7 ນະຄອນອັນສັກສິດຂອງເຮົາເປັນດັ່ງແມ່ຜູ້ໜຶ່ງ ທີ່ເກີດເດັກຊາຍຜູ້ໜຶ່ງຢ່າງກະທັນຫັນໂດຍບໍ່ໄດ້ເຈັບທ້ອງອອກລູກ.
ພວກເຂົາໄດ້ນຳຖ້ອຍຄຳໄປບອກເອຊາຢາດັ່ງນີ້: “ມື້ນີ້ແມ່ນມື້ທີ່ພວກເຮົາເປັນທຸກໃຈຫລາຍ; ພວກເຮົາໄດ້ຮັບໂທດໜັກ ແລະໄດ້ຮັບຄວາມອັບອາຍຂາຍໜ້າ. ພວກເຮົາເປັນຄືແມ່ຍິງທີ່ກຳລັງຈະອອກລູກ, ແຕ່ອ່ອນເພຍເກີນກວ່າທີ່ຈະເບັ່ງລູກອອກໄດ້.
ເຢຣູຊາເລັມເອີຍ ເຈົ້ານັ້ນເປັນດັ່ງຍິງເປັນໝັນ ແຕ່ບັດນີ້ ຈົ່ງຮ້ອງລຳທຳເພງຍິນດີກັນເຖີດ ບັດນີ້ ເຈົ້າຈະມີລູກຕື່ມຢ່າງຫລວງຫລາຍ ລື່ນກວ່າຍິງຜູ້ທີ່ຜົວບໍ່ເຄີຍໜີປະຈັກເທື່ອ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເມື່ອແມ່ຍິງໃກ້ຈະເກີດລູກ ນາງກໍໂສກເສົ້າເພາະເວລາແຫ່ງຄວາມເຈັບປວດໄດ້ມາເຖິງ, ແຕ່ເມື່ອລູກເກີດມາແລ້ວ ນາງກໍບໍ່ຄິດເຖິງຄວາມເຈັບປວດນັ້ນອີກ ເພາະນາງຊົມຊື່ນຍິນດີທີ່ຄົນຜູ້ໜຶ່ງເກີດມາສູ່ໂລກ.
ແຕ່ນະຄອນເຢຣູຊາເລັມທີ່ຢູ່ເບື້ອງເທິງນັ້ນ ເປັນອິດສະຫລະ ແລະນາງກໍເປັນແມ່ຂອງພວກເຮົາ.