງ​ຊື່ ວ່າ​ເປກາ ລູກຊາຍ​ຂອງ​ເຣມາລີຢາ​ໄດ້​ວາງແຜນ​ກັບ​ຊາວ​ກີເລອາດ​ຫ້າສິບ​ຄົນ, ສັງຫານ​ກະສັດ​ເປກາຮີຢາ​ທີ່​ປ້ອມຍາມ​ຂ້າງ​ໃນ​ຂອງ​ຣາຊວັງ ໃນ​ນະຄອນ​ຊາມາເຣຍ ແລະ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ໃນ​ຣາຊການ​ປີ​ທີ​ຫ້າສິບສອງ ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ເປກາ​ລູກຊາຍ​ຂອງ​ເຈົ້າ​ເຣມາລີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ຊາວ​ປີ.


ໃນ​ຣາຊການ​ຂອງ​ກະສັດ​ໂຢທາມ ພຣະເຈົ້າຢາເວ​ໄດ້​ສົ່ງ​ເຈົ້າ​ເຣຊິນ​ແຫ່ງ​ຊີເຣຍ​ກັບ​ເຈົ້າ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ແຫ່ງ​ອິດສະຣາເອນ ມາ​ໂຈມຕີ​ອານາຈັກ​ຢູດາຍ​ເປັນ​ຄັ້ງ​ທຳອິດ.


ໃນ​ຣາຊການ​ປີ​ທີ​ສິບເຈັດ​ຂອງ​ເຈົ້າເປກາ​ລູກຊາຍ​ຂອງ​ເຣມາລີຢາ ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ອາຮາດ​ລູກຊາຍ​ຂອງ​ເຈົ້າ​ໂຢທາມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ


ກະສັດ​ເຣຊິນ​ແຫ່ງ​ຊີເຣຍ ແລະ​ກະສັດ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ແຫ່ງ​ອິດສະຣາເອນ ໄດ້​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ລ້ອມ​ເມືອງ​ໄວ້ ແຕ່​ກໍ​ຊະນະ​ກະສັດ​ອາຮາດ​ບໍ່ໄດ້.


ພຣະທຳ​ເຫຼັ້ມນີ້​ບັນຈຸ​ຖ້ອຍຄຳ​ກ່ຽວກັບ​ອານາຈັກ​ຢູດາຍ ແລະ​ນະຄອນ​ເຢຣູຊາເລັມ ທີ່​ພຣະເຈົ້າ​ໄດ້​ເປີດເຜີຍ​ໃຫ້​ແກ່​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໃນ​ຣາຊການ​ຂອງ​ເຈົ້າ​ອຸດຊີຢາ, ເຈົ້າ​ໂຢທາມ, ເຈົ້າ​ອາຮາດ​ແລະ​ເຈົ້າ​ເຮເຊກີຢາ​ປົກຄອງ​ອານາຈັກ​ຢູດາຍ.


ພຣະອົງ​ບອກ​ວ່າ, “ຍ້ອນ​ປະຊາຊົນ​ເຫຼົ່ານີ້​ໄດ້​ປະຕິເສດ ສາຍ​ນໍ້າ​ທີ່​ງຽບ​ສະຫງັດ​ຈາກ​ຫ້ວຍ​ນໍ້າ​ຊີໂລອາ ແລະ​ສັ່ນເຊັນ ຕໍ່ໜ້າ​ກະສັດ​ເຣຊິນ​ແລະ​ກະສັດ​ເປກາ


ພຣະເຈົ້າຢາເວ​ໄດ້​ປຸກປັ່ນ​ເຫຼົ່າ​ສັດຕູ ໃຫ້​ມາ​ບຸກໂຈມຕີ​ພວກເຂົາ.


ປະຊາຊົນ​ຊີເຣຍ​ໄດ້​ຊື້​ສິນຄ້າ ແລະ​ຜະລິດຕະພັນ​ຫລາຍ​ຢ່າງ​ຂອງເຈົ້າ. ພວກເຂົາ​ໄດ້​ມອບ​ແກ້ວ​ມໍຣະກົດ, ຜ້າ​ສີມ່ວງ, ຜ້າ​ປັກແສ່ວ, ຜ້າປ່ານ​ເນື້ອລະອຽດ​ດີ, ຫີນງອກ ແລະ​ທັບທີມ​ໃຫ້​ເປັນ​ຄ່າ​ໃຊ້​ຈ່າຍ​ພາຊະນະ​ຕ່າງໆ​ຂອງເຈົ້າ.


ນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ແກ່​ໂຮເສອາ ລູກຊາຍ​ຂອງ​ເບເອຣີ ເວລາ​ທີ່​ອຸດຊີຢາ, ໂຢທາມ, ອາຮາດ ແລະ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ; ແລະ​ເວລາ​ທີ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເຢໂຮອາດ ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.


ພຣະທຳ​ເລື່ອງນີ້​ບັນຈຸ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ສົ່ງ​ເຖິງ​ມີກາ ຊາວ​ເມືອງ​ໂມເຣເຊັດ ຢູ່​ໃນ​ສະໄໝ​ຂອງ​ເຈົ້າ​ໂຢທາມ ອາຮາດ ແລະ​ເຮເຊກີຢາ ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ. ພຣະອົງ​ໄດ້​ສຳແດງ​ໃຫ້​ມີກາ​ຮູ້​ສິ່ງ​ທັງໝົດ​ເຫຼົ່ານີ້ ກ່ຽວກັບ​ນະຄອນ​ຊາມາເຣຍ​ແລະ​ນະຄອນ​ເຢຣູຊາເລັມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka