8 ມີຜູ້ໃດເຄີຍໄດ້ເຫັນແລະເຄີຍໄດ້ຍິນເຊັ່ນນີ້ມາແດ່ບໍ? ມີຊົນຊາດໃດແດ່ທີ່ເກີດຂຶ້ນມາໄດ້ພຽງມື້ດຽວ? ພູເຂົາຊີໂອນຈະບໍ່ຕ້ອງທົນທຸກດົນນານ ກ່ອນຈະເປັນຊົນຊາດໜຶ່ງ.
ບໍ່ມີຜູ້ໃດເຄີຍໄດ້ເຫັນ ແລະເຄີຍໄດ້ຍິນເຖິງພຣະເຈົ້າດັ່ງພຣະອົງ ຄືອົງທີ່ໄດ້ເຮັດພາລະກິດເຊັ່ນນີ້ສຳລັບຄົນທີ່ມອບຄວາມຫວັງໄວ້ກັບພຣະອົງ.
ພຣະເຈົ້າຢາເວກ່າວວ່າ, “ຈົ່ງຖາມທຸກຊົນຊາດ ວ່າເຫດການເຊັ່ນນີ້ເຄີຍເກີດຂຶ້ນກັບພວກເຂົາຫລືບໍ່? ສິ່ງທີ່ປະຊາຊົນອິດສະຣາເອນໄດ້ພາກັນກະທຳ ເປັນສິ່ງໜ້າຢ້ານກົວຫລາຍ ແລະພີລຶກແທ້ໆ
ຫລາຍຄົນໃນພວກເຂົາໄດ້ເຊື່ອຖ້ອຍຄຳຂອງເປໂຕ ແລະໄດ້ຮັບບັບຕິສະມາ ແລະໃນວັນນັ້ນມີຄົນເພີ່ມເຂົ້າມາຕື່ມເປັນລູກສິດປະມານສາມພັນຄົນ.
ຫລັງຈາກຮັບຟັງແລ້ວ ທ່ານເຫຼົ່ານີ້ຕ່າງກໍສັນລະເສີນພຣະເຈົ້າ, ແລ້ວພວກເຂົາກໍກ່າວແກ່ໂປໂລວ່າ, “ອ້າຍເອີຍ ເຈົ້າກໍເຫັນຊາວຢິວຫລາຍໝື່ນຄົນໄດ້ວາງໃຈເຊື່ອ ແລະຄົນພວກນີ້ກໍຮ້ອນຮົນໃຈໃນການທີ່ເຊື່ອຖືກົດບັນຍັດຢ່າງເຄັ່ງຄັດ.
ມີຫລາຍຄົນໄດ້ເຊື່ອເມື່ອໄດ້ຍິນຄຳສັ່ງສອນນັ້ນ ແລະມີພວກຜູ້ຊາຍເພີ່ມຂຶ້ນປະມານຫ້າພັນຄົນ.
ເໝືອນດັ່ງທີ່ມີຄຳຂຽນໄວ້ແລ້ວວ່າ, “ສິ່ງທີ່ຕາບໍ່ເຫັນ ຫູບໍ່ໄດ້ຍິນ ແລະສິ່ງທີ່ມະນຸດຄິດບໍ່ອອກ ແມ່ນສິ່ງນັ້ນແຫຼະ ທີ່ພຣະເຈົ້າໄດ້ຊົງຈັດຕຽມໄວ້ ໃຫ້ແກ່ຄົນທັງຫລາຍທີ່ຮັກພຣະອົງ.”